ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອີຈິບ ແລະ ລີເບຍ ໂຈມຕີ ເປົ້າໝາຍຂອງ ກຸ່ມລັດອິສລາມ ໃນລີເບຍ


ປ. Abdel Fattah el-Sissi ແຫ່ງອີຈິບ ກ່າວຖະແຫຼງ ຕໍ່ປະເທດຊາດ ຫຼັງຈາກ ກຸ່ມລັດອິສລາມເຜີຍແຜ່ ວີດີໂອ ທີ່ສະແດງໃຫ້ເຫັນ ການຕັດຄໍຊາວຄຣິສຕຽນອີຈິບ,
ວັນທີ 16 ກຸມພາ 2015.
ປ. Abdel Fattah el-Sissi ແຫ່ງອີຈິບ ກ່າວຖະແຫຼງ ຕໍ່ປະເທດຊາດ ຫຼັງຈາກ ກຸ່ມລັດອິສລາມເຜີຍແຜ່ ວີດີໂອ ທີ່ສະແດງໃຫ້ເຫັນ ການຕັດຄໍຊາວຄຣິສຕຽນອີຈິບ, ວັນທີ 16 ກຸມພາ 2015.

ກອງທັບ​ອີ​ຈິບ ແລະ​ລີ​ເບຍ ກ່າວ​ວ່າ ຝູງ​ເຮືອບິນ​ລົບ​ຂອງ​ພວກ
​ຕົນ ​ໄດ້​ທຳ​ການ​ໂຈມ​ຕີ​ ຕໍ່ກຸ່ມ​ລັດ​ອິສລາມ​ໃນ​ພາກ​ຕາ​ເວັນ​ອອກ​
ຂອງ​ລີ​ເບຍ ​ໃນການ​ຕອບ​ໂຕ້ຕໍ່ພວກ​ຫົວ​ຮຸນ​ແຮງ ​ທີ່ຕັດຄໍ​ພວກ
​ຊາວ​ຄຣິສຕຽນ ນິກາຍCoptic ​ອີ​ຈິບ 25 ຄົນ​ ທີ່​ຖືກ​ລັກ​ຈັບ​ໂຕ
​ໄປ​ໃນ​ລີ​ເບຍ​ນັ້ນ.

ການ​ຖິ້ມ​ລະ​ເບີດ ​ທີ່​ແນ​ເປົ້າ​ໝາຍ​ໃສ່​ຄ້າຍແລະ​ສາງ​ເກັບ​ອາວຸດ
ແຫ່ງຕ່າງໆຂອງ​ພວກ​ຫົວ​ຮຸນ​ແຮງ​ໃນ​ເມືອງ Darna ມີ​ຂຶ້ນ​ໃນ​
ເວລາ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ ຫຼັງ​ຈາກ​ກຸ່ມ​ລັດ​ອິສລາມ​ເປີດ​ເຜີຍ​ພາບ
​ວີ​ດີ​ໂອ ທີ່​ຢາກ​ສະ​ແດງ​ໃຫ້​ເຫັນ​ການ​ສັງຫານ​ຜູ້​ຄົນເຫຼົ່າ​ນັ້ນ.

Map of Libya showing Darna
Map of Libya showing Darna

ປະທານາທິບໍດີ​ອີ​ຈິບ ທ່ານ Abdel Fattah el-Sissi ​ໄດ້​ໃຫ້​ຄຳ​
ປະຕິຍານ​ໃນ​ຄຳ​ປາ​ໄສທາງ​ໂທລະພາບ ທີ່​ຈະຕອບ​ໂຕ້​ຕໍ່​ການ​ຕັດ​
ຄໍ​ພວກ​ຄົນ​ເຫຼົ່າ​ນັ້ນ ​ໂດຍ​ເອີ້ນວ່າ”​ເປັນ​ພຶດຕິ​ກຳ​ກໍ່​ການ​ຮ້າຍທີ່
ຊົ່ວ​ຊ້າ ໜ້າ​ຂະ​ຫຍະ​ຂະ​ແຫຍງ.”

ປະທານາທິບໍດີ Sissi ກ່າວ​ວ່າ “ອີ​ຈິບ​ມີ​ສິດທິ​ເພື່ອ​ທຳ​ການ​
ຕອບໂຕ້ ​ແລະ​ດ້ວຍ​ວິທີ​ການ​ຕ່າງໆ ​ແລະໃນເວລາ​ທີ່​ຕົນ​
ເຫັນ​ວ່າເໝາະ​ສົມເພື່ອ​ແກ້​ແຄ້ນ​ຕໍ່​ພວກ​ຄາດ​ຕະກອນ​ແລະ
​ອາ​ຊະ​ຍາກ​ອນ ທີ່ບໍ່​ມີ​ຄວາມ​ເປັນມະນຸດ​ ແມ່ນ​ແຕ່​ນ້ອຍ​ນັ້ນ. "

ພາບ​ວີ​ດີ​ໂອ​ນັ້ນສະ​ແດງ​ໃຫ້​ເຫັນ​ ພວກ​ຫົວ​ຮຸນ​ແຮງ​ທີ່​ສວມ​ໜ້າ​ກາກ ພາ ຜູ້​ຊາຍ​ຫຼາຍ​ຄົນ
ໃສ່ຊຸດ jumpsuit ສີ​ສົ້ມ ຍ່າງ​ເລາະ​ຊາຍ​ຫາດ​ແຄ​ມທະ​ເລ​ແຕ່ລະຄົນ. ຕໍ່​ມາ ພວກ​ຜູ້​ຊາຍ​ເຫຼົ່າ​ນີ້​ຖືກບັງຄັບ​ໃຫ້​ຄຸ​ກເຂົ່າ​ລົງ ​ແລະ​ນັກ​ຕໍ່ສູ້​ຫົວ​ຮຸນ​ແຮງ​ຄົນ​ນຶ່ງ​ກ່າວ ​ຕໍ່​ກ້ອງຖ່າຍຮູບ​ເປັນ​ພາສາ​ອັງກິດ ກ່ອນ​ພວກ​ເຂົາ​ຈະ​ຕັດຄໍພວກ​ຜູ້​ຊາຍ​ເຫຼົ່າ​ນີ້ ​ພ້ອມໆ​ກັນ.

​ໃນ​ຄຳ​ຖະ​ແຫລ​ງທີ່​ນຳ​ອອກ​ເຜີ​ຍ​ແຜ່​ຕອນ​ແລງ​ວັນ​ອາທິດ​ວານ​ນີ້ ​ໂຄສົກ​ທຳ​ນຽບຂາວ ທ່ານ Josh Earnest ​ໄດ້​ປະນາມ​ການ​ສັງຫານ​ດັ່ງກ່າວ ທີ່​ທ່ານ​ເອີ້ນ​ວ່າ ​"ເປັນ​ການ​ຕາດ​ຕະ
ກຳ​ທີ່​ຊົ່ວ​ຮ້າຍແລະຂີ້ຂາດ​ຕາຂາວ ​ແລະ​ວ່າ ຄວາມ​ຊົ່ວ​ຊ້າ​ປ່າ​ເຖື່ອນ​ຂອງ​ພວກ​ລັດ​ອິສລາມນັ້ນ ​ບໍ່​ມີ​ຂອບ​ເຂດ.
"

islamicstateegypt16february15
please wait

No media source currently available

0:00 0:01:57 0:00

XS
SM
MD
LG