ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມົນ​ລະ​ພິດ​ອາກາດ ​ປົກ​ຄຸມ​ ເມືອງ ຮາບິນ ຂອງ​ຈີນ (ວີດີໂອ/ສະໄລດ໌)


Smog Shuts Down Chinese City
please wait

No media source currently available

0:00 0:00:43 0:00
ລິງໂດຍກົງ

ສະພາບມົນ​ລະ​ພິດ​ອາກາດ ທີ່ປົກຄຸມໃນ​ພາກ​ຕາ​ເວັນ​ອອກ ​ສຽງ​ເໜືອ ຂອງຈີນ

ມົນ​ລະ​ພິດ​ອາກາດ ທີ່​ເປັນຄັວນດໍາ​ ​ເກືອບ​ວ່າໄດ້​ປົກ​ຄຸມ​ແລະ
​ບົດ​ບັງ​ ເມືອງ Harbin ຢ່າງ​ສິ້ນ​ເຊີງ ທາງ​ພາກ​ຕາ​ເວັນ​ອອກ
​ສຽງ​ເໜືອ ຂອງ​ປະ​ເທດຈີນ ຊຶ່ງ​ໄດ້​ບັງຄັບ​ໃຫ້​ພວກ​ໂຮງ​ຮຽນປິດ
​ ການຈາລະຈອນ​ຕິດ​ຂັດ​ຢ່າງ​ໜັກ ​ແລະ​ສະໜາມ​ບິນ​ອັດລົງ.

​ເຈົ້າ​ໜ້າ​ທີ່​ກົມອຸຕຸນິຍົມ ​ໄດ້​ກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ​ ​ຝຸ່ນລະອອງ
ຢູ່​ໃນ​ອາກາດ ທີ່​ເປັນ​ພິດຕໍ່​ສຸຂະພາບຫລາຍ​ທີ່​ສຸດນັ້ນ ​ມີ​ປະ​ລິ
ມານ ​ທີ່​ສູງກ່ວາລະດັບປົກ​ກະຕິ ທີ່​ຖື​ວ່າ​ປອດ​ໄພ ຕາມ​ກົດ​ມາດ
ຕະຖານ​ສາກົນ​ຂອງ​ອົງການ​ອະນາ​ໄມ​ໂລກ ນັ້ນ ປະມານ 40 ​ເທົ່າ.


ອົງການ​ຂ່າວ​ຊິນ​ຮົວຂອງ​ທາງການຈີນ ​ໄດ້​ຖິ້ມ​ໂທດ ​ເຫດການ​ສຸກ​ເສີນນີ້ ໃສ່ມື້​ທໍາ​ອິດ ທີ່ມີ
​ການ​ເປີດ​ໃຊ້​ອາຍຮ້ອນເພື່ອ​ທໍາ​ຄວາມ​ອຸ່ນ ​ໃນ​ເມືອງ ສໍາລັບ​ລະດູ​ໜາວປີນີ້.

ຄັວນ​ເສຍຕ່າງໆ​ທີ່​ເກີດ​ມາ​ຈາກ​ການພັດທະນາ​ຢ່າງ​ໄວ​ ​ແລະ​ການ​ເຜົາ​ໄໝ້​ຖ່ານ​ຫີນ​ຢ່າງ​ຫຼວງ
​ຫຼາຍ​ ໃນທົ່ວ​ຈີນ​ນັ້ນ ​ໄດ້​ກະ​ຕຸ້ນ​ໃຫ້ການ​ນໍາພາ​ຂອງ​ປະ​ເທດ ​ໃຫ້​ຄໍາ​ໝັ້ນ​ສັນຍາວ່າ ຈະ​ທໍາ​ການ
​ປັບປຸງ​ແກ້​ໄຂ. ລັດຖະບານ​ ໄດ້​ໃຫ້​ຄໍາ​ໜັ້ນສັນຍາແບບ​ນີ້ ມາ​ໄດ້​ຫຼາຍໆ​ປີ​ແລ້ວ​ ​ແຕ່​ກໍມີບໍ່​ໄດ້​ມີ
​ຄວາມ​ກ້າວໜ້າ​ໃດໆ.

ເຈົ້າ​ໜ້າ​ທີ່ກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ຄັວນດໍາໜາ​ຕຶບ​ດັ່ງກ່າວ​ນີ້​ ຍັງ​ຈະ​ປົກ​ຄຸມຕົວ​ເມືອງ ​ຢູ່ໄປອີກ
​ຕະຫຼອດ 24 ຊົ່ວ​ໂມງ.
XS
SM
MD
LG