ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການເຊົາສູບຢາ ກ່ອນຮອດ 40 ປີ ພາໃຫ້ອາຍຸ ຍືນຂຶ້ນອີກ 10 ປີໄດ້ (ວີດິໂອຮຽນອ່ານພາສາອັງກິດ)


ຊາວໜຸ່ມອິນໂດເນເຊຍ ທີ່ພາກັນສູບຢາ
ຊາວໜຸ່ມອິນໂດເນເຊຍ ທີ່ພາກັນສູບຢາ
ໃນສາລະຄະດີດ້ານສຸຂະພາບຂອງວີໂອເອມື້ນີ້ ເຮົາຂໍສະເໜີ
ລາຍງານກ່ຽວກັບບັນຫາ ທີ່ເກີດມາຈາກການສູບຢາ. ການສຶກ
ສາຄົ້ນຄວ້າບັ້ນໃໝ່ພົບວ່າ ຄົນທີ່ເຊົາສູບຢາກ່ອນຮອດອາຍຸ
40 ປີ ສາມາດມີຊີວິດຍືນນານເກືອບເທົ່າກັບພວກທີ່ບໍ່ເຄີຍ
ສູບຢາຈັກເທື່ອ.

ພວກນັກຄົ້ນຄວ້າທີ່ມະຫາວິທະຍາໄລ Toronto ປະເທດການາ
ດາລາຍງານວ່າ ການເຊົາສູບຢາກ່ອນຮອດອາຍຸ 40 ປີ ແມ່ນໄດ້ ນໍາເອົາເວລາເກືອບທັງໝົດ 10 ປີ ທີ່ການສູບຢາ ປົກກະຕິແລ້ວ ຫັກອອກຈາກຄວາມຍືນຂອງອາຍຸນັ້ນ ກັບຄືນມາໃຫ້ແກ່ຄົນໄດ້.

ແຕ່ນັ້ນກໍບໍ່ໄດ້ໝາຍຄວາມວ່າ ການສູບຢາແມ່ນປອດໄພຈົນກວ່າ
ອາຍຸຮອດ 40 ປີ. ຫົວໜ້ານໍາພາການສຶກສາຄົ້ນຄວ້າ ທ່ານ
Prabhat Jha ສາສະດາ ຈານ ສອນທີ່ມະຫາວິທະຍາໄລ Toronto ແລະຫົວໜ້າສູນ ກາງຄົ້ນຄວ້າດ້ານສຸຂະພາບ ໂລກ ທີ່ໂຮງໝໍ St. Michael ເວົ້າວ່າ ຜູ້ທີ່ເຄີຍສູບຢາຍັງມີ ຄວາມສ່ຽງສູງ ນການເສຍຊີວິດໄວກວ່າ ຜູ້ທີ່ບໍ່ເຄີຍສູບຢາຈັກເທື່ອໃນຊີວິດນັ້ນຢູ່.

ການສູບຢາຂອງຍິງໜຸ່ມ
ການສູບຢາຂອງຍິງໜຸ່ມ


ທ່ານ Jha ເວົ້າວ່າ “ບັດນີ້ ແມ່ນບໍ່ຖືກອີກແລ້ວ ທີ່ຈະເວົ້າ
ວ່າ ສິ່ງທີ່ດີທີ່ສຸດ ທີ່ຈະເຮັດກໍຄື ສູບຢາຈົນຮອດອາຍຸ 40
ປີແລ້ວຈຶ່ງເຊົາສູບ ເພາະວ່າ ຖ້າຫາກທ່ານເຮັດແນວນັ້ນ ທ່ານຍັງມີຄວາມສ່ຽງຕໍ່ການເສຍຊີວິດຢ່າງໜ້ອຍ 20%
ສູງກວ່າ ການທີ່ທ່ານເຊົາສູບຢາຕອນອາຍຸ 40 ປີ. ດຽວ
ນີ້ ຄວາມສ່ຽງ ດັ່ງກ່າວ ແມ່ນຕໍ່າກວ່າຄວາມສ່ຽງໃນການ
ສູບຢາຕໍ່ໄປອີກ ແຕ່ຢ່າງໃດກໍຕາມ ມັນຍັງເປັນອັດຕາທີ່
ສູງຢູ່. ກົງກັນຂ້າມ ພວກທີ່ເຊົາສູບຢາຕອນອາຍຸ 30 ປີ
ນັ້ນ ໂດຍພື້ນຖານແລ້ວ ເຂົາເຈົ້າມີຄວາມສ່ຽງຕໍ່ການເສຍຊີວິດທີ່ໃກ້ຄຽງກັບຜູ້
ທີ່ບໍ່ເຄີຍສູບຢາຈັກເທື່ອ ຊຶ່ງກໍໝາຍຄວາມວ່າ ພວກເຂົາເຈົ້າໄດ້ເອົາອາຍຸເກືອບ ເຕັມນຶ່ງທົດສະວັດນັ້ນ ກັບຄືນມາໄດ້ອີກ. ສະນັ້ນ ຂໍ້ຄວາມທີ່ຢາກໃຫ້ຮູ້ໃນນີ້ກໍຄື ຢ່າສູບຢາ, ແລະຖ້າທ່ານຫາກໄດ້ສູບແລ້ວ ກໍໃຫ້ເຊົາໄວເທົ່າທີ່ຈະໄວໄດ້.”


ນອກນັ້ນ ພວກນັກຄົ້ນຄວ້າ ຍັງໄດ້ພົບອີກວ່າ ຄວາມສ່ຽງຕໍ່ການເສຍຊີວິດຂອງຜູ້ຍິງທີ່ມີ ສາເຫດກ່ຽວຂ້ອງກັບການສູບຢາ ແມ່ນ 50% ສູງກວ່າ ອັດຕາທີ່ພົບຢູ່ໃນການສຶກສາ ຄົນຄວ້າໃນຊຸມປີ 1980. ການສຶກສາຄົ້ນຄວ້າຫລ້າສຸດນີ້ ແມ່ນໄດ້ກວດເບິ່ງບັນທຶກດ້ານ ສຸຂະພາບ ແລະການຕາຍຢູ່ໃນສະຫະລັດ ແຕ່ທ່ານ Jha ເວົ້າວ່າ ຜົນການຄົ້ນພົບນີ້ ສາ ມາດທີ່ຈະນໍາໄປໃຊ້ກັບທຸກຄົນໃນທົ່ວໂລກ ໄດ້.

ທ່ານ Jhaເວົ້າວ່າ: “ສິ່ງທີ່ການສູບຢາເຮັດກໍຄື ທະວີຄູນອັດຕາທີ່ເປັນພື້ນຖານ
ຂອງ ພະຍາດ ຢູ່ໃນປະຊາກອນຄົນໃດຄົນນຶ່ງໃຫ້ສູງຂຶ້ນ. ສິ່ງທີ່ການສຶກສາຄົ້ນ
ຄວ້ານີ້ ສະແດງໃຫ້ເຫັນຕື່ມຄວບຄູ່ກັນກັບການສຶກສາຄົ້ນຄວ້າສາມບັ້ນເມື່ອມໍ່ໆ
ມານີ້ ທີ່ຈິງແລ້ວ ກໍຄື ຖ້າຫາກທ່ານຈະຄູນຂຶ້ນການເພີ້ມທະວີຂອງຄວາມສ່ຽງດັ່ງ
ກ່າວ ແມ່ນສາມເທົ່າ. ສະນັ້ນ ການຄົ້ນພົບນີ້ສະເໜີໃຫ້ພວກເຮົາຮູ້ວ່າ ຄວາມ
ສ່ຽງຢູ່ທົ່ວໂລກອາດຈະສູງທີ່ສຸດ ຄືກັນກັບຢູ່ສະຫະລັດນີ້. ໂດຍພື້ນຖານແລ້ວ
ສິ່ງທີ່ພວກເຮົາພົບກໍຄື ຖ້າຫາກວ່າ ຜູ້ຍິງສູບຢາຄືກັນກັບພວກຜູ້ຊາຍ ພວກເຂົາ
ເຈົ້າກໍຈະເສຍຊີວິດ ຄືກັນກັບຜູ້ຊາຍ. ແລະກໍຄ້າຍຄືກັນ ຖ້າຫາກຊາວອິນເດຍ
ສູບຢາຄືກັນ ກັບຄົນອາເມຣິກັນ ກໍຈະເສຍຊີວິດຄືກັນກັບຄົນອາເມຣິກັນ. ຖ້າ
ຫາກຄົນຈີນສູບ ຢາຄືກັນກັບຄົນອາເມຣິກັນ ກໍຈະເສຍຊີວິດຄືກັນກັບຄົນອາ
ເມຣິກັນ.


ເບິ່ງວີດິໂອກ່ຽວຂ້ອງກັບເລື້ອງນີ້ ແລະຮຽນພາສາອັງກິດໄປພ້ອມ:



ທ່ານ Jha ກ່າວມ້ວນທ້າຍວ່າ ພຽງແຕ່ຫ້າປະເທດຄືບຣາຊິລ, ຈີນ, ຣັດເຊຍ, ອິນໂດເນເຊຍ
ແລະອິນເດຍເທົ່ານັ້ນ ແມ່ນເປັນບ່ອນຢູ່ອາໄສຂອງເຄິ່ງນຶ່ງ ຈໍານວນຄົນສູບຢາ ທັງໝົດຂອງ
ໂລກ ຊຶ່ງມີປະມານ 1 ພັນ 300 ລ້ານຄົນ ນັ້ນແລ້ວ. ຖ້າຫາກທ່າອ່ຽງໃນປັດຈຸບັນນີ້ ຍັງສືບ ຕໍ່ດໍາເນີນໄປ ບົດລາຍງານ ຂອງທ່ານບອກວ່າ ການສູບຢາຈະເອົາຊີວິດຂອງປະມານ 1 ພັນລ້ານຄົນໃນ ສັດຕະວັດທີ 21 ຊຶ່ງເປັນຈໍານວນທີ່ເພີ້ມຂຶ້ນຢ່າງຫລວງຫລາຍ ຈາກ
ຈໍານວນ 100 ລ້ານຄົນ ໃນສັດຕະວັດທີ 20 ນັ້ນ.

ການສຶກສາຄົ້ນຄວ້າດັ່ງກ່າວ ແມ່ນພິມເຜີຍແຜ່ໂດຍວາລະສານການແພດເຂດພາກຕາ ເວັນອອກສຽງເໜືອຂອງສະຫະລັດ ຫລື New England Journal of Medicine ສະ ບັບອອກ ເມື່ອວັນທີ 23 ມັງກອນຜ່ານມານີ້.
XS
SM
MD
LG