ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານນາງ Park ​ຂໍ​ຂະ​ມາ​ໂທດ​ ຕໍ່ປະຊາຊົນ ກ່ຽວກັບ ອຸ​ປະຕິ​ເຫດ ​ເຮືອຫຼົ້ມ (ວີດີໂອ)


Sokor Ferry VOSOT
please wait
Embed

No media source currently available

0:00 0:01:47 0:00
ປະທານາທິບໍດີຂອງ​ເກົາຫຼີ​ໃຕ້ ທ່ານນາງ Park Geun-hye
​ໄດ້​ຂໍ​ຂະ​ມາ​ໂທດ​ ໃນ​ອັນ​ທີ່​ທ່ານນາງ​ເອີ້ນ​ວ່າ ການຂາດຕົກ
ບົກຜ່ອງຂອງລັດຖະບານທ່ານນາງໃນ​ການ​ຮັບ​ມືຂອງເຫດ
​ເຮືອຂ້າມຟາກຫຼົ້ມ ທີ່​ພາ​ໃຫ້ຜູ້​ຄົນຫຼາຍ​ກວ່າ 300 ຄົນ​ເສຍ​
ຊີວິດ ຫຼື​ບໍ່ກໍ​ຫາຍ​ສາບ​ສູນໄປນັ້ນ.

ໃນການຖະແຫຼງ​ຕໍ່​ຄະນະ​ລັດຖະບານ​ຂອງ​ທ່ານ​ນາງ ​ໃນ​ວັນ
​ອັງຄານ​ມື້​ນີ້ ປະທານາທິບໍດີ Park ​ໄດ້ຂໍ​ຂະ​ມາ​ໂທດ ທີ່ບໍ່
ສາມາດ​ປ້ອງ​ກັນ​ອຸ​ປະຕິ​ເຫດ​ເຮືອຫຼົ້ມ ໃນ​ວັນ​ທີ 16 ​ເມ​ສາ
ຜ່ານ​ມາ​ນີ້. ທ່ານ​ນາງ​ໃຫ້​ຄຳໝັ້ນສັນຍາ ວ່າ​ຈະ​ເພີ້​ມມາດ​ຕະຖານ
ເລື້ອງຄວາມ​ປອດ​ໄພ ​ແລະ​ການສ້າງຕັ້ງໜ່ວຍງານລັດຖະບານ ​
ເພື່ອ​ຮັບຜິດຊອບ​ຕໍ່ການເກີດອຸປະຕິເຫດ​ທີ່​ຮ້າຍ​ແຮງ​ຂະໜາດ​ໃຫຍ່.

ທ່ານນາງ Park ກ່າວວ່າ “ຂ້າພະ​ເຈົ້າ​ຄວນ​ທີ່​ຈະຂໍ​ຂະ​ມາ​ໂທດ ຕໍ່​ການທີ່​ບໍ່​ສາມາດ
ປ້ອງ​ກັນ ອຸປະຕິ​ເຫດ ​ແລະ​ການ​ຂາດຕົກບົກ​ຜ່ອງ​ໃນ​ການ​ເອົາ​ບາດກ້າວ​ຂັ້ນ
ທຳ​ອິດ​ນີ້. ຂ້າພະ​ເຈົ້າອົດ​ສົງ​ໄສບໍ່​ໄດ້​ຢູ່ວ່າ​ ​ ຄຳ​ຂໍ​ຂະ​ມາ​ໂທດນີ້ ຈະ​ຊ່ອຍ​ບັນ​ເທົາ
ຄວາມເຈັບ​ປວດ ​ໃຫ້ພວກ​ທີ່​ໄດ້ຮັບ ຜົນກະທົບ​ເຫຼົ່າ​ນີ້ຫລືບໍ່ ​ເພາະ​ມັນ​ກໍໄດ້​ເຮັດ
ໃຫ້ຫົວໃຈ​ຂອງ​ຂ້າພະ​ເຈົ້າເຈັບ​ປວດເຊັ່ນ​ກັນ. ຂ້າພະ​ເຈົ້າ ຂໍ​ຂະ​ມາ​ໂທດດ້ວຍ​ຫົວ​ໃຈ​ທີ່ຖ້ວມ​ລົ້ນ​ ຕໍ່​ພົນລະ​ເມືອງ​ໃນ​ທົ່ວ​ປະ​ເທດ ​ໃນ​ເຫດການ​ທີ່​ເຮັດ​ໃຫ້ມີຜູ້ຄົນ​ເສຍ​ຊີວິດ​ຢ່າງ​ຫຼວງຫຼາຍ ​ໃນອຸບ​ປະຕິ​ເຫດຄັ້ງ​ນີ້.”


ພວກ​ມະນຸດ​ກົບ​ ​ໄດ້​ພົບເຫັນຜູ້ເສຍຊີວິດແລ້ວ​ 193 ສົບ​ ໃນ​ຂະນະ​ທີ່​ພວກ​ເຂົາ​ເຈົ້າ
ຊອກ​ຄົ້ນ​ຫາ​ຕໍ່ໄປ​ໃນ​ກຳ​ປັ່ນຂ້າມ​ຟາກ Sewol ທີ່​ໄດ້ບັນທຸກຜູ້ໂດຍສານ​ ຊຶ່ງ​ສ່ວນ​ໃຫຍ່ແມ່ນພວກ​ນັກ​ຮຽນ​ມັດທະຍົມ​ປາຍ. ຍັງ​ມີ​ຜູ້​ໂດຍສານອີກ​ຫຼາຍ​ກວ່າ 100 ຄົນ ຍັງ​ຫາຍ​ສາບ​ສູນ ​ແລະ​ຄາດ​ວ່າ​ຈະ​ເສຍ​ຊີວິດ​ແລ້ວ.

ສະມາຊິກ​ຄອບຄົວ​ຫຼາຍໆ​ຄົນຂອງ​ພວກ​ເຄາະ​ຮ້າຍ ​ແມ່ນ​ໂກດ​ແຄ້ນຕໍ່​ການ​ທີ່​ພວກ
ໜ່ວຍກູ້​ໄພ​ໄດ້​ໃຊ້​ເວລາ​ນານ​ໂພດ ​ແລະ​ກ່າວ​ວ່າ ຄວນມີການດຳເນີນການ​ຫຼາຍໄປ​ກວ່າ​ນີ້ ​ເພື່ອ​ຊ່ອຍ​ຊີ ວິດ​ຜູ້​ຄົນ​ທີ່​ຕົກ​ຄ້າງ​ຢູ່​ໃນ​ເຮືອ​ລຳດັ່ງກ່າວ.

ນາຍົກລັດຖະມົນຕີ Chung Hong-won ​ໄດ້​ຍື່ນໃບລາ​ອອກ ຍ້ອນ​ອຸ​ປະຕິ​ເຫດໃນ​ຄັ້ງ​ນີ້ ​ແຕ່​ຍັງ​ບໍ່​ທັນອອກ​ຈາກ​ຕຳ​ແໜ່​ງເທື່ອ ຈົນ​ກວ່າ​ວ່າ​ເຫດການ​ທັງຫຼາຍ​ທັງ​ປວງນີ້
ຈະ​ຢູ່​ພາຍໃຕ້​ການຄວບ​ຄຸມ​ເສຍ​ກ່ອນ. ຄັ້ງນີ້ເປັນຄັ້ງ​ທຳ​ອິດ ທີ່​ທ່ານ​ນາງ Park ​ໄດ້​ກ່າວ​ຂໍ​ຂະ​ມາ​ໂທດ.
XS
SM
MD
LG