ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ້າວ Snowden ຖອນ ຄໍາຮ້ອງ ຂໍລີ້ໄພ ຢູ່ ຣັດເຊຍ (ວີດີໂອ)


ລິງໂດຍກົງ

ຢູໂຣບ ຮຽກຮ້ອງໃຫ້ ຫ້ອງການຮັກສາຄວາມປອດໄພແຫ່ງຊາດ ສຫລ ຕອບຄໍາຖາມ

ເຈົ້າ​ໜ້າ​ທີ່ຣັດ​ເຊຍຄົນ​ນຶ່ງ​ ກ່າວວ່າ ທ້າວ Edward Snowden
ພະນັກງານ ສັນ​ຍາ​ຮັບ​ຈ້າງຂອງ​ອົງການ​ສືບ​ລັດສະຫະລັດ CIA
ທີ່​ກໍາລັງ​ຫລົບໜີ​ຢູ່ນັ້ນ​ໄດ້​ຖອນຄຳ​ຮ້ອງຂໍ​ລີ້​ໄພ ຫລັງ​ຈາກ ປະທາ
ນາທິບໍດີ Vladimir Putin ກ່າວ​ວ່າ ລາວ​ສາມາດ​ຢູ່​ໃນຣັ​ດ​ເຊຍ
ໄດ້ ກໍ​ຕໍ່​ເມື່ອລາວຢຸດເປີດ​ເຜີຍ​ຄວາມ​ລັບ​ທີ່​ສຳຄັນໆ ຂອງໜ່ວຍ​
ສືບ​ລັບສະຫະລັດທໍ່​ນັ້ນ.

​ນອກ​ນັ້ນ ໂຄສົກ​ຂອງ​ທ່ານ Putin ​ໄດ້ໃຫ້ການ​ຢືນຢັນ ​ໃນ​ວັນ​ອັງຄານ​ມື້​ນີ້ວ່າ ທ້າວ Snowden ຍັງ​ຢູ່​ໃນເຂດ​ລໍຖ້າການ​ເດີນທາງ ທີ່​ສະໜາມບິນ​ໃນກຸງ​ມົສກູ ບ່ອນ​ທີ່​ລາວ​ໄດ້​ຫລົບໜີ​ມາຈາກ​ຮົງ​ກົງ ​ເມື່ອແປດ​ມື້ກ່ອນ ຫລັງ​ຈາກໄດ້​ເປີດ​ເຜີຍ​ຄວາມ​ລັບ​ສຸດ​ຍອດ​ ກ່ຽວ​ກັບ​ໂຄງການ​ຕິດຕາມ​ສິ້ງ​ຊອມຂອງ​ລັດຖະບານ​ສະຫະ ລັດ ​ເບິ່ງ​ການໃຊ້ໂທລະສັບ​ແລະອິນ​ເຕີ​ແນັດຂອງຂອງ​ປະຊາຊົນ.

Wikileaks ​ຊຶ່ງ​ເປັນ​ກຸ່ມ​ຕໍ່ຕ້ານ​ໂຄງການ​ລັບ ແລະໃຫ້ການ​ສະໜັບສະໜຸນ ທ້າວ Snowden
ກ່າວ​ໃນ​ວັນ​ອັງຄານ​ມື້​ນີ້​ວ່າ ​ເຂົາ​ເຈົ້າ​ໄດ້​ຍື່ນ​ຄຳ​ຮ້ອງ​ຂໍ​ລີ້​ໄພ​ໃນ​ນາມອະດີດ​ພະນັກງານ​ອົງການ​ຊີ​ໄອ​ເອຄົນ​ນີ້ ກັບ 19 ປະ​ເທດ ​ຫຼືຫລາຍ​ກວ່າ​ນັ້ນ.

ບັນດາ​ປະ​ເທດເຫຼົ່ານີ້ ​ແມ່ນຮວມ​ທັງຈີີນ ອິນ​ເດຍ ບຣາຊີ​ລ ​ແລະ​ອີກ​ຫລາຍໆ​ປະ​ເທດ​ໃນ​ຢູ​ໂຣບ ຮວມທັງ​ປະ​ເທດພັນທະ​ມິດ​ ຂອງສະຫະລັດນຳ​ດ້ວຍ. ກຸ່ມ Wikileaks ກ່າວ​ວ່າ ນີ້​ແມ່ນເພີ້​ມ​ເຕີມ ໃສ່ກັບສອງປະເທດ ເອກົວ​ດໍ ​ແລະ​ໄອ​ຊະ​ແລນ ທີ່ຜູ້ກ່ຽວໄດ້ຮ້ອງ​ຂໍ​ລີ້​ໄພ​ ໃນຂັ້ນຕົ້ນ.

ທ້າວ Snowden ອາຍຸ 30 ປີ ຊຶ່ງກຳລັງ​ປະ​ເຊິີນ​ກັບ​ຂໍ້​ຫາ​ຈາລະ​ກຳ ຢູ່​ໃນສະຫະລັດນັ້ນ ໃນ​ວັນ​ຈັນ​ວານ​ນີ້ ໄດ້​ກ່າວ​ຫາລັດຖະບານ​ທ່ານ​ໂອ​ບາ​ມາ ຫຼັງ​ຈາກ ໄດ້ມິດງຽບ​ໄປ​ເປັນ​ເວລາ​ນຶ່ງ​ອາທິດວ່າ ທຳ​ການກົດ​ດັນ​ຕໍ່ປະ​ເທດຕ່າງໆ ທີ່​ລາວ​ພວມ​ຊອກ​ສະ​ແຫວ​ງຫາ ​ການ​ປົກ​ປ້ອງຄຸ້ມ​ຄອງ​.

Snowden
please wait
Embed

No media source currently available

0:00 0:00:46 0:00

ກ່ຽວຂ້ອງກັນ

XS
SM
MD
LG