ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄາດ​ວ່າ ທ່ານ Sissi ຈະໄດ້ຮັບ ໄຊຊະນະ ໃນການເລືອກຕັ້ງ ປະທານາທິບໍດີ ອີ​ຈິບ (ສະ​ໄລ​ດ໌/ວີດີໂອ)


ປ້າຍໂຄສະນາຫາສຽງຂອງ ທ່ານ Abdel-Fattah el-Sissi ອະດີຜູ້ບັນຊາການ ທະຫານອີຈິບ
ປ້າຍໂຄສະນາຫາສຽງຂອງ ທ່ານ Abdel-Fattah el-Sissi ອະດີຜູ້ບັນຊາການ ທະຫານອີຈິບ
ຊາວ​ອີ​ຈິບພາກັນໄປ​ປ່ອນ​ບັດ​ລົງ​ຄະ​ແນນ​ສຽງ ​ໃນວັນທີ​
ສອງ ​ແລະ​ກໍເປັນວັນສຸດ​ທ້າຍ ​ໃນ​ການ​ເລືອກ​ຕັ້ງປະທາ
ນາທິບໍດີ ທີ່​ຄາດ​ວ່າອະດີດຜູ້​ບັນຊາ​ການ​ທະຫານບົກ
ທ່ານ Abdel-Fattah el-Sissi ຈະໄດ້ຂຶ້ນ​ກຳ​ອຳນາດ​ນັ້ນ.

ນາຍົກລັດຖະມົນຕີ Ibrahim Mahlab ​ໄດ້​ປະກາດໃຫ້ວັນ
​ອັງຄານ​ມື້​ນີ້ ​ເປັນ​ວັນ ພັກລັດຖະ​ການ ​ເພື່ອຊຸກຍູ້​ໃຫ້​ຜູ້​ຄົນ
ໃນຈຳນວນຫຼາຍຂຶ້ນ ພາກັນ​ໄປ​ປ່ອນ​ບັດ​ລົງ​ຄະ​ແນນ​ສຽງ.

ຜົນ​ການ​ເລືອກ​ຢ່າງເປັນ​ທາງ​ການ ຍັງບໍ່​ມີ​ກຳນົດເປີດເຜີຍ
ໃຫ້ຊາບຈົນເທົ່າ​ອາທິດ​ໜ້າ​ແຕ່ທ່ານ Sissi ​ໄດ້​ຖືກ​ພິຈາລະ
ນາ​ມາ​ນານ​ແລ້ວ​ວ່າຈະ​ເປັນ​ຜູ້​ໄດ້ຮັບໄຊຊະ ນະ​ໃນ​ການເລືອກຕັ້ງ ທີ່ມີແຕ່​ນັກ​ການ
ເມືອງຝ່າຍ​ຊ້າຍ ທ່ານ Hamdeen Sa-bahi ພຽງຜູ້ດຽວເທົ່ານັ້ນ ລົງສະໝັກແຂ່ງ
ກັບທ່ານ​.

ທ່ານ Sissi ​ເປັນຜູ້ນຳພາ​ທະຫານ ຂັບ​ໄລ່​ອະດີດປະທານາທິບໍດີ Mohammed
Morsi ​ອອກຈາກຕຳແໜ່ງ ໃນ​ເດືອນ​ກຳ​ລະ​ກົດ​ແລ້ວ​ນີ້ ທີ່​ກໍ່​ໃຫ້​ເກີດ ​ມີການປະ​ທ້ວງ​
ຈາກພັກ​ພະລາ​ດອນ​ພາບມຸ​ສ​ລິ​ມຂອງ​ທ່ານ Morsi ​ແລະ​ມີການປາບປາມ ຢ່າງຮຸນ
​ແຮງໂດຍພວກທະຫານ ທີ່ເຮັດ​ໃຫ້​ຫຼາຍ​ກວ່າ 1000 ຄົນເສຍ​ຊີວິດ. ຜູ້ນຳ​ພັກພະລາ
​ດອນ​ພາບຫລາຍ​ຄົນ​ໄດ້​ຖືກ​ຈັບ ​ແລະ​ທ່ານ Sissi ກ່າວ​ວ່າ ກຸ່ມ​ອິສລາມຫົວຮຸນແຮງ
ດັ່ງກ່າວ ບໍ່​ມີ​ອະນາ​ຄົດ​ ຢູ່ໃນ​ອີີ​ຈິບ.

ພັກ​ພະລາດອນ​ພາບມຸສລິ​ມ ​ໄດ້​ຮຽກຮ້ອງ​ໃຫ້ຊາວ​ອີ​ຈິບ ພາກັນ​ຮວມຫົວປະ​ທ້ວງ ຫລື
ບອຍຄອດ ຕໍ່ອັນ​ທີ່​ກຸ່ມ​ດັ່ງ​ກ່າວ​ຮ້ອງ​ວ່າ ການ​ເລືອກ​ຕັ້ງ​ທີ່​ບໍ່​ຖືກຕ້ອງ​ຕາມກົດ ໝາຍນັ້ນ.
EGYPT ELECTIONS VOSOT
please wait
Embed

No media source currently available

0:00 0:01:36 0:00
XS
SM
MD
LG