ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຕໍາຫລວດ ມຽນມາ ຍິງພວກຊາວບ້ານ ທີ່ພາກັນ ປະທ້ວງ (ວີດີໂອ)


ຕໍາຫລວດ ​ຢູ່​ພາກ​ເໜືອ​ຂອງ ມຽນມາ ​ໄດ້​ປະ​ທະ​ກັນ​ກັບ​ຊາວບ້ານ ​
ໃນ​ວັນ​ພະຫັດ​ວານ​ນີ້ຍ້ອນ​ການ​ຍຶດ​ເອົາ​ດິນເພື່ອ​ໄປເຮັ​ດ​ໂຄງ​ການ​
ບໍ່​ທອງ​ແດງ.

ບັນດາ​ນັກເຄື່ອນ​ໄຫວກ່າວ​ວ່າ ຊາວບ້ານປະມານ 100 ຄົນ​ພວມ​
ເລີ້ມ​ພາກັນໄຖ​ບໍລິ​ເວນທີ່​ມີ​ການ​ຖົກ​ຖຽງ​ກັນ ​ເວລາເຈົ້າ​ໜ້າ​ທີ່​ເປີດ
ສາກຍິງປືນ​ເຂົ້າ​ໃສ່​ເຂົາ​ເຈົ້າ. ນັກ​ເຄື່ອນ​ໄຫວ​ຄົນ​ນຶ່ງທີ່ຢູ່​ກັບ​ຊາວບ້ານ​ກ່າວ​ວ່າ ຢ່າງ​ໜ້ອຍ​ນຶ່ງ​ຄົນ​ໄດ້​ຮັບ​ບາດ​ເຈັບ​ຈາ​ກການ​ຍິງ​ປືນ​ເຂົ້າ​ໃສ່​ຂອງ​ເຈົ້າ ໜ້າ​ທີ່ ​ແລະອີກ​ຈຳນວນ​ນຶ່ງໄດ້​ຖືກ​ທຸບ​ຕີ.

ດິນ​ຕອນ​ນີ້ ຊຶ່ງຕັ້ງຢູ່ໃກ້​ກັບ​ເມືອງ Letpadaung ​ໄດ້​ຖືກ​ລັດຖະບານຢຶດ​ເອົາ​ ​ເພື່ອ​ນຳ​ໄປ​ໃຊ້ ໃນ​ໂຄງການ​ບໍ່​ແຮ່ ​ໂດຍ​ບໍລິສັດ Wanpoun ຂອງ​ຈີນ. ບັນດາ​ເຈົ້າ​ໜ້າ​ທີ່​ໄດ້​ສະ​ເໜີ​ຈ່າຍ​ເງິນ ຊົດ​ເຊີຍໃຫ້​ແກ່​ຊາວບ້ານ ​ແຕ່​ເຂົາ​ເຈົ້າ​ໄດ້​ປະຕິ​ເສດ .

ການ​ປະ​ທ້ວງ ຢູ່ໃນ​ຂົ​ງ​ເຂດດັ່ງກ່າວ ​ເມື່ອ​ຕົ້ນ​ປີ​ນີ້ ​ພາ​ໃຫ້​ຕໍາຫລວດ​ທໍາ​ການ​ປາບ​ປາມ​ພວກ​ປະ​ທ້ວງ.

ຄະນະ​ກໍາມະການ​ຂອງລັດຖະບານ ທີ່ນໍາພາ​ໂດຍທ່ານ​ນາງ Aung San Suu Kui ​ຜູ້ນຳ ພັກ​ຝ່າຍ​ຄ້ານ​ຂອງ​ມຽນມາ ໄດ້​ສະ​ເໜີ​ໃຫ້ໂຄງການ​ບໍ່​ແຮ່ດັ່ງກ່າວ ​ດໍາ​ເນີນການ​ຕໍ່​ໄປ ​ແລະ​ຮຽກຮ້ອງ​ໃຫ້ຊາວບ້ານ ຈົ່ງ​ຮັບ​ເອົາ​ຂໍ້ສະ​ເໜີ​ຈ່າຍ​ເງິນ​ຊົດເຊີຍຂອງ​ເຈົ້າໜ້າ​ທີ່.
XS
SM
MD
LG