ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຄອບຄົວຂອງ ຄົນຂັບລົດ ຕັກຊີຊາວປາກິສຖານ ດຳເນີນການ ຕໍ່ເຈົ້າໜ້າທີ່ ສຫລ


ປະຊາຊົນທີ່ອາໄສຢູ່ໃນທ້ອງຖິ່ນຂອງປະເທດ ປາກິສຖານ ຢືນຢູ່ໃກ້ຄຽງກັນ ອ້ອມລົດທີ່ກຳລັງມີໄຟລຸກໄໝ້ ຈາກຈາກຖືກຍິງດ້ວຍເຮືອບິນບໍ່ມີຄົນຂັບຂອງ ສະຫະລັດ. 21 ພຶດສະພາ, 2016.
ປະຊາຊົນທີ່ອາໄສຢູ່ໃນທ້ອງຖິ່ນຂອງປະເທດ ປາກິສຖານ ຢືນຢູ່ໃກ້ຄຽງກັນ ອ້ອມລົດທີ່ກຳລັງມີໄຟລຸກໄໝ້ ຈາກຈາກຖືກຍິງດ້ວຍເຮືອບິນບໍ່ມີຄົນຂັບຂອງ ສະຫະລັດ. 21 ພຶດສະພາ, 2016.

ຍາດຕິພີ່ນ້ອງຂອງຄົນຂັບລົດຕັກຊີຊາວປາກິສຖານ ຜູ້ທີ່ຖືກຂ້າຕາຍໃນສັບປະດາທີ່ຜ່ານ ມາ ໂດຍການໂຈມຕີຂອງເຮືອບິນບໍ່ມີຄົນຂັບຂອງສະຫະລັດ ທີ່ແນເປົ້າໃສ່ຜູ້ນຳຂອງກຸ່ມ ຕາລີບານ ຂອງ ອັຟການິສຖານ ໄດ້ຍື່ນຄຳຮ້ອງຕໍ່ຕຳຫຼວດຢ່າງເປັນທາງການຕໍ່ກັບບັນດາ ເຈົ້າໜ້າທີ່ ສະຫະລັດ ທີ່ບໍ່ຊາບຊື່.

ຄົນຂັບລົດທີ່ໄດ້ເສຍຊີວິດ, ທ້າວ Mohammad Azam ໄດ້ນຳສົ່ງຫົວໜ້າຂອງກຸ່ມ ຕາລີ ບານ ທ່ານ Mullah Mansoor ໃນເວລາທີ່ຈະຫຼວດໄດ້ຖືກຍິງຈາກເຮືອບິນບໍ່ມີຄົນຂັບໄສ່ ລົດຂອງພວກເຂົາເຈົ້າໃນແຂວງ Baluchistan ທາງພາກຕາເວັນຕົກສຽງໃຕ້ຂອງປະ ເທດສົ່ງ​ຜົນໃຫ້ທັງສອງຄົນເສຍຊີວິດ.

ຕຳຫຼວດໃນເມືອງ Noshki ຢູ່ເຂດຫ່າງ​ໄກສອນ​ຫຼີກຂອງປະເທດ, ບ່ອນທີ່ການໂຈມຕີ ດ້ວຍຈະຫຼວດໄດ້ມີຂຶ້ນເມື່ອວັນທີ 21 ພຶດສະພາທີ່ຜ່ານມາ, ໄດ້ຢືນຢັນໃນວັນອາທິດວານ ນີ້ວ່າ ພີ່ນ້ອງຂອງທ້າວ Azam ໄດ້ມີກຳນົດທີ່ຈະດຳເນີນການດ້ານກົດໝາຍ ໂດຍການ ຮ້ອງ​ຮຽນອຸທອນ​ໃນ​ອັນ​ທີ່ເອີ້ນວ່າ ການລາຍງານຂໍ້ມູນຂັ້ນໜຶ່ງຢ່າງ​ບໍ່​ເປັນ​ທາງ​ກາຕໍ່ບັນ ດາເຈົ້າໜ້າທີ່ ສະຫະລັດ ທີ່ບໍ່ຊາບຊື່.

ນ້ອງຂອງຄົນຂັບລົດຕັກຊີທີ່ເສຍຊີວິດໄດ້ກ່າວໃນການຟ້ອງຮ້ອງຂອງລາວວ່າ “ອ້າຍຂອງ ຂ້າພະເຈົ້າ, ຜູ້ເປັນພໍ່ຂອງລູກ 4 ຄົນ, ແມ່ນ​ເປັນຜູ້ບໍລິສຸດ ແລະ ເປັນຜູ້ທຳມາຫາກິນ ຄົນດຽວສຳລັບຄອບຄົວທີ່ຍາ​ຈົນຂອງລາວ.”

ລາວໄດ້ກ່າວວ່າ ທ່ານ Azam ບໍ່ໄດ້ມີການເຊື່ອມໂຍງກັບກຸຸ່ມກໍ່ການຮ້າຍ ແລະ ເຄີຍນຳສົ່ງ ຜູ້ໂດຍສານໃນລົດຕັກຊີຂອງລາວ ລະຫວ່າງເມືອງ Taftan, ເມືອງຊາຍແດນຕິດກັບປະ ເທດ ອີຣ່ານ ແລະ ເມືອງ Quetta ເມືອງຫຼວງຂອງແຂວງ Baluchistan.

ຜູ້ຟ້ອງຮ້ອງໄດ້ກ່າວເພີ່ມເຕີມວ່າ ຂ້າພະເຈົ້າຈະຊອກຫາຄວາມຍຸດຕິທຳ ແລະ ດຳເນີນ ການຕາມກົດໝາຍຕໍ່ກັບບັນດາເຈົ້າໜ້າທີ່ອາເມຣິກາ ​ໃຫ້ຮັບຜິດຊອບ​ໃນການໂຈມຕີນີ້. ຂ້າພະເຂົ້າບໍ່ຮູ້ຊື່ຂອງພວກເຂົາເຈົ້າ ແຕ່ສື່ມວນຊົນໄດ້ກ່າວເຖິງພວກເຂົາເຈົ້າ ໃນການອ້າງ ອີງເຖິງການໃຊ້ອາວຸດ​ໃນ​ການ​ສັງຫານອ້າຍຂອງຂ້າພະເຈົ້າ.

ທະນາຍຄວາມທີ່ມີຫ້ອງການຕັ້ງຢູ່ໃນເມືອງ Quetta ທ່ານ Tahir Hussain ໄດ້ກ່າວຕໍ່ ວີໂອເອວ່າ ຄອບຄົວຂອງທ່ານ Azam ເບິ່ງຄືວ່າຈະຫາທາງດຳເນີນຄະດີໂດຍບໍ່ມີໃຜເຂົ້າ ຮ່ວມ ຖ້າຫາກວ່າບັນດາເຈົ້າໜ້າທີ່ ສະຫະລັດ ບໍ່ຕອບຮັບ, ແລະ ອາດຈະພະຍາຍາມຜັກ ດັນໃຫ້ມີການຊົດ​ເຊີຍຄ່າເສຍຫາຍດ້ວຍເງິນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Video from Scene of Drone Strike, May 21, 2016
please wait

No media source currently available

0:00 0:00:23 0:00
XS
SM
MD
LG