ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນັກຄົ້ນຄວ້າ ຄົ້ນພົບ ຢາຮັກສາ ໂຣກຕັບອັກເສບ ທີ່ໄດ້ຜົນ ແລະ ລາຄາຖືກ (ວີດີໂອ ພາສາລາວ ທີ່ກ່ຽວຂ້ອງ)


ຄົນປ່ວຍພະຍາດ ຕັບອັກເສບ ກຳລັງໄດ້ຮັບການປິ່ນປົວ ຢູ່ໂຮງໝໍ ບ້ານ El Sereif, ເຂດ Darfur ເໜືອ, ປະເທດ Sudan
ຄົນປ່ວຍພະຍາດ ຕັບອັກເສບ ກຳລັງໄດ້ຮັບການປິ່ນປົວ ຢູ່ໂຮງໝໍ ບ້ານ El Sereif, ເຂດ Darfur ເໜືອ, ປະເທດ Sudan

ໂຣກ​ຕັບ​ອັກ​ເສບ ປະ​ເພ​ດ C, ​ເຊິ່ງເປັນໂຣກຕັບທີ່ຮ້າຍແຮງ
ຊະນິດໜຶ່ງ, ​ໄດ້​ສົ່ງ​ຜົນ​ກະທົບ​ຕໍ່ປະຊາກອນໂລກ ​ປະມານ
3 ເປີເຊັນ ໂດຍສະເພາະ​ໃນທະວີບ ອາຟຣິກາ ແລະ ​ເອ​ເຊຍ.
ຢາປິ່ນປົວສະນິດໃໝ່ ສາມາດຮັກສາພະຍາດທີ່ຮ້າຍແຮງນີ້ໄດ້
ຢ່າງມີປະສິດທິຜົນ, ແຕ່ວ່າ ລາຄາຢາແມ່ນສູງຫຼາຍ. ຢ່າງ​ໃດ
​ກໍ​ຕາມ Jessica Berman ນັກຂ່າວວີ​ໂອ​ເອ ລາຍງານວ່າ ນັກ
ຄົ້ນຄວ້າໄດ້ຄົ້ນພົບວ່າ​ ມີຢາຕ້ານພູມແພ້ລາຄາຖືກ ທີ່ສາມາດ
ນຳມາປິ່ນປົວ ພະຍາດຕັບອັກເສບປະ​ເພດ C ​ໄດ້. ພຸດທະ​ສອນ
ນ້ອງ​ໃໝ່​ຂອງ​ເຮົາ ມີ​ລາຍ​ລະອຽດ​ມາສະ​ເໜີ​ທ່ານ.

ຢາ Chlorcyclizyne HCL ​ແມ່ນ​ຢາ​ຕ້ານ​ພູມແພ້​ຊະ​ນິດ​ໜຶ່ງ ​ທີ່ໃຊ້​ກັນ​ມາ​ເປັນ​ເວລາ​ເຄິ່ງສະຕະວັດ​ແລ້ວ ເພື່ອ​ປິ່ນ​ປົວ​ອາການ​ພູມແພ້.

​ມາ​ບັດ​ນີ້ ບັນດານັກ​ຄົ້ນ​ຄວ້າ ​ຢູ່ສະ​ຖາ​ບັນ​ສຸຂະພາບ​ແຫ່ງຊາດ​ສະຫະລັດ​ ຫຼື NIH ໄດ້ຄົ້ນ​ພົບ​ວ່າ ຢາ Chlorcyclizine ​ແລ​ະ ພວກຢາ​ທີ່ຈັດຢູ່ໃນ​ປະ​ເພດ​ດຽວ​ກັບ​ມັນ ອາດສາມາດ​ໃຊ້ປິ່ນປົວໂຣກ​ຕັບ​ອັກ​ເສບ​ ຢ່າງ​ໄດ້ຜົນ ເຊັ່ນ​ກັນ.

ການ​ຄົ້ນ​ພົບ​ກ່ຽວ​ກັບຢາ Chlorcyclizine ໄດ້​ມີ​ຂຶ້ນ ​ໂດຍໃຊ້​ວິທີກວດ​ແລະ​ວິ​ເຄາະພວກ​ສານ​ປະກອບ​ໃນ​ຕົວ​ຢາ​ ຢ່າງ​ລະອຽດ ​ໂດຍ​ອິງ​ໃສ່ ເຊ​ລຂອງ​ຜິ​ວໜັງ ຜ່ານ​ການ​ສ່ອງ​ກ້ອງ​ຈຸລະທັດ. ວິທີ​ການ​ດັ່ງ​ກ່າວ​ຈະ​ວິເຄາະ​ສານ​ປະກອບ​ທີ່​ໄດ້​ຮັບ​ການ​ຮອງ​ຮັບ​ຈາກ​ລັດຖະບານ ​ນັບ​ພັນ​ຊະນິດ​ຢ່າງ ​ໄດ້​ຢ່າງ​ໄວ ເພື່ອ​ເບິ່ງຄວາ​ມມີ​ປະ​ສິດ​ທິພາ​ບຂອງ​ຢາ ​ໃນ​ການຕໍ່​ຕ້ານ ການ​ຕິດ​ເຊື້ອ​ໄວ​ຣັສ​ ແລະ​ເຊື້ອ bacteria.

ລາຍ​ງານກ່ຽວ​ກັບການ​ຄົ້ນຄວ້າ​ນີ້ ​ໄດ້​ຖືກ​ພິມ​ອອກໃນ​ວາລະ​ສານ Science Translational Medicine.

ຢາ Chlorcyclizine ​ແລະ ຢາ​ຄ້​າຍຄື​ກັນ ທີ່ “ນຳ​ມາ​ໃຊ້ຄືນເພື່ອເປົ້າ​ໝາຍ​ອັນ​ໃໝ່” ​ແມ່ນ
ປິ່ນປົວ​ໂຣກ​ຕັບ​ອັກ​ເສບ ປະ​ເພ​ດ C ດ້ວຍ ການສະກັດກັ້ນ​ເຊື້​ອ​ໄວຣັສ ​ເພື່ອ​ບໍ່​ໃຫ້ມັນໄປຕິດ
ຕໍ່ ໃສ່ເຊລຂອງຕັບ.

ທ່ານ Jake Liang ເປັນຫົວໜ້າສາຂາພະຍາດກ່ຽວກັບຕັບ ຢູ່ທີ່ສະຖາບັນໂຣກເບົາຫວານ,
​ໂຣກກ່ຽວ​ກັບລະບົບການຍ່ອຍອາຫານ ແລະ ພະຍາດໝາກໄຂ່ຫຼັງ ຂອງສະຖາບັນ NIH ໃກ້ໆນະຄອນຫຼວງ Washington, DC, ບ່ອນ​ທີ່ມີ​ການຄົ້ນພົບຢາ​ນີ້.

​ທ່ານ Liang ກ່າວ​ວ່າ “​ເຊື້ອ​ໄວຣັສຈະສື​ບຕໍ່ຕິດ​ແປດໃສ່​ເຊ​ລ​ໃໝ່​ຕໍ່​ໄປ​ເລື້ອຍໆ​.
ດັ່ງ​ນັ້ນ, ຄວາ​ມຄິດ​ຂອງ​ພວກ​ເຮົາ​ກໍແມ່ນວ່າ ຖ້າວ່າ​ເຮົາ​ສາມາດ​ປ້ອງ​ກັນ
ແລະທຳລາຍຂະ​ບວນການຕິດ​ເຊື້ອຕໍ່ໆ​ໄປ​ນັ້ນ​ໄດ້ ເຊ​ລທີ່​ຕິ​ດ​ເຊື້ອໄວຣັສນັ້ນ ​
ກໍ່ຈະ​ຕາຍ​ໃນ​ທີ່​ສຸດ ດັ່ງທ່ານ​ກໍ່​ຈະ​ບໍ່​ມີ​ເຊ​ລທີ່ ​ຕິ​ດ​ເຊື້ອພະຍາດ ຕໍ່​ໄປ​ອີກ.”

​ໂຣກ​ຕັບ​ອັກ​ເສບ ປະ​ເພດ C ແມ່ນຈະແຜ່ເຊື້ອອອກ​ໄປ ຜ່ານການ ສຳພັດທາງເພດ ຫລື​ມີ
ເພດ​ສຳພັນ ແລະການ​ໃຊ້ເລືອດທີ່ຕິດເຊື້ອ​ໄວຣັສຕັບ​ອັກ​ເສບ​ຢູ່​ແລ້ວ. ມັນສາມາດກໍ່ໃຫ້ ເກີດພາວະຕັບລົ້ມເຫຼວ,ມະເຮັງ ແລະ ໂຣກຕັບແຂງ ຫຼື ຕັບແຂງຕົວ.

ມີຫຼາຍລ້ານຄົນໃນທົ່ວໂລກ ມີເຊື້ອ​ໄວຣັສ ຕັບອັກເສບ ປະເພດ C ຫຼື ລົ້ມ​ປ່ວຍ​ຍ້ອນ​ພະຍາດ​ນີ້. ທ່ານ Liang ​ໃຫ້​ຂໍ້​ສັງ​ເກດ​ວ່າ ​ເວລາ​ນີ້ ມີວິທີການ​ປິ່ນ​ປົວ​ທີ່​ໄດ້ຜົນແລ້້ວ.

ທ່ານ Liang ກ່າວ​ວ່າ ​ແຕ່​ວ່າ​ຢາທີ່​ໃຊ້​ຢູ່​ໃນ​ປະ​ຈຸ​ບັນນີ້ ​ແມ່​ນ​ມີ​ລາ​ຄາ ແພງ​ຫຼາຍ,​ ​
ມີ​ຜົນ​ຂ້າງຄຽງ ​ແລ​ະ ມີ​ການ​ດື້​ຢາ. ນອກນັ້ນ​ແລ້ວ ຢາ​ພວກ​ນີ້ ກໍມີ​ຜົນ​ຕໍ່ບາງ​ອາ
ການ​ຂ​ອງ​ໂຣກ​ຕັບ​ອັກ​ເສບ​ເທົ່າ​ນັ້ນ. ດັ່ງ​ນັ້ນ​ຕໍ່ໜ້າ​ບັນ​ຫາ​ຕ່າງໆ​ເຫລົ່າ​ນີ້, ຂ້າພະ
​ເຈົ້າ​ຄິດ​ວ່າ ຍັງ​ມີ​ຄວ​າມຕ້ອງການ ​ເພີ່ມ​ເຕີມ​ໃນ​ການ​ປິ່ນປົວ ​ໂຣກຕັບ​ອັກ​ເສບ.”

ລາຄາ​ສຳ​ລັບ​ຢາ​ປິ່ນປົວ​ໂຣກ​ຕັບ​ອັກ​ເສບ ປະ​ເພ​ດ C ​ໃນ​ປະ​ຈຸ​ບັນ​ນີ້​ແມ່ນ​ປະມານ 84,000 ​ໂດ​ລາ ສຳ​ຫລັບກິນ​ເປັນ​ເວລາ 12 ອາທິດ. ​ແຕກ​ຕ່າງ​ກັບ ​ຢາ Chlorcyclizine ທີ່ມີ​ລາຄາ
ພຽງ​ປະ​ມານ 50 ​ເຊັນ ຫລື ​ເຄິ່ງ​ໂດ​ລາ ຕໍ່​ເມັດ.

ຂັ້ນ​ຕອນ​ຕໍ່​ໄປ​ຂອງ​ນັກ​ຄົ້ນຄວ້າ​ ແມ່ນ​ສຶກສາ​ເພື່ອກຳນົດວ່າ ​ຈະຕ້ອງ​ໃຊ້ ຢາ​ຕ້ານພູມ​ແພ້​ Chlorcyclizine ອັນ​ນີ້ ຫລາຍ​ສ່ຳ​ໃດ ຈຶ່ງ​ຈະ​ຮັກສາ ໂຣກ​ຕັບ​ອັກ​ເສບ​ ປະ​ເພດ C ​ໃຫ້ຫາ​ຍ
ດີ​ໄດ້.

ວີດີໂອ ພາສາລາວ ກ່ຽວກັບຢາລາຄາແພງ ທີ່ໃຊ້ປິ່ນປົວໂຣກເຕັບອັກເສບ ປະເພດ C:

XS
SM
MD
LG