ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເກີດ​ສຸນາມິ ແຕ່ບໍ່ແຮງ ຫຼັງຈາກ ແຜ່ນດິນ​ໄຫວ​ ​ຢູ່ ​ຍີ່​ປຸ່ນ


ເກີດແຜ່ນດິນໄຫວ ຢູ່ນອກຝັ່ງທະເລຍິ່ປຸ່ນ 326 ກິໂລແມັດ
ເກີດແຜ່ນດິນໄຫວ ຢູ່ນອກຝັ່ງທະເລຍິ່ປຸ່ນ 326 ກິໂລແມັດ
ເຈົ້າ​ໜ້າ​ທີ່​ຍີ່ປຸ່ນ ​ໄດ້​ຍົກ​ເລີກ​ການ​ເຕືອນ ກ່ຽວ​ກັບຟອງຍັກ tsu-
nami ທັງ​ໝົດ ຫລັງ​ຈາກ​ໄດ້​ເກີດ​ແຜ່ນດິນ​ໄຫວ​ຂະໜາດ​ແຮງ ​
ແທກໄດ້ 7.1 ທີ່​ສັ່ນ​ສະ​ເທືອ​ນ ພື້ນ​ທະ​ເລ​ ໃນ​ບໍລິ​ເວນ​ພາກຕາ​
ເວັນ​ອອກ​ຂອງ​ຍີ່​ປຸ່ນ.

ອົງການສໍາ​ຫລວດ​ທໍລະນີວິ​ທະຍາ​ຂອງສະຫະລັດ ກ່າວ​ວ່າ ​ແຜ່ນ
ດິນ​ໄຫວຄັ້ງນີ້ ເກີດ​ຂື້ນ​ຢູ່ນອກ​ແຄມ​ຝັ່ງ​ທະ​ເລ​ອອກ​ໄປ 326 ກິ​ໂລ
​ແມັດໃນ​ເວລາປະມານ 3 ​ໂມງເຊົ້າຕາມ​ເວລາ​ທ້ອງ​ຖີ່​ນໃນວັນ​ເສົາ
ມື້ນີ້ແລະ​ມີ​ຈຸດ​ສູນ​ກາງ​ຢູ່​ໃຕ້​ໜ້າ​ນໍ້າ​ທະເລ​ລົງ​ໄປ 10
ກິ​ໂລ​ແມັດ.

​ແຜ່ນດິນ​ໄຫວຄັ້ງນີ້ ​ໄດ້​ເຮັດ​ໃຫ້​ເກີດຟອງ tsunami ຢູ່​ຕາ​ມຊາຍ​ຝັ່ງ​ທະ​ເລທາງ​ພາກ​ຕາ​ເວັນ​ອອກຂອງ​ຍີ່ປຸ່ນ ​ແຕ່​ບໍ່​ມີ​ລາຍ​ງານກ່ຽວ​ກັບ​ຄວາມ​ເສຍ​ຫາຍ.

​ແຜ່ນດິນ​ໄຫວ​ດັ່ງກ່າວ ​ແມ່ນ​ເກີດ​ຂຶ້ນປະມານ 400 ກິ​ໂລ​ແມັດ​ຫ່າງຈາກແຂວງ Fukushima ຂອງ​ຍີ່ປຸ່ນ ບ່ອນ​ຕັ້ງຂອງໂຮງ​ໄຟຟ້າ​ນິວ​ເຄລຍ Fukushima Daiichi ທີ່​ໄດ້​ຮັບຄວາມ​ເສຍ​ຫາຍ​ຢ່າງ​ໜັກ​ ຈາກ​ແຜ່ນດິນ​ໄຫວ ​ແລະ​ຟອງ​ຍັກ tsunami ​ໃນ
ເດືອນມີນາ​ ປີ 2011.
XS
SM
MD
LG