ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຣືອບິນບໍ່ມີຄົນຂັບ ສຫລ ສັງຫານ ພວກຫົວຮຸນແຮງ ຢ່າງໜ້ອຍ 6 ຄົນ ໃນປາກິສຖານ


ເຮືອບິນບໍ່ມີຄົນຂັບ ຫຼື Drone ຂະນະບິນປະຕິບັດການ ໃນເຂດຊາຍແດນ ລະຫວ່າງປາກີສຖານ ກັບ ອັຟການີສຖານ.
ເຮືອບິນບໍ່ມີຄົນຂັບ ຫຼື Drone ຂະນະບິນປະຕິບັດການ ໃນເຂດຊາຍແດນ ລະຫວ່າງປາກີສຖານ ກັບ ອັຟການີສຖານ.
​ເຈົ້າໜ້າ​ທີ່​ໃນ​ເຂດ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ປາ​ກີ​ສຖານ ​ເວົ້າ​ວ່າ ມີ​ການ ສົງ​ໄສ​ວ່າ​ ເຮືອບິນ ບໍ່ມີ​ຄົນ​ຂັບ ຫຼື​ໂດຣນ ຂອງ​ສະຫະລັດ ໄດ້​ສັງຫານ​ພວກ​ຫົວຮຸນ​ແຮງ​ຢ່າງ​ໜ້ອຍ​ຫົກ​ຄົນຢູ່​ເຂດ​ເມືອງ​ຊົນ​ເຜົ່າ ຢູ່​ເລາະ​ຊາຍ​ແດນ​ຕິດ​ກັບ ອັຟກາ​ນີສຖານ.

​ເຈົ້າໜ້າ​ທີ່​ເວົ້າ​ວ່າ ລູກ​ສອນ​ໄຟ​ສອງ​ລູກ​ຖືກ​ຍິງ​ເມື່ອ​ວັນ​ສຸກ​ມື້​ນີ້ ​ໃນ​ການ​ ​ໂຈມ​ຕີ​ເມືອງ Dargah Mandi ຂອງ​ວາ​ຊີຣີສຖານ​ເໜືອ ຊຶ່ງ​ເປັນ​ເຂດ​ທີ່ຮູ້ ກັນ​ດີ​ວ່າ​ເປັນ​ທີ່​ໝັ້ນ​ຂອງ​ກຸ່ມ​ເຄືອ​ຂ່າຍ Haggani ທີ່​ເຊື່ອມ​ໂຍງ​ກັບ​ກຸ່ມ​ ອາລຄາ​ອີ​ດາ​ນັ້ນ.

ການ​ໂຈມ​ຕີ​ດ້ວຍ​ເຮືອບິນ​ບໍ່​ມີ​ຄົນ​ຂັບ ຫຼື​ໂດຣນ ຂອງ​ສະຫະລັດ ນັບ​ວ່າ​ເປັນ ​ເລຶ່ອງກຽດ​ຊັງ​ກັນ​ທີ່​ສຸດ​ໃນ​ປາ​ກີ​ສຖານ. ຄື​ປາ​ກີ​ສຖານ​ໄດ້​ກ່າວ​ຕິຕຽນຊໍ້າ​ແລ້ວ​ຊໍ້າ​ອີກ ຕໍ່ການ​ໂຈມ​ຕີ​ດ້ວຍ​ເຮືອບິນ​ບໍ່​ມີ​ຄົນ​ຂັບ ວ່າ​ເປັນ​ສິ່ງ​ຜິດ​ກົດໝາຍ ​ແລະ​ລະ​ເມີດ​ອະທິປະ​ໄຕ​ຂອງ​ຕົນ ​ແຕ່​ເຈົ້າໜ້າ​ ທີ່​ສະຫະລັດ ກໍ​ເວົ້າ ວ່າ ການ​ໂຈມ​ຕີ​ດ້ວຍ​ວິທີ​ດັ່ງກ່າວ​ນີ້ ຖື​ວ່າ​ເປັນ​ເຄຶ່ອງມື​ທີ່​ສໍາຄັນຢ່າງ​ນຶ່ງ​ທີ່​ຈະ ​ເອົາ​ຊະນະ​ພວກ​ກໍ່​ການ​ຮ້າຍໄດ້.

ສະຫະລັດ ​ໄດ້​ລົດ​ການ​ປະຕິບັດ​ການ​ດ້ວຍເຮືອບິນ​ບໍ່ມີ​ຄົນ​ຂັບຂອງ​ຕົນ​ລົງ​ໃນ​ບໍ່​ເທົ່າ​ໃດ​ເດືອນ​ຜ່ານ​ມາ​ນີ້.
XS
SM
MD
LG