ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

Sierra Leone ສັ່ງໃຫ້ ປະຊາຊົນ ຢູ່ໃນເຮືອນ ເປັນເວລາ 3 ມື້ (ວີດີໂອ)


ຮູບພາບຂອງພະນັກງານຮັກສາສຸຂະພາບ ຊ່ອຍເພື່ອນຮ່ວມ
ງານໃນການໃສ່ເຄືອງປ້ອງກັນພະຍາດ ກ່ອນຈະເຂົ້າໄປໃນ
ຫ້ອງຄົນເຈັບທີ່ຕິດເຊື້ອອີໂບລາ ທີ່ໂຮງໝໍ Kenemaຂອງລັດຖະບານ Sierra Leone, ວັນທີ 12 ສິງຫາ 2014.
ຮູບພາບຂອງພະນັກງານຮັກສາສຸຂະພາບ ຊ່ອຍເພື່ອນຮ່ວມ ງານໃນການໃສ່ເຄືອງປ້ອງກັນພະຍາດ ກ່ອນຈະເຂົ້າໄປໃນ ຫ້ອງຄົນເຈັບທີ່ຕິດເຊື້ອອີໂບລາ ທີ່ໂຮງໝໍ Kenemaຂອງລັດຖະບານ Sierra Leone, ວັນທີ 12 ສິງຫາ 2014.

ບັນດາ​ເຈົ້າ​ໜ້າ​ທີ່​ໃນ Sierra Leone ກຳລັງ​ສັ່ງ​ໃຫ້​ປະຊາຊົນ​
ພາກັນຢູ່​ໃນ​ບ້ານ​ໃນ​ເຮືອນ​ຂອງ​ຕົນ​ເປັນ​ເວລາ 3 ມື້​ໃນ​ເດືອນ​
ນີ້ອັນ​ເປັນ​ພາກສ່ວນ​ນຶ່ງ​ຂອງ​ຄວາມ​ພະຍາຍາມ​ເພື່ອ​ຢຸດ​ການ
ລະບາດ​ຂອງ​ເຊື້ອ​ໄວຣັສອີ​ໂບລາຊຶ່ງ​ໄດ້​ສັງຫານ​ຜູ້​ຄົນ​ໄປ​ແລ້ວ
​ຫຼາຍ​ກວ່າ 2 ພັນຄົນ​ໃນ​ອາ​ຟຣິກາ​ຕາ​ເວັນ​ຕົກ.

​ໂຄສົກ​ຂອງ​ລັດຖະບານ ກ່າວ​ໃນ​ວັນ​ເສົາ​ວານ​ນີ້​ວ່າ ປະຊາຊົນ
​ຈະ​ບໍ່​ໄດ້​ຮັບ​ອະນຸຍາດ​ໃຫ້​ອອກ​ຈາກ​ບ້ານ​ເຮືອນ​ໄປ ​ຕັ້ງ​ແຕ່​ວັນ​
ທີ 18 ຫາ​ 21 ​ເດືອນ​ກັນຍາ​ນີ້.

ກຸ່ມ​ຊ່ອຍ​ເຫຼືອດ້ານ​ມະນຸດສະທຳ ຄື​ກຸ່ມ​ນາຍ​ແພດ​ບໍ່​ມີ​ພົມ​ແດນ​ໄດ້​ຕຳ​ໜິຕິຕຽນ​ການ​ເອົາ​ມາດ​ຕະການ​ດັ່ງກ່າວ ​ໂດຍ​ກ່າວ​ວ່າມັນ​ອາດ​ສາມາດ​ນຳພາ​ໃຫ້​ພວກ​ປະຊາຊົນ​ພະຍາ
ຍາມ​ປົກ​ປິດ​ການ​ຕິດ​ເຊື້ອໄວ​ຣັສດັ່ງກ່າວ​ນີ້​ໄດ້. ບັນດາ​ນັກ​ຊ່ຽວຊານໄດ້​ກ່າວ​ມາ​ຊ້ຳ​ແລ້ວ
​ຊ້ຳ​ອີກ​ວ່າ ການ​ກັກ​ບໍລິ​ເວນ​ຕ່າງໆ ແລະ​ການ​ອັດ​ຊາຍ​ແດນ​ ບໍ່​ຊ່ອຍໃນການ​ຄວບ​ຄຸມ​ ການ
ລະບາດ​ຂອງ​ເຊື້ອ​ໄວຣັສອີ​ໂບລາ ຊຶ່ງ​ພວກ​ຊ່ຽວຊານ​ເຫຼົ່າ​ສະ​ເໜີ​ແນະ​ໃຫ້​ໃຊ້​ການ​ກວດກາ
​ທາງ​ການ​ແພດ​ຢ່າງ​ໃກ້ຊິດ ແລະ​ການ​ປິ່ນປົວ​ໃນ​ທັນທີ ​ສຳລັບ​ພວກ​ຄົນ​ທີ່​ສົງ​ໄສ​ວ່າ​ຕິດ​ເຊື້ອ​ດັ່ງກ່າວ.

ການ​ກັກ​ກັນຢູ່​ເຂດ​ນຶ່ງ​ເມື່ອ​ເດືອນ​ແລ້ວ​ນີ້ ​ໃນ​ນະຄອນ Monrovia ຂອງໄລ​ເບ​ເຣຍ ​ໄດ້​ພາ​ໃຫ້​ເກີດ​ຄວາມ​ວຸ້ນວາຍ​ຂຶ້ນ.

​ເຊື້ອ​ໄວຣັສອີ​ໂບລາ ​ໄດ້​ລະບາດ​ໄປ​ໃນ​ທົ່ວ​ປະ​ເທດ ​ໄລ​ເບ​ເຣຍ ກີ​ນີ Sierra Leone ​ແລະ​ໄນ​ຈີ​ເຣຍ ​ຕັ້ງ​ແຕ່​ເດືອນ​ມີນາ​ປີ​ນີ້​ເປັນ​ຕົ້ນ​ມາ.

​ໃນ​ວັນ​ສຸກ​ຜ່ານ​ມາ​ນີ້ ທຳນຽບຂາວ​ໄດ້​ຮຽກຮ້ອງ​ໃຫ້​ລັດຖະສະພາ​ສະ ຫະລັດ ຮັບ​ຜ່ານ​ເງິນ​ຊ່ອຍ​ເຫຼືອ​ຕື່ມ​ອີກ 58 ລ້ານ​ດອນ​ລາ ​ເພື່ອ​ນຳໄປ​ໃຊ້​ຈ່າຍ​ສຳຫລັບເລັ່ງລັດ​ການ​ຄົ້ນ​ຄວ້າ​ ແລະ​ການ​ພັດທະນາ​ຫາ​ຢຸກຢາ​ປົວພະຍາດ​ອີ​ໂບລາ ​ແລະ​ຢາ​ວັກ​ຊິນ​ປ້ອງ​ກັນ​ທີ່​ເປັນ​ໄປ​ໄດ້​ນັ້ນ.

ebolasierraleone7september14
please wait

No media source currently available

0:00 0:00:32 0:00

XS
SM
MD
LG