ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ເມືອງ Sicily ກຽມພ້ອມ ສຳລັບກອງປະຊຸມ G-7 ຖ່າມກາງຄວາມຢ້ານກົວ ເລື່ອງຄວາມ ຮຸນແຮງ


ພະນັກງານຈັດລະບຽບທຸງຊາດ ຂອງກຸ່ມ 7 ປະເທດ ຫຼື G-7 ໃນນະຄອນຫຼວງ ບຣັສໂຊລ, ແບລຈຽມ. 5 ມິຖຸນາ 2014.
ພະນັກງານຈັດລະບຽບທຸງຊາດ ຂອງກຸ່ມ 7 ປະເທດ ຫຼື G-7 ໃນນະຄອນຫຼວງ ບຣັສໂຊລ, ແບລຈຽມ. 5 ມິຖຸນາ 2014.

ໃນເມືອງ Taormina ທີ່ມີຄວາມສວຍສົດງົດງາມ ຕັ້ງຢູ່ຊາຍຝັ່ງ Ionian ຂອງເມືອງ
Sicily, ຢູ່ເຄິ່ງທາງລະຫວ່າງເມືອງ Messina ກັບ Catania ນັ້ນ, ໄດ້ເປັນເຈົ້າພາບ
ຕ້ອນຮັບ ນັກປະພັນ ແລະ ປັດຊະຍາທີ່ມີຊື່ສຽງ, ກະສັດ ແລະ ດາລາ ຮໍລີວູດ.

ທ່ານ D.H Lawlence ໄດ້ຂຽນໄວ້ໃນປຶ້ມເດີນທາງຂອງທ່ານຊື່ວ່າ Sea and Sardinia ໃນເວລາທີ່ອາໃສຢູ່ໃນເມືອງ Taormina. ທ່ານໄດ້ຂຽນ ກ່ຽວກັບ ເມືອງເບິ່ງຂ້າມທະເລ ເມດີເທີເຣນຽນ ທີ່ເປັນສີຟ້າເຂັ້ມນັ້ນວ່າ “ຢູ່ທີ່ນີ້ ອະດີດແມ່ນມີຄວາມແຂງແກ່ນຫຼາຍກວ່າ ໃນປະຈຸບັນ, ອັນທີ່ເບິ່ງຄືວ່າຫ່າງໄກຈາກຄວາມເປັນອຳມະຕະ.”

ແຕ່ປະຊາຊົນ 11,000 ຄົນຂອງເມືອງ Taormina ສ່ວນໃຫຍ່ນັ້ນ, ແມ່ນມີຄວາມກະຕືລື ລົ້ນຕໍ່ບັນດານັກທ່ອງທ່ຽວ, ໂດຍສະເພາະຜູ້ທີ່ມີເງິນຫຼາຍ ແລະ ມີຊື່ສຽງ, ພວກເຂົາເຈົ້າ ຈະດີໃຈຖ້າຫາກປະທານາທິ ບໍດີ ດໍໂນລ ທຣຳ ແລະ ຜູ້ນຳປະເທດ G-7 ຄົນອື່ນໆຕັດສິນ ບໍ່ເລືອກເອົາເມືອງນ້ອຍໆທີ່ຕັ້ງຢູ່ເຖິງໜ້າຜານັ້ນເປັນບ່ອນປະຊຸມກັນ.

ມັນມີຄວາມກັງວົນໃນລະຫວ່າງຜູ້ທີ່ອາໄສຢູ່ເມືອງ ເມື່ອອະດີດນາຍົກລັດຖະມົນຕີ ອິຕາລີ
ທ່ານ Matteo Renzi ດົນກວ່າໜຶ່ງປີທີ່ຜ່ານມາໄດ້ເລືອກເອົາເມືອງ Taormina ເປັນສະ
ຖານທີ່ໃນອຸດົມຄະຕິ ສຳລັບການຈັດກອງປະຊຸມສຸດຍອດ G-7 ຂອງປີນີ້, ເປັນການເຕົ້າ
ໂຮມປະຈຳປີຄັ້ງທີ 43 ຂອງບັນດາຜູ້ນຳເສດຖະກິດທີ່ມີຄວາມກ້າວທີ່ສຸດໃນໂລກ. ການ
ຂັດຂວາງ ແລະ ການປະທ້ວງຕໍ່ຕ້ານຍຸກໂລກກາພິວັດທີ່ມີຄວາມເປັນໄປໄດ້ແມ່ນບັນຫາ
ທີ່ມີຄວາມສຳຄັນສຸດ ໃນຄວາມຄິດຂອງພວກເຂົາເຈົ້າ. ໃນປີ 2001, ເມື່ອທ່ານ Silvio Berlusconi ໄດ້ເປັນນາຍົກລັດຖະມົນຕີນັ້ນ, ເມືອງ Genoa ທີ່ຕັ້ງຢູ່ພາກເໜືອຂອງ
ອິຕາລີ ໄດ້ຈັດກອງປະຊຸມສຸດຍອດ G-7 ແລະ ໄດ້ປະສົບກັບການປະທ້ວງຕໍ່ຕ້ານຍຸກໂລ
ກາພິວັດທີ່ມີຄວາມຮຸນແຮງທີ່ສຸດໃນປະຫວັດສາດ.

ຄວາມກັງວົນຂອງປະຊາຊົນໃນທ້ອງຖິ່ນ ໄດ້ປ່ຽນເປັນຄວາມບໍ່ພໍໃຈຕໍ່ການຈັດກອງປະ
ຊຸມສຸດຍອດນັ້ນ ດ້ວຍປະຊາຊົນໃນທ້ອງຖິ່ນທີ່ມີຄວາມໂມໂຫ ໄດ້ກ່າວຕຳໜິ ກ່ຽວກັບ ການຮັກສາຄວາມປອດໄພໝົດມື້ ແລະ ວ່າ ໄດ້ສົ່ງຜົນກະທົບຕໍ່ທຸລະກິດຂອງພວກເຂົາ
ເຈົ້າ ບໍ່ດົນຫຼັງຈາກລະດູຮ້ອນໄດ້ເລີ່ມຂຶ້ນ. ທ່ານ Riccardo Carpino ຄະນະກຳມາທິ
ການ G-7 ຂອງ ອິຕາລີ ໄດ້ຍອມຮັບວ່າ “ມັນບໍ່ໄດ້ເປັນເລື່ອງທີ່ງ່າຍ.”

The picturesque town of Taormina on Sicily's Ionian coast, midway between Messina and Catania, has welcomed literary giants and philosophers, monarchs and Hollywood stars.

D.H. Lawrence wrote his travel book Sea and Sardinia while living at Taormina. "Here the past is so much stronger than the present, that one seems remote like the immortals," he wrote about the town overlooking a dark blue Mediterranean Sea.

But most of Taormina's 11,000 people, keen to see tourists, especially the monied and famous, would have much preferred if Donald Trump and the other G-7 immortals' had decided to give their small cliff-top town perched above rocky inlets a miss.

There was alarm among the townsfolk when the then Italian Prime Minister Matteo Renzi more than a year ago picked Taormina as an ideal location for this year's G-7 summit; the 43rd annual gathering of the leaders of the World's most advanced economies. Disruption and possible anti-globalization protests were uppermost in their minds. In 2001, when Silvio Berlusconi was prime minister, Genoa in northern Italy hosted a G-7 summit and suffered one of the most violent anti-globalization protests in history.

Local alarm has morphed into anger in the run-up to the summit with infuriated locals complaining about a days-long security lockdown and of the impact on their businesses just as the summer season starts. "It hasn't been easy," admits Riccardo Carpino, Italy's G-7 commissioner.

XS
SM
MD
LG