ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫຼີໃຕ້ ເວົ້າວ່າ ເກົາຫຼີເໜືອ ເປັນຜູ້ທໍາ ການໂຈມຕີ ທາງອິນເຕີແນັດ (ວີດີໂອ)


ລັດຖະບານເກົາ​ຫລີ​ໃຕ້ ​​ພົບ​ວ່າ ​ເກົາຫລີ​ເໜືອ
​ເປັນ​ຜູ້​ຮັບຜິດ​ຊອບ ​​ໃນ​ການ​ໂຈມຕີທາງອິນ​ເຕີ​ແນັດ
ລັດຖະບານເກົາ​ຫລີ​ໃຕ້ ​​ພົບ​ວ່າ ​ເກົາຫລີ​ເໜືອ ​ເປັນ​ຜູ້​ຮັບຜິດ​ຊອບ ​​ໃນ​ການ​ໂຈມຕີທາງອິນ​ເຕີ​ແນັດ
ການສື​ບສວນຂອງລັດຖະບານເກົາ​ຫລີ​ໃຕ້ພົບ​ວ່າ ​ເກົາຫລີ​ເໜືອ
​ເປັນ​ຜູ້​ຮັບຜິດ​ຊອບ ໃນ​ການ​ໂຈມຕີທາງອິນ​ເຕີ​ແນັດ ​ເມື່ອ​ເດືອນ​
ແລ້ວນີ້ ຕໍ່ເວັບ​ໄຊ ຫລາຍໆ​ພະແນ​ກການ ຂອງ​ລັດຖະບານ​ເກົາ
ຫລີ​ໃຕ້ ​ແລະອົງການ​ຂ່າວ​ຕ່າງໆ.

ກະຊວງ​ວິທະຍາສາດຂອງເກົາ​ຫລີ​ໃຕ້ກ່າວ​ໃນ​ວັນ​ອັງຄານ​ມື້​ນີ້​
ວ່າ ຕົນ​ໄດ້​ຕິດ​ຕາມ​ ຕົ້ນຕໍຂອງທີ່ຢູ່​ໄອ​ພີຫຼື Internet protocol
ທີ່ໃຊ້​ໃນ​ການ​ໂຈມຕີນັ້ນ ​ແມ່ນມາ​ຈາກ​ເກົາຫລີ​ເໜືອ. ກະຊວງ​
ວິທະຍາ​ສາດ​ຍັງ​ກ່າວ​ອີກ​ວ່າ ​ລະຫັດທີ່ມີ​ຈຸດປະສົງ ຮ້າຍອື່ນໆ ​
ແລະ​ເທັກ​ນິກຕ່າງໆ​ທີ່​ໃຊ້ ກໍຄ້າຍຄື​ກັນ​ກັບ​ການ​ໂຈມຕີ​ໃນ​ຄັ້ງ
ຜ່ານ​ມາ ທີ່ມີ​ການໃສ່ກຸງພຽງ​ຢາງນັ້ນ.

​ການ​ໂຈມ​ຕີໃນ​ເດືອນ​ແລ້ວ​ນີ້ ​ໄດ້​ມີຂື້ນ​ໃນ​ໂອກາດ​ຄົບ​ຮອບ 63 ປີ​ຂອງ​ການ​ເລີ້ມ​ສົງຄາມເກົາຫລີ ຊຶ່ງ​ໄດ້​ເຮັດ​ໃຫ້​ເວັບ​ໄຊຂອງທໍານຽບສີຟ້າ ຂອງ​ປະທານາທິບໍດີ ​ແລະ​ພັກ​ນິຍົມ​ແນວທາງ​ເດີມ​ ຊຶ່ງ​ເປັນ​ພັກ​ລັດຖະບານ​ ​ຕະຫລອດ​ທັງ​ລະບົບ​ຄອມ ພິວ​ເຕີ້ຂອງ​ສື່ມວນ​ຊົນ​ຈຳນວນ​ນຶ່ງຕ້ອງ​ໄດ້​ປິດ​ລົງ. ເວັບ​ໄຊຂອງ​ເກົາຫລີ​ເໜືອຈໍາ ນວນ​ນຶ່ງ​ກໍ​ໄດ້​ຖືກ​ໂຈມຕີ ​ແລະ​ປິດ​ລົງ​ໃນ​ວັນ​ດຽວ​ກັນນີ້.

​ພວກ​ນັກ​ເຄື່ອນ​ໄຫວເຈາະ​ຂໍ້​ມູນ​ນາໆ​ຊາດ ຂອງ​ກຸ່ມ​ນິລະນາມ Anonymous ກ່າວ​ວ່າ ​ເຂົາ​ເຈົ້າ​ໄດ້​ວາງ​ແຜນ​ທີ່​ຈະ​ໂຈມຕີ​ເວັບ​ໄຊ​ຂອງ​ເກົາຫລີ​ເໜືອ ​ໃນ​ວັນ​ຄົບ​ຮອບດັ່ງກ່າວ. ​ແຕ່​ກໍ​ມີ​ລາຍ​ງານທີ່ຂັດ​ແຍ້​ງກັນ ​ໃນ​ໝູ່​ພວກ​ນັກ​ເຄື່ອນ​ໄຫວ​ຂອງ​ກຸ່ມ​ນິລະນາມ ທີ່​ກ່າວ​ອ້າງກ່ຽວ​ກັບ​ວ່າແມ່ນ​ໃຜແທ້ເປັນ​ຜູ້​ຮັບຜິດຊອບ​ຕໍ່​ການ​ໂຈມ​ ຕີ​ເຈາະ​ຂໍ້​ມູນ​ເວັບ​ໄຊຕ່າງໆ ຂອງ​ເກົາຫລີ​ໃຕ້.

korea cyber
please wait
Embed

No media source currently available

0:00 0:01:20 0:00
XS
SM
MD
LG