ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພະນັກງານຊ່ອຍເຫຼືອ 6 ຄົນ ຂອງ ສປຊ ຖືກຂ້າຕາຍ ໃນປະເທດ ຊູດານໃຕ້


ພວກຖົງອາຫານ ທີ່ຖິ້ມລົງມາທາງອາກາດ ຈາກເຮືອບິນຂອງ ອົງການອາຫານໂລກ ໄດ້ຖືກໄຈ້ແຍກອອກ ຢູ່ໃນເມືອງ Padeah, ຂອງຊູດານໃຕ້.
ພວກຖົງອາຫານ ທີ່ຖິ້ມລົງມາທາງອາກາດ ຈາກເຮືອບິນຂອງ ອົງການອາຫານໂລກ ໄດ້ຖືກໄຈ້ແຍກອອກ ຢູ່ໃນເມືອງ Padeah, ຂອງຊູດານໃຕ້.

ບັນດາເຈົ້າໜ້າທີ່ ອົງການສະຫະປະຊາຊາດ ກ່າວວ່າ ພະນັກງານຊ່ອຍເຫຼືອດ້ານມະນຸດ
ສະທຳ 6 ຄົນ ຖືກດັກໂຈມຕີ ແລະໄດ້ເສຍຊີວິດ ໃນປະເທດ ຊູດານໃຕ້.

ບັນດາເຈົ້າໜ້າທີ່ໄດ້ກ່າວວ່າ ພວກພະນັກງານເຫຼົ່ານັ້ນໄດ້ຖືກຂ້າ ໃນວັນເສົາມື້ກ່ອນ ໃນ
ຂະນະທີ່ພວກເຂົາເຈົ້າ ກຳລັງເດີນທາງ ໃນຂະບວນລົດ ຈາກນະຄອນຫຼວງ ຈູບາ ໄປຍັງ
ເມືອງ Pibor ຢູ່ທາງຕາເວັນອອກຂອງປະເທດ.

ທ່ານ Eugene Owusu ເຈົ້າໜ້າທີ່ຂັ້ນສູງ ຮັບຜິດຊອບດ້ານມະນຸດສະທຳ ໃນຊູດານໃຕ້
ຂອງອົງການສະຫະປະຊາຊາດ ກ່າວວ່າ “ຂ້າພະເຈົ້າ ຕົກໃຈ ແລະ ໃຈຮ້າຍຫຼາຍ ໃນ
ການຄາດຕະກຳທີ່ໂຫດຫ້ຽມ ໃນເວລາທີ່ມີການຊ່ອຍເຫຼືອດ້ານມະນຸດສະທຳ ທີ່ໄດ້
ບັນລຸ ໃນລະດັບທີ່ບໍ່ເຄີຍມີມາກ່ອນ ຊຶ່ງມັນເປັນທີ່ຍອມຮັບບໍ່ໄດ້ເລີຍຢ່າງສິ້ນເຊີງ
ທີ່ພວກຄົນຜູ້ທີ່ພະຍາຍາມ ຈະໃຫ້ຄວາມຊ່ອຍເຫຼືອ ນັ້ນ ຖືກໂຈມຕີ ແລະ ຖືກຂ້າຕາຍ.”

ອົງການສະຫະປະຊາຊາດ ກ່າວວ່າ ການສັງຫານນັ້ນ ຖືວ່າ ເປັນຈຳນວນທີ່ສູງທີ່ສຸດ
ຂອງການເສຍຊີວິດຂອງພະນັກງານຊ່ອຍເຫຼືອ ໃນເຫດການອັນດຽວນີ້ ນັບຕັ້ງແຕ່ສົງ
ຄາມກາງເມືອງ ຂອງປະເທດ ໄດ້ເລີີ່ມຂຶ້ນ ໃນເດືອນທັນວາ ປີ 2013 ເປັນຕົ້ນມາ.
ພະນັກງານຊ່ອຍເຫຼືອ 12 ຄົນ ໄດ້ຖືກຂ້າຕາຍ ໃນປີນີ້ ຢູ່ໃນຊູດານໃຕ້ ແລະ 79​ ຄົນ
ໄດ້ຖືກຂ້າຕາຍ ນັບຕັ້ງແຕ່ ສົງຄາມກາງເມືອງ ໄດ້ເລີ້ມຕົ້ນຂຶ້ນ.

ອົງການສະຫະປະຊາຊາດ ຮັບຜິດຊອບດ້ານອົບພະຍົບ ລາຍງານວ່າ ຊາວຊູດານໃຕ້
1 ລ້ານ 6 ແສນຄົນ ໄດ້ພາກັນຫລົບໜີ ໄປປະເທດເພື່ອນບ້ານ ເພື່ອໜີຈາກໄພອຶດຢາກ
ການສູ້ລົບ ແລະ ໄພແຫ້ງແລ້ງ ຊຶ່ງໄດ້ເຮັດໃຫ້ປະເທດຊູດານໃຕ້ ກາຍເປັນປະເທດທີ່ມີ
ວິກິດການດ້ານອົບພະຍົບ ທີ່ເພີ່ມຂຶ້ນໄວທີ່ສຸດໃນໂລກ.

ອົງການດັ່ງກ່າວ ໄດ້ເອີ້ນອັດຕາການເຄື່ອນຍ້າຍຖິ່ນຖານ ຈາກປະເທດຊູດານໃຕ້ ນັ້ນ
ວ່າ ເປັນທີ່ໜ້າຕື່ນຕົກໃຈ ໂດຍມັນຈະສ້າງພາລະທີ່ແກ້ໄຂໄດ້ຍາກ ສຳລັບຂົງເຂດ.

ສົງຄາມກາງເມືອງ ຂອງຊູດານໃຕ້ ໄດ້ເຮັດໃຫ້ປະຊາຊົນ ຫຼາຍກວ່າ 3 ລ້ານ 5 ແສນ
ຄົນ ທັງຢູ່ພາຍໃນ ແລະ ນອກປະເທດ ຕ້ອງໄດ້ຍົກຍ້າຍອອກຈາກຖິ່ນຖານ. ອົງການ
ສະຫະປະຊາຊາດ ລາຍງານວ່າ ປະຊາຊົນ 4 ລ້ານ 8 ແສນ ຄົນ ຢູ່ພາຍໃນປະເທດ ຈະ
ພາ ກັນອຶດຫິວ ໂດຍຂະນະນີ້ ມີ 100,000 ຄົນ ພວມປະເຊີນກັບການຂາດແຄນອາຫານ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG