ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ພັກທີ່ປົກຄອງ ສະໂລວາເກຍ ໃນປັດຈຸບັນ ສູນເສຍ ສຽງ ສ່ວນຫຼາຍ ໃນສະພາ


ທ່ານ Robert Fico ປະທານ ພັກ SMER-Social Democracy ຖະແຫລງ ຕໍ່ສື່ມວນຊົນ ຫລັງຈາກການໂຕ້ວາທີ ທາງໂທລະພາບ ພາຍຫຼັງການເລືອກຕັ້ງໃຫຍ່ ໃນນະຄອນຫຼວງ
Bratislava, ປະເທດສະໂລວາເກຍ, ວັນທີ 6 ມີນາ 2016.
ທ່ານ Robert Fico ປະທານ ພັກ SMER-Social Democracy ຖະແຫລງ ຕໍ່ສື່ມວນຊົນ ຫລັງຈາກການໂຕ້ວາທີ ທາງໂທລະພາບ ພາຍຫຼັງການເລືອກຕັ້ງໃຫຍ່ ໃນນະຄອນຫຼວງ Bratislava, ປະເທດສະໂລວາເກຍ, ວັນທີ 6 ມີນາ 2016.

ພັກອຽງຊ້າຍຂອງສະໂລວາເກຍ ທີ່ປົກຄອງປະເທດໃນປັດຈຸບັນ
ຈະເລີ້ມຕົ້ນ ການເຈລະຈາ ກັບບັນດາພັກການເມືອງທີ່ນ້ອຍກວ່າ
ໃນວັນອາທິດມື້ນີ້ ໃນຄວາມພະຍາຍາມ ຈະຈັດຕັ້ງລັດຖະບານ
ປະສົມ ຫຼັງຈາກທີ່ໄດ້ສູນເສຍ ສຽງສ່ວນຫຼາຍຢູ່ໃນສະພາ ໃນການ
ເລືອກຕັ້ງຂອງວັນເສົາທີ່ຜ່ານມາ.

ໂດຍການນັບຄະແນນສຽງເກືອບທັງໝົດແລ້ວ ນາຍົກລັດຖະມົນຕີ
ຂອງສະໂລວາເກຍ ທ່ານ Robert Fico ສັງກັດພັກ Smer-
Social Democracy ໄດ້ຮັບໄຊຊະນະ ເກືອບ 30 ເປີເຊັນ ຂອງ
ການລົງຄະແນນສຽງ ໂດຍໄດ້ຮັບ 49 ທີ່ນັ່ງ ໃນຈຳນວນ 150 ທີ່ນັ່ງ
ໃນສະພາ ຊຶ່ງໄດ້ສູນເສຍການຮັບປະກັນວ່າ ເປັນສຽງສ່ວນຫຼາຍ
ຂອງ 83 ບ່ອນນັ່ງ ໃນລັດຖະບານຊຸດກ່ອນ. ພັກ Freedom and Solidarity ທີ່ສະໜັບ
ສະໜູນທຸລະກິດ ນຳມາເປັນອັນດັບທີສອງ ໂດຍໄດ້ຮັບຄະແນນສຽງ 12 ເປີເຊັນ ທີ່ຮັບ
ບ່ອນນັ່ງ 21 ບ່ອນ.

ທ່ານ Fico ໄດ້ໂຄສະນາຫາສຽງ ບົນພື້ນຖານການເນັ້ນໜັກໃສ່ການຕໍ່ຕ້ານອົບພະຍົບ
ຊຶ່ງເຮັດໃຫ້ Bratislava ເປັນຖັນແຖວດຽວກັນກັບ ປະເທດໂປແລນ ແລະ ຮັງແກຣີ ຜູ້ທີ່
ຄັດຄ້ານຕໍ່ ແຜນການຂອງສະຫະພາບຢູໂຣບ ເພື່ອຈະແບ່ງປັນພວກອົບພະຍົບ ໃຫ້ເທົ່າ
ທຽມກັນ ຜູ້ທີ່ໄດ້ຫລັ່ງໄຫລເຂົ້າມາໃນທະວີບ ເພື່ອຫລົບໜີ ຈາກຊີເຣຍ ອີຣັກ ແລະ ປະເທດ
ອື່ນໆທີ່ຖືກຄຸກຄາມໂດຍສົງຄາມ ທີ່ໄດ້ກໍ່ໃຫ້ເກີດວິກິດການອົບພະຍົບ ແລະດ້ານມະນຸດ
ສະທຳ ອັນຍິ່ງໃຫຍ່ຂອງຢູ່ໂຣບ ນັບຕັ້ງແຕ່ສົງຄາມໂລກຄັ້ງທີສອງມາ.

ໄຊຊະນະຂອງທ່ານ Fico ມີຂຶ້ນໃນຂະນະທີ່ ສະໂລວາເກຍ ຕຽມພ້ອມທີ່ຈະເຂົ້າຮັບຕຳແໜ່ງ
ເປັນປະທານວຽນ ຂອງສະຫະພາບຢູໂຣບ ໃນເດືອນກໍລະກົດ ຈະມາເຖິງນີ້.

ລວມຢູ່ໃນພັກການເມືອງທີ່ນ້ອຍກວ່າ ຜູ້ທີ່ໄດ້ຮັບໄຊຊະນະ ທີ່ນັ່ງໃນສະພາ ຂອງການເລືອກ
ຕັ້ງ ເມື່ອວັນເສົາວານນີ້ ແມ່ນມີພັກ Our Slovakia ທີ່ເປັນພວກຊາດນິຍົມທີ່ອຽງຂວາ
ຊຶ່ງໄດ້ຮັບ 8 ເປີເຊັນຂອງຄະແນນສຽງ. ຜູ້ນຳພັກດັ່ງກ່າວ ທ່ານນາງ Marian Kotelba
ແມ່ນເປັນຜູ້ເຫັນອົກເຫັນໃຈ ກຸ່ມນາຊີໃໝ່ ຜູ້ທີ່ໄດ້ສະແດງອອກເຖິງແນວຄິດອັນໜັກແໜ້ນ
ທີ່ຕໍ່ຕ້ານຊົນກຸ່ມນ້ອຍ Roma ຂອງສະໂລວາເກຍ.

Slovakia Politics
please wait
Embed

No media source currently available

0:00 0:00:52 0:00

XS
SM
MD
LG