ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ບັນດາປະເທດ ໃນແຫຼມ Balkan ຈະ​ບໍ່​ອະນຸຍາດ​ ໃຫ້​ອົບ​ພະຍົບ ຜ່ານ​​ແດນ​


ເດັກນ້ອຍຄົນໜຶ່ງຢ່າງຢຽບຂີ້ຕົມ ທີ່ສູນອົບພະຍົບ ໃກ້ກັບຊາຍ ແດນ Macedonia ແລະ Serbia,
ເດັກນ້ອຍຄົນໜຶ່ງຢ່າງຢຽບຂີ້ຕົມ ທີ່ສູນອົບພະຍົບ ໃກ້ກັບຊາຍ ແດນ Macedonia ແລະ Serbia,

Slovenia, Croatia ​ແລະ Serbia ກ່າວ​ວ່າ ​ເຂົາ​ເຈົ້າ​ຈະ​ບໍ່​ອະ
ນຸຍາດ​ ໃຫ້​ອົບ​ພະຍົບຜ່ານ​ຊາຍ​ແດນ​ຂອງ​ເຂົາ​ເຈົ້າ​ອີກ ​ແລະ​ບໍ່
​ມີແຜນ​ໃຫ້ການ​ຂໍ​ລີ້​ໄພພ້ອມ​ທັງອັດ​ຢ່າງ​ເປັນ​ທາງ​ການ​ໃນອັນ​ທີ່
ຮ້ອງ​ວ່າ “​ເສັ້ນທາງ Balkan” ທີ່​ຊາວ​ອົບ​ພະຍົບຫຼາຍ​ໆ​ຄົນ​ໄດ້​
ນຳ​ໃຊ້ ເພື່ອ​ມຸ້ງ​ໜ້າ​ໄປ​ສູ່​ປະ​ເທດ​ທີ່​ຮັ່ງມີ ​ໃນ​ພາກ​ຕາ​ເວັນ​ຕົກ​ຢູ​
ໂຣບ.

Slovenia ​ໄດ້​ປະກາດ​ວ່າ​ ຕົນ​ເລີ້ມ​ບັງຄັບ​ໃຊ້​ ນະ​ໂຍບາຍໃໝ່​
ໃນຕອນ​ທ່ຽງ​ຄືນວັນອັງຄານວານ​ນີ້ຊຶ່ງ Croatia ​ແລະ Serbia
ກໍກ່າວ​ວ່າ ເຂົາ​ເຈົ້າຈະ​ປະຕິບັດ​ເຊັ່ນ​ກັນ.

ນາຍົກລັດຖະມົນຕີ ເທີກີ ທ່ານ Ahmet Davutoglu, ຊ້າຍ, ກ່າວຕໍ່ ປະທານ ຄະນະກຳມະການສະຫະພາບຢູໂຣບ ທ່ານ Jean-Claude Juncker, ຂວາ, ແລະ ປະທານສະພາຢູໂຣບ ທ່ານ Donald Tusk, ກາງ.
ນາຍົກລັດຖະມົນຕີ ເທີກີ ທ່ານ Ahmet Davutoglu, ຊ້າຍ, ກ່າວຕໍ່ ປະທານ ຄະນະກຳມະການສະຫະພາບຢູໂຣບ ທ່ານ Jean-Claude Juncker, ຂວາ, ແລະ ປະທານສະພາຢູໂຣບ ທ່ານ Donald Tusk, ກາງ.

ການ​ເອົາ​ມາດ​ຕະການຂອງ Slovenia ​ແມ່ນ​ສອດຄ່ອງ​ກັບ​ຄຳ​ປະກາດ​ທີ່​ໄດ້​ມີ ຂຶ້ນ​ໃນ​ວັນ​
ຈັນ​ທີ່​ຜ່ານ​ມາຢູ່ກອງ​ປະຊຸ​ມສະຫະພາບຢູ​ໂຣບທີ່​ນະຄອນ Brussels ຊຶ່ງ​ບັນດາ​ສະມາຊິກ
ຂອງ​ສະຫະພາບ​ຢູ​ໂຣບ ຕ້ອງ​ກັບ​ຄືນໄປບັງຄັບ​ໃຊ້ ຂໍ້​ຕົກ​ລົງ​ການເປີດ​ຊາຍ​ແດນ Schen-
gen ທີ່​ກ່າວ​ວ່າ ບັນດາ​ປະ​ເທດ​ຕ່າງໆ​ສາ​ມາດ​ຫ້າມ​ການ​ເຂົ້າ​ປະ​ເທດຂອງ​ອົບ​ພະຍົບ​ໃດໆ
ກໍ​ຕາມ ທີ່​ບໍ່​ມີ​ແຜນຂໍລີ້​ໄພ​ຢູ່​ໃນ​ປະ​ເທດ​ດັ່ງກ່າວ.

ອົງການ​ຂ່າ​ວຣອຍ​ເຕີກ່າວ​ວ່າ ​ເຊື່ອ​ວ່າ​ມີ​ອົບ​ພະຍົບປະມານ 478,000 ຄົນໄດ້ ​ເຂົ້າໄປ​ໃນ
Slovenia ​ໃນ​ການ​ເດີນທາງ​ໄປ​ສູ່​ພາກ​ຕາ​ເວັນ​ຕົກຢູ​ໂຣບແຕ່​ວ່າ​ພຽງ​ແຕ່ 460 ຄົນໄດ້ຂໍ​ລີ້​
ໄພ​ຢູ່​ໃນ​ປະ​ເທດ.

ຫວ່າງບໍ່ເຫົ່າໃດມື້ທີ່ຜ່ານມານີ້ ຜາມບ່ອນຢູ່ອາໄສໄດ້ຕັ້ງຂື້ນຢູ່ໃກ້ກັບທາງລົດໄຟ ທີ່ Idomeni, Greece, ໃກ້ຊາຍແດນ Macedonia.
ຫວ່າງບໍ່ເຫົ່າໃດມື້ທີ່ຜ່ານມານີ້ ຜາມບ່ອນຢູ່ອາໄສໄດ້ຕັ້ງຂື້ນຢູ່ໃກ້ກັບທາງລົດໄຟ ທີ່ Idomeni, Greece, ໃກ້ຊາຍແດນ Macedonia.

Croatia ​ເປັນ​ສະມາຊິກ​ຂອງ​ສະຫະພາບຢູ​ໂຣບແຕ່ບໍ່​ໄດ້​ຢູ່​ໃນ​ເຂດຂອງ​ຂໍ້​ຕົກລົງ Schen-
gen ທີ່​ບໍ່​ຕ້ອງ​ໃຊ້ໜັງສືຜ່ານ​ແດນ​ນັ້ນໄດ້​ກ່າວ​ວ່າ​ ເລີ້ມ​ແຕ່​ວັນ​ພຸດມື້ນີ້​ເປັນຕົ້ນ​ໄປ​ຕົນຈະອະ
ນຸຍາດ​ໃຫ້​ແຕ່​ຜູ້​ທີ່​ມີເອກ​ກະສາ​ນ ແລະ​ໜັງສື​ຜ່ານ​ແດນ​ ທີ່​ຖືກຕ້ອງ​ເຂົ້າ​ປະ​ເທດ. ​ແລະ​ເຊີ​
ເບຍ​ ຊຶ່ງ​ບໍ່​ແມ່ນ​ສະມາຊິກ​ຂອງ​ສະຫະພາບ​ຢູໂຣບກໍໄດ້​ກ່າວ​ວ່າ ຕົນ​ຈະ​ປະຕິບັດ​ແບບ​ດຽວ​ກັບ Slovenia. ການ​ປະຕິບັດ​ທັງໝົດ​ນັ້ນ​ ຈະ​ຊ່ວຍ​ຍຸດຕິການ​ລັ່ງ​ໄຫຼຂອງ​ພວກ​ອົບ​ພະຍົບ
ຜ່ານ​ແຫລມ Balkan.

Europe-Turkey Deal to Stem Refugee Flow Criticized As ‘Inhumane’
please wait

No media source currently available

0:00 0:02:54 0:00

XS
SM
MD
LG