ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເສດຖະກິດຈີນ ຂະຫຍາຍຕົວຊ້າ ແລະ ລາຄານ້ຳມັນ ເຮັດໃຫ້ ຕະຫຼາດຮຸ້ນ ເອເຊຍ ຕົກຕ່ຳ


ແມ່ຍິງສອງຄົນ ຍ່າງຜ່ານກະດານຕະຫຼາດຮຸ້ນ ທີ່ສະແດງໃຫ້ເຫັນ ຕະຫຼາດຮຸ້ນ Nikkei ຂອງ ຍີ່ປຸ່ນ "ຂວາເທິງ" ແລະ ຕະຫຼາດຮຸ້ນ Hang Seng ຂອງ ຮົງກົງ, ລຸ່ມຊ້າຍ, ທີ່ບໍລິສັດຊື້ຂາຍຮຸ້ນ ໃນນະຄອນຫຼວງ ໂຕກຽວ. 20 ມັງກອນ, 2016.
ແມ່ຍິງສອງຄົນ ຍ່າງຜ່ານກະດານຕະຫຼາດຮຸ້ນ ທີ່ສະແດງໃຫ້ເຫັນ ຕະຫຼາດຮຸ້ນ Nikkei ຂອງ ຍີ່ປຸ່ນ "ຂວາເທິງ" ແລະ ຕະຫຼາດຮຸ້ນ Hang Seng ຂອງ ຮົງກົງ, ລຸ່ມຊ້າຍ, ທີ່ບໍລິສັດຊື້ຂາຍຮຸ້ນ ໃນນະຄອນຫຼວງ ໂຕກຽວ. 20 ມັງກອນ, 2016.

ລາຄາຕະຫຼາດຮຸ້ນເອເຊຍ ໄດ້ຕົກຕ່ຳລົງອີກຄັ້ງໜຶ່ງ ໃນວັນພຸດມື້ນີ້, ​ທັງ​ນີ້ກໍ​ເປັນ​ຍ້ອນ​ມີການຫຼຸດລາຄາລົງ​ຕື່ມ​ອີກ​ຂອງນ້ຳມັນໃນທົ່ວ ໂລກ, ເສດຖະກິດທີ່ຝຶດເຄືອງຂອງ ຈີນ ແລະ ການຄາດຄະ​ເນໃນ ແງ່ລົບ ກ່ຽວ​ກັບ ເສດຖະກິດໂລກໂດຍລວມສຳລັບປີນີ້.

ດັດຊະນີຮຸ້ນ Nikkei ຂອງ ຍີ່ປຸ່ນ ໄດ້ກ້າວເຂົ້າສູ່ສະ​ພາບ​ຕົກ​ຕ່ຳຢ່າງ ເປັນທາງການ ຫຼັງຈາກໄດ້ສູນເສຍເກືອບ 4​ ເປີເຊັນໃນຕອນທ້າຍ ຂອງການຊື້ຂາຍມື້ນີ້, ໃນຂະນະທີ່ ຮຸ້ນ Hang Seng ຂອງຮົງກົງ ໄດ້ຕົກ ລາຄາເຖິງ 3.5 ເປີເຊັນ ແລະຮຸ້ນ Kospi ຂອງ ເກົາຫຼີໃຕ້ ໄດ້ສູນເສຍ 2.3 ເປີເຊັນ. ດັດຊະນີຮຸ້ນ ຊຽງໄຮ້ ຂອງຈີນ ແລະ ASX/S&P 200 ຂອງອອສເຕຣເລຍ ໄດ້ຕົກລົງ 1.3 ເປີເຊັນ ໃນ ວັນພຸດມື້ນີ້.

ບັນດານັກລົງທຶນໄດ້ຫັນມາມອງໂລກໃນແງ່ຮ້າຍ ຫຼັງຈາກໄດ້ຮັບຂ່າວຮ້າຍເຖິງ 3 ຮອບໃນສັບ ປະດານີ້,​ ເລີ່ມດ້ວຍການປະກາດຂອງ ຈີນ ໃນວັນອັງຄານວານນີ້ ວ່າເສດຖະກິດຂອງຕົນໄດ້ ຂະຫຍາຍຕົວ 6.9 ເປີເຊັນໃນປີ 2015, ເປັນການຂະຫຍາຍຕົວທີ່ຊ້າທີ່ສຸດໃນຮອບ 25 ປີ ຕິດ ຕາມດ້ວຍການຕັດສິນໃຈໂດຍ ອົງການກອງທຶນສາກົນທີ່ຈະຫຼຸດການ ພະຍາກອນ ກ່ຽວກັບ ການຂະຫຍາຍຕົວຂອງເສດຖະກິດໂລກ ສຳລັບປີ 2016 ເປັນ 3.4 ເປີເຊັນ, ເຊິ່ງເປັນ 0.2 ເປີເຊັນຕ່ຳກວ່າການຄາດຄະ​ເນກ່ອນ​ໜ້ານີ້.

ຄວາມເສຍຫາຍເພີ່ມເຕີມໄດ້ເກີດຂຶ້ນເມື່ອລາຄານ້ຳມັນຂອງ ສະຫະລັດ ໄດ້ຫຼຸດລົງຕ່ຳກວ່າ 28 ໂດລາຕໍ່ຖັງ, ເປັນຂີດໝາຍທີ່ຕ່ຳທີ່ສຸດໃນຮອບ 12 ປີ, ຫຼັງຈາກອົງການພະລັງງານປະລະມະ​ນູສາກົນ ໄດ້ອອກບົດລາຍງານຕັກເຕືອນວ່າ ຕະຫຼາດນ້ຳມັນໂລກອາດຈະ“ຈົມລົງໃນການຈຳ ໜ່າຍທີ່ເກີນປະລິມານ” ໃນຂະນະທີ່ຄວາມຮຽກຮ້ອງຕ້ອງການໄດ້ຫລຸດ​ໜ້ອຍ​ລົງ.

XS
SM
MD
LG