ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເຂດ Silicon Valley ມີຄວາມລັບ ແຫ່ງ ຄວາມສຳເລັດ ໃຫ້ກັບທຸກຄົນ


Silicon Valley's Secrets Available to All
please wait

No media source currently available

0:00 0:02:32 0:00

ບັນດາຜູ້ຊ່ຽວຊານ, ຜູ້ປະກອບທຸລະກິດ ແລະ ພວກນັກຮຽນຈາກທົ່ວໂລກ ໄດ້ເດີນ
ທາງໄປຢ້ຽມ Silicon Valley ໃນລັດ ຄາລິຟໍເນຍ ເພື່ອຮຽນຮູ້ຄວາມລັບ ກ່ຽວກັບ ຄວາມສຳເລັດ ຂອງມັນ. ນັກຂ່າວວີໂອເອພາສາ ອິນໂດເນເຊຍ Vina Mubtadi ມີລາຍງານ ກ່ຽວກັບ ວິທີທີ່ທ່ານສາມາດເດີນຕາມຮອຍຂອງພວກເຂົາເຈົ້າ. ເຊິ່ງວ່າ ຈະເປັນແນວໃດນັ້ນ, ພຸດທະ ສອນ ມີລາຍລະອຽດມາສະເໜີທ່ານ.

​ເຂດ Silicon Valley ແລະ ຂົງເຂດອ່າວທະເລ​ໃນ​ນະຄອນ San Francisco ໄດ້
ເປັນແຫຼ່ງຜູ້ນຳໃນດ້ານເທັກໂນໂລຈີ ແລະ ນະວັດຕະກຳໃໝ່ມາເປັນເວລາດົນນານ
ແລ້ວ. ທຸກໆບໍລິສັດຍັກໃຫຍ່ດ້ານເທັກໂນໂລຈີ ໄດ້ຕັ້ງຂົງເຂດນີ້ເປັນສຳນັກງານ ຂອງ ພວກເຂົາເຈົ້າ, ໃນຂະນະທີ່ພວກບໍລິສັດທີ່ສ້າງຕັ້ງໃໝ່ ສືບຕໍ່ຈະເລີນຮຸ່ງເຮືອງ.

ທ່ານ Mohammad Ibrahim ຕົວແທນອົງການ Leaders ຈາກ ສະຫະລັດ ກ່າວວ່າ
“​ເຂດ Silicon Valley ແມ່ນສູນລວມແຫ່ງເທັກໂນໂລຈີ, ຢູ່ບ່ອນນີ້, ແມ່ນອຸດົມ ສົມບູນໄປດ້ວຍສາລະເນື້ອຫາ ແລະ ຄວາມມັ່ງຄັ້ງ ຂອງແນວຄິດທີ່ສຸດຍອດ ແມ່ນຕັ້ງຢູ່ໃນສະຖານທີ່ໜຶ່ງ ທີ່ເປັນຈຸດເພັ່ງເລັງ.”

ທ່ານ Mohammad Ibrahim ແມ່ນຕົວແທນຂອງອົງການໜຶ່ງທີ່ເອີ້ນວ່າ Leaders.

ທ່ານໄດ້ເຊື້ອເຊີນບັນດາບໍລິສັດໃໝ່ຈາກຂົງເຂດ ປາແລັສຕາຍ ເຂົ້າຮ່ວມໃນໂຄງການ ໃຫ້ຄຳປຶກສາໜຶ່ງເດືອນ ກັບບັນດາຜູ້ຊ່ຽວຊານ Silicon Valley.

ທ່ານ Mohammad Ibrahim ກ່າວວ່າ “ພວກເຮົາຊ່ວຍເຫຼືອດ້ວຍການໃຫ້ຄຳປຶກສາ ກ່ຽວກັບ ການເຕີບໂຕ, ການວັດແທກ, ແຜນຍຸດທະສາດການຕະຫຼາດ, ແຜນຍຸດທະ ສາດການຂາຍ, ພັດທະນາເວັບໄຊ, ພວກເຮົາຊ່ວຍໃນທິດທາງແນວນີ້ ຫຼື ຖ້າພວກ ເຂົາເຈົ້າຢາກຫາງົບປະມານ ບາງຢ່າງ, ພວກເຮົາກໍຈະສະເໜີພວກເຂົາເຈົ້າ ໃຫ້ ບັນດານັກລົງທຶນ. ພວກເຮົາເຮັດໃຫ້ພວກເຂົາເຈົ້າປັບເຂົ້າກັນໄດ້.”

ໂອກາດໃນການຝຶກອົບຮົມດັ່ງກ່າວ ກໍຍັງໄດ້ຮັບການຊ່ວຍເຫຼືອຈາກບໍລິສັດ Google ໂດຍໂຄງການ Launchpad Accelerator ຂອງພວກເຂົາເຈົ້າ.

ໂຄງການດັ່ງກ່າວລວມມີການໃຫ້ທຶນມູນຄ່າ 50,000 ໂດລາ ແລະ ການຝຶກອົບຮົມ ສອງສັບປະດາ. ມັນເປີດໃຫ້ແກ່ບໍລີສັດ ທີ່ມີຄຸນນະສົມບັດ ທີ່ເໝາະສົມ ຈາກທະວີບ ອາເມຣິກາໃຕ້ ແລະ ເອເຊຍ.

ທ່ານ Roy Glasberg ຜູ້ນຳທົ່ວໂລກຈາກໂຄງການ Launchpad Accelerator ຂອງບໍລິ ສັດ Google ກ່າວວ່າ “ຂ້າພະເຈົ້າເວົ້າໄດ້ວ່າ, ພວກເຮົານຳເອົາທີ່ປຶກສາ ທີ່ດີທີ່ສຸດທີ່ທ່ານສາມາດຫາໄດ້ໃນພາກພື້ນ Silicon Valley ທຸກມື້ນີ້ ແລະ ພະຍາ ຍາມທີ່ຈະໃຫ້ມັນ ເຂົ້າກັບສິ່ງທ້າທາຍຕ່າງໆ ທີ່ຄ້າຍຄືກັນ. ດັ່ງນັ້ນພວກເຮົາ ຈຶ່ງໄດ້
ເອົາບໍລິສັດທີ່ສ້າງຕັ້ງ ໃໝ່ຈາກອິນ ເດຍ ເຊິ່ງມີສິ່ງທ້າທາຍທີ່ຄ້າຍຄືກັບ ສິ່ງທີ່ບໍລິສັດ Airbnb ກຳລັງປະເຊີນໜ້າຢູ່ນັ້ນມາເຂົ້າ ກັນ. ມັນເປັນການຈັບຄູ່ກັນແບບທຳມະຊາດ ເພື່ອໃຫ້ບໍລິສັດ Airbnb ຊ່ວຍເຫຼືອພວກເຂົາ ເຈົ້າ. ຍ້ອນແນວນັ້ນ, ພວກເຮົາຈຶ່ງສ້າງ ຄຸນຄ່າ ຫຼື ນຳເອົາຄຸນຄ່າທີ່ມັນຍາກ ສຳລັບ ພວກເຮົາທີ່ຈະສະໜອງໃຫ້ ໄດ້ໃນສະ
ຖານທີ່ແຫ່ງອື່ນ.”

ບໍລິສັດ Google ກ່າວວ່າ ພວກເຂົາເຈົ້າກຳລັງຫາທາງທີ່ຈະລວມເອົາຫຼາຍປະເທດ
ແລະ ຫຼາຍພາກພື້ນເຂົ້າກັນຕື່ມອີກໃນອະນາຄົດ.

ແຕ່ສຳລັບຜູ້ທີ່ຍັງຮຽນໜັງສື ແລະ ບໍ່ທັນມີບໍລິສັດເທື່ອນັ້ນ, ມັນມີອີກວິທີໜຶ່ງ ທີ່ຈະຫາ ປະສົບ ການໄດ້ຈາກ Silicon Valley ໄດ້. ຫຼາຍໆບໍລິສັດເທັກໂນໂລຈີ ເຊັ່ນ Mozilla ໄດ້ສະໜອງການຈ້າງຝຶກງານ 3 ເດືອນໃນລະດູຮ້ອນ.

ທ່ານນາງ Nichole Gibson ຜູ້ຫາພະນັກງານໃໝ່ທີ່ເປັນນັກສຶກສາ, ຈາກບໍລິສັດ Mozilla ກ່າວວ່າ “ຢູ່ບໍລິສັດ Mozilla ນີ້, ພວກເຮົາຊອກຫາຄົນທີ່ສະຫຼາດ ແລະ ເກັ່ງທີ່ສຸດ, ແຕ່ພວກເຮົາກໍຍັງເພັ່ງເລັງໃສ່ຄວາມຫຼາກຫຼາຍ ແລະ ການຢູ່ຮ່ວມກັນ. ເນື່ອງຈາກພວກເຮົາແມ່ນບໍລິ ສັດສາກົນ, ພວກເຮົາສາມາດຈ້າງຄົນຝຶກງານ ມາ
ຈາກທົ່ວໂລກ. ພວກເຮົາຈ້າງຜູ້ທີ່ມີບົດດ້ານເທັກນິກ ແລະ ກໍບໍ່ແມ່ນດ້ານເທັກນິກ, ດັ່ງນັ້ນພວກເຮົາຈຶ່ງມີຫຼາຍຕຳແໜ່ງໄວ້ໃຫ້ພວກເຂົາ ເຈົ້າສະໝັກ.”

ຜູ້ຝຶກງານ Silicon Valley ຫາເງິນໄດ້ຫຼາຍກວ່າ 5,000 ໂດລາຕໍ່ເດືອນ, ຮັບຜົນປະ ໂຫຍດ ທີ່ຫຼູຫຼາ ແລະ ປະສົບການທີ່ມີຄຸນຄ່າ, ເປັນບາງສິ່ງທີ່ທຸກຄົນມີຄວາມປາຖະໜາ ຢາກມີ.


Professionals, entrepreneurs and students from all over the world have traveled to Silicon Valley to learn the secrets of its success. VOA Indonesia's Vina Mubtadi reports on how you can follow in their footsteps.

Silicon Valley and the San Francisco Bay Area have long been the global leaders in technology and innovation. All the tech giants make their home here, while startup companies continue to flourish.

((MOHAMMAD IBRAHIM, US REPRESENTATIVE, LEADERS ORGANIZATION))
"Silicon Valley is the mecca of technology. Here, such rich contents and the wealth of amazing minds are located in one concentrated location."

Mohammad Ibrahim is the U.S. representative of an organization called Leaders.

He invites startups from the Palestinian territories for a one-month mentorship program with Silicon Valley experts.

((MOHAMMAD IBRAHIM, US REPRESENTATIVE, LEADERS ORGANIZATION))
"We help out withmentorship on growth, scalability, marketing strategy, sales strategy, web developments; we help out with these resources.Or ifthey need to raise some sort ofcapital, we put them in front of investors. We have them pitching."

Such training opportunitiesarealsooffered by Google with its Launchpad Accelerator program.

The program includes $50,000 in funding and a two-week boot camp.It is open to qualifying startups from Latin America and Asia.

((ROY GLASBERG, GLOBAL LEAD, GOOGLE LAUNCHPAD ACCELERATOR))
"We're bringing, I'd say, the best mentors that you can find in Silicon Valley today and really try to match similar challenges. So we had a startup from India that had similar challenges that Airbnb were facing. It was a natural match to get Airbnb to help them. In that, we're creating value or bringing value that would be difficult for us to provide in other locations."

Google says it's looking to include more countries and regions in the future.

But for those who are still in school and don't have a startup just yet, there is another way to get a dose of Silicon Valley. Various tech companies like Mozilla offer three-month paid internships in the summer.

((NICHOLE GIBSON, UNIVERSITY RECRUITER, MOZILLA))
"Here at Mozilla, we're looking for the best and the brightest, but we also focus on diversity and inclusion. Since we are an international company, we can hire interns from all over the world. We hire into non-technical and technical roles, so we have a wide range of positions they can apply for."

Silicon Valley interns earn more than $5,000 a month, lavish perks and valuable experience -- something anyone can aspire to.

XS
SM
MD
LG