ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫລີ​ໃຕ້ ເຕືອນ ກ່ຽວກັບ ການທ້າທາຍ ຂອງເກົາຫຼີເໜືອ (ວີດີໂອ)


North Korea missile
please wait
Embed

No media source currently available

0:00 0:01:07 0:00
ລັດຖະມົນຕີປ້ອງ​ກັນ​ປະ​ເທດ​ເກົາຫລີ​ໃຕ້ ໄດ້​ເຕືອນ​ໃນ​ວັນ​ພຸດມື້​
ນີ້​ວ່າ ​ເກົາຫລີເໜືອ ອາດ​ຈະ​ທົດລອງ ອາວຸດນິວເຄລຍ ຫລື ລູກ
​ສອນ​ໄຟ​ໄລຍະ​ໄກຫຼັງຈາກ​ໄດ້ຍິງ​ລູກ​ສອນ​ໄຟ​ໄລຍະ​ສັ້ນຈຳນວນ
ນຶ່ງ ທີ່ກຸງໂຊ​ລ​ໄດ້​ປະນາມ​ວ່າ ເປັນການທ້າທາຍເກາະຜິດ.

ລັດຖະມົນ​ຕີປ້ອງ​ກັນ​ປະ​ເທດເກົາຫລີໃຕ້ ທ່ານ Kim Kwan-jin ​
ໄດ້​ກ່າວ​ຕໍ່ຄະນະ​ກຳມະການຂອງ​ສະພາ​ວ່າ ກຳລັງ​ທະຫານເກົາ
ຫລີ​ໃຕ້ແລະສະຫະລັດພາກັນ​ຕຽມ​ພ້ອມ ແລະທ່ານ"ບໍ່​ສາມາດ​
ທີ່​ຈະ​ບໍ່​ກ່າວເຖິງ ຫລືຍົກເວັ້ນ ໃນຄວາມເປັນ​ໄປ​ໄດ້”
ໃນ
ການ​ທົດ​ລອງລູກ​ສອນ​ໄຟໄລຍະ​ໄກ ຫລືອາວຸດນິວເຄລຍ.

ນັບ​ແຕ່ ວັນ​ພະຫັດແລ້ວນີ້ມາ ​ເກົາຫລີ​ເໜືອ ​ໄດ້​ຍິງ​ລູກ​ສອນ​ໄຟ ​ໄລຍະ​ສັ້ນ ຢ່າງ​ໜ້ອຍ
11 ລູກ ​ແລະ​ຍິງ​ປືນ​ໃຫຍ່ ​ເຂົ້າ​ໄປ​ສູ່ມະຫາ​ສະມຸດ ນອກ​ຝັ່ງ​ທະ​ເລ​ຂອງ​ຕົນ. ການ​ຍິງ
​ດັ່ງກ່າວ ສ​ະ​ແດງ​ໃຫ້​ເຫັນ​ວ່າ ​ເປັນ​ການ​ຕອບ​ໂຕ້ ຕໍ່​ການຊ້ອມລົບ​ຮ່ວມທາງ​ທະຫານ
ລະຫວ່າງສະຫະ​ລັດ ​ແລະ​ເກົາຫລີ​ໃຕ້ ທີ່ກຳລັງດຳເນີນຢູ່ ໃນເວລານີ້.

​ໂຄສົກ​ຄົນ​ນຶ່ງ​ຂອງ ກອງທັບ ເກົາຫລີ​ເໜືອ ​ໃນ​ວັນ​ພຸດ​ມື້​ນີ້ ຮ້ອງ​ການ​ທົດ​ລອງ​ວ່າ​
ເປັນ​ການ​ທົດ​ລອງຕາມ​ປົກກະຕິ ຖືກຕ້ອງຕາມກົດໝາຍ ​ແລະ​ເພື່ອ​ຈຸດປະ ສົງ​ໃນການ
ປ້ອງ​ກັນ​ຕົນ​ເອງ.

ໃນການຖະແຫຼງ​ຕໍ່ອົງການຂ່າວສູ​ນກາງຂອງທາງ ການ​ເກົາຫຼີເໜືອນັ້ນ ທ່ານ​ໄດ້​ປະຕິ​
ເສດ​ວ່າການ​ຍິງ​ດັ່ງກ່າວນີ້ໄດ້ສ້າງ​ຄວາມ​ເຄັ່ງ​ຕຶງເພີ້ມຂຶ້ນ.

​ໂຄສົກ​ຄົນ​ດັ່ງກ່າວ ​ໄດ້​ຖິ້ມໂທດໃສ່ກຸງ​ໂຊ​ລ ​ແລະວໍ​ຊິງ​ຕັນແທນ ທີ່​ໄດ້ທຳລາຍ​ຄວາມ​ໝັ້ນ
ຄົງ​ຢູ່​ໃນ​ຂົງ​ເຂດ ​ແລະ​ເຕືອນ​ວ່າ ຖ້າຫາກ​ເຂົາ​ເຈົ້າກ້າວ​ເກີນໄປ​ໄກ​ກວ່ານັ້ນ ລູກ​ສອນ​ໄຟ
ເຫຼົ່ານີ້ ຈະ​ບໍ່​ຖືກໃຊ້​ເພື່ອ​ເປັນ​ການ​ປ້ອງ​ກັນ​ຕົນເອງເທົ່ານັ້ນ.
XS
SM
MD
LG