ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

6 ຄົນເສຍຊີວິດ ໃນເຫດ ຕຶກພັງ ຢູ່ຟິລາ​ແດ​ລ​ເຟຍ (ວີດີໂອ/ສະໄລດ໌)


ເຈົ້າໜ້າທີ່ກູ້ໄພສຸກເສີນ ທໍາການຊ່ອຍເຫຼືອໃນເຫດຕຶກຟັງ
ເຈົ້າໜ້າທີ່ກູ້ໄພສຸກເສີນ ທໍາການຊ່ອຍເຫຼືອໃນເຫດຕຶກຟັງ
ພວກພະນັກງານ​ກູ້​ໄພ​ໃນ ​ນະ​ຄອນຟິລາ​ແດ​ລ​ເຟຍ ລັດເພັນຊິລ​ເວ​ເນຍ ທາງ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ສະຫະລັດ ຍັງ​ສືບ​ຕໍ່​ຊອກ​ຄົ້ນ​ຫາ​ພວກ​ທີ່ອາດ​ຍັງ​ອາດລອດ​ຊີວິດ​ມາໄດ້​ໃນ​ວັນ​ພະຫັດ​ມື້​ນີ້ ນຶ່ງ​ມື້ຫຼັງ​ຈາກ​ທີ່​ ຕຶກ 4 ຊັ້ນ ທີ່ກໍາລັງ​ຢູ່​ໃນ​ການທັບມ້າງຖິ້ມນັ້ນ ​ໄດ້​ພັງ​ລົງ​ມາ​ໃສ່ ຮ້ານ​ຂາຍ​ເຄື່ອງເກົ່າ​ບໍລິຈາກ ທີ່​ຕັ້ງ​ຢູ່ໃກ້ກັນ​ນັ້ນ ​ເຮັດ​ໃຫ້ 6 ຄົນ​ເສຍ​ຊີວິດ.

​ໃນ​ຕອນ​ເດິກ​ວັນ​ພຸດ​ວານ​ນີ້ ​ພວກ​ກູ້​ໄພ​ຄົ້ນ​ພົບ​ແມ່ຍິງ​ຜູ້​ນຶ່ງ ທີ່​ຕົກ​ຄ້າງ​ຢູ່​ໃນ​ກ້ອງ​ຊາກ​ຫັກ​ພັງ​ຂອງ​ຕຶກ ​ເປັນ​ເວລາ​ຫຼາຍ​ກວ່າ 10 ຊົ່ວ​ໂມງ ຫຼັງ​ຈາກ​ເຫດ​ອຸບປະຕິ​ເຫດ​ດັ່ງກ່າວ ທີ່​ເຮັດໃຫ້ຈໍານວນ​ຂອງ​ພວກ​ທີ່​ລອດ​ຊີວິດ​ມາ​ໄດ້​ນັ້ນ ​ເພີ່ມ​ຂຶ້ນເປັນຢ່າງ​ນ້ອຍ 14 ຄົນ​ແລ້ວ.


​ເຈົ້າ​ໜ້າ​ທີ່ເມືອງ ກ່າວ​ວ່າ​ ບໍ່​ໄດ້​ມີ​ການກະທໍາ​ໃດ​ໆ​ທີ່​ເປັນ​ການລະ​ເບີ​ກົດລະບຽບ​ກ່ຽວ​ກັບ ​ຕຶກຫລັງ​ນັ້ນ; ພວກ​ເຂົາ​ເຈົ້າ​ກ່າວ​ວ່າ ບໍລິສັດ​ທີ່​ທໍາ​ການ​ຮື້​ມ້າງ ນັ້ນ​ກໍ​ມີໃບອະນຸຍາດ​ທີ່​ຖືກຕ້ອງ ສໍາລັບ​ທຸລະ​ກິດ​ຮື້​ມ້າງຕຶກ​ຂອງ​ເຂົາ​ເຈົ້າ​ຢູ່ໃນ​ເຂດ​ໃຈກາງ ນະ​ຄອນຟິລາ​ແດ​ລ​ເຟຍ.

​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ຍັງ​ບໍ່​ຮູ້​ວ່າ ມີ​ຜູ້​ຄົນ​ນ້ອຍ​ຫຼາຍປານ​ໃດ ທີ່ຢູ່​ໃນຮ້ານ​ຂາຍ
​ເຄື່ອງບໍລິຈາກ ຫຼື​ຢູ່​ທາງ​ຍ່າງ​ແຄມ​ຖະໜົນ ​ໃນ​ຕອນ​ທີ່ຕຶກພັງ​ລົງ ​ໃນ​ວັນ​ພຸດ​ວານນີ້.

US - Building Collapse
please wait

No media source currently available

0:00 0:00:45 0:00
XS
SM
MD
LG