ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫິມະ ຢຸດຕົກແລ້ວ ທີ່ລັດນີວຢອກ ແຕ່ອາດເກີດນໍ້້າຖ້ວມ ໃນຂັ້ນຕໍ່ໄປ


ຜູ້ຊາຍຄົນນຶ່ງຖືຊ້ວນ ໃນຂະນະທີ່ລາວຢ່າງຢູ່ ທີ່ເມືອງ Bufflalo ໃນລັດນິວຢອກ.
ຜູ້ຊາຍຄົນນຶ່ງຖືຊ້ວນ ໃນຂະນະທີ່ລາວຢ່າງຢູ່ ທີ່ເມືອງ Bufflalo ໃນລັດນິວຢອກ.

ບັນດາ​ນັກ​ພະຍາກອນ​ອາກາດ ສະຫະລັດ ກ່າວ​ວ່າ ພາຍຸ​ຫິມະ​
ທີ່​ຮ້າຍ​ແຮງ ຢູ່​ທາງພາກເໜືອຂອງລັດນິວຢອກ ໃກ້​ຈະ​ສີ້​ນສຸດ​
ລົງ​ແລ້ວ ​ແຕ່​ເລື່ອງນໍ້າ​ ຖ້ວມ​ອາດ​ຈະ​ເປັນບັນຫາໃນຂັ້ນຕໍ່ໄປ
ຂະນະ​ທີ່​ອຸນຫະພູມ​ສູງ​ຂື້ນ​ ເກືອບ 16 ​ອົງສາແຊ​ລເຊິ​ສ ​ໃນ​ໄລ
ຍະສອງສາມມື້ຂ້າງໜ້ານີ້​.

ບັນດາ​ຊາວ​ເມືອງ​ຫລາຍ​ຄົນ​ ພາກັນ​ຕົກຄ້າງ ຢູ່​ໃນ​ບ້ານ​ເຮືອນ​
ຂອງ​ເຂົາ​ເຈົ້າ​ບໍ່​ມີ​ຢາຫລື​ບໍ່ມີໄຟຟ້າໃຊ້ ທັງຢູ່​ໃນແລະ​ອ້ອ​ມ​ແອ້ມ
​ເມືອງ Buffalo ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ລັດ​ນິວຢອກ.

ບັນດານັກພະຍາກອນອາກາດທີ່ນັ້ນ ກ່າວ​ວ່າ ພາຍຸ​ລະດູ​ໜາວ
​ທີ່​ຮ້າຍ​ແຮງ ​ເຮັດໃຫ້ມີຫິມະຕົກລົງມາ ສອງ​ແມດ​ເຄິ່ງ ຫລືເທົ່າກັນກັບປະລິມານຂອງຫິມະ
ທີ່ຕົກລົງມາ​ໝົດ​ລະດູ​ໜາວ.

ບັນດາ​ເຈົ້າ​ໜ້າ​ທີ່ ​ໄດ້​ຖິ້ມໂທດໃສ່ອາກາດໜາວ​ຈາກ​ຂົ້ວ​ໂລກ​ເໜືອ ທີ່​ເຮັດ​ໃຫ້​ຢ່າງໜ້ອຍ
​ແປດ​ຄົນ​ເສຍ​ຊີວິດ ສ່ວນ​ໃຫຍ່​ແມ່ນ​ຍ້ອນອາກາດໜາວເຢັນແລະຫົວ ໃຈວາຍ ຍ້ອນພາ
ກັນ​ອອກ​ໄປຊ້ວນ​ຫິມະ​ຢູ່​ຂ້າງ​ນອກ. ຫລັງຄາ​ເຮືອນ​ຈຳນວນ​ນຶ່ງ​ໄດ້ແຕກແຫງແລະ​ພັງ​ລົງ​
ມາ​ຍ້ອນ​ນໍ້າ ໜັກ​ຂອງ​ຫິມະ.

ຖະໜົນ​ຫົນທາງ​ຍັງ​ໄປມາ​ຫາ​ກັນ​ບໍ່​ໄດ້ ​ແລະ​ການ​ຫ້າມ​ຂັບ​ລົດ​ໄປມາ ໄດ້ມີຜົນບັງໃຊ້ ​ໃນ
​ຕອນ​ແລງ​ວັນ​ພະຫັດວານ​ນີ້ ຕະຫລາ​ດຂາຍ​ເຄຶ່ອງ​ກິນ​ຈຳນວນ​ນຶ່ງມີລາຍ​ງານ​ວ່າ ​ມີ​ຂອງ​
ກິນ​ທີ່​ຕ້ອງການ​ກິນເປັນ​ປົກ​ກະຕິ​ນັ້ນ ​ໜ້ອຍ​ລົງ ​ເຊັນ​ວ່າ ​ເຂົ້າ​ຈີ່ ​ແລະ​ນ້ຳນົມເປັນຕົ້ນ. ຢູ່​
ຕາມ​ເສັ້ນທາງໃຫຍ່ໆຂອງ​ລັດ​ນິວຢອກ ມີລົດ​ຂົນ​ສົ່ງ​ຫລາຍ​ກວ່າ 300 ຄັນ ​ພາກັນ​ຈອດ​
ປະ​ໄວ້ ​ເພື່ອລໍຖ້າ​ໃຫ້​ຫົນ​ທາງ​ເປີດຄືນ.

US SNOW VO
please wait
Embed

No media source currently available

0:00 0:00:56 0:00

XS
SM
MD
LG