ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານ Shinzo Abe ​ໄດ້​ເປັນ ນາຍົກຄົນໃໝ່ຂອງຍີ່ປຸ່ນ ຢ່າງເປັນທາງການແລ້ວ (ສະໄລດ໌)


ທ່ານ Shinzo Abe ໄດ້​ຮັບ​ການ​ຢືນຢັນ​ໃ ຫ້​ເປັນນາຍົກ​ລັດຖະມົນຕີ ​ຍີ່ປຸ່ນ ຄົນ​ຕໍ່​ໄປ
ທ່ານ Shinzo Abe ໄດ້​ຮັບ​ການ​ຢືນຢັນ​ໃ ຫ້​ເປັນນາຍົກ​ລັດຖະມົນຕີ ​ຍີ່ປຸ່ນ ຄົນ​ຕໍ່​ໄປ
ທ່ານ Shinzo Abe ​ໄດ້​ຮັບ​ການ​ຢືນຢັນ​ໃຫ້​ເປັນນາຍົກ​ລັດ
ຖະມົນຕີ​ຍີ່ປຸ່ນ ຄົນ​ຕໍ່​ໄປ ຊຶ່ງເປັນ​ຂີດ​ໝາຍ​ໃນ​ການ​ກັບ​ຄືນເຂົ້າ​
ໄປກໍາ​ອໍານາດຂອງນັກ​ການ​ເມືອງ ທີ່​ມີ​ປະສົບ​ພະການສູງ ​
ແລະ​ພັກ​ເສລີປະຊາທິປັດຂອງ​ທ່ານ.

ສະພາ​ຕໍ່າ​ຍີ່ປຸ່ນ ​ໄດ້ໃຫ້ການ​ອະນຸມັດ​ຢ່າງ​ຖ້ວມ​ລົ້ນ ຕໍ່​ການ​ປະ
ກອບ​ຄະນະ​ລັດຖະບານ​ຊຸດ​ໃໝ່​ຂອງທ່ານ Abe ​ ​ໃນ​ວັນ​ພຸດ
​ມື້​ນີ້ ສິບ​ມື້​ຫຼັງ​ຈາກ ພັກເສລີ​ປະຊາທິປັດ ໄດ້ຮັບ​ໄຊຊະນະ​ຢ່າງ​
ເດັດຂາດ​ຕໍ່​ພັກ​ປະຊາທິປະ​ໄຕ​ຍີ່ປຸ່ນ ​ໃນ​ການ​ເລືອກຕັ້ງ​ສະພາ
​ແຫ່ງ​ຊາດ. ພັກ​ເສລີ​ປະຊາທິປັດໄດ້​ປົກຄອງ​ຍີ່​ປຸ່ນ ​ເປັນ​ເວລາ​
ສ່ວນ​ໃຫຍ່​ໃນ​ຍຸກຫລັງສົງ​ຄາມ​ໂລກ​ຄັ້ງ​ທີ​ສອງ ກ່ອນ​ທີ່​ຈະເສຍ
ໄຊ ​ເມື່ອສາມ​ປີ​ກ່ອນ ໃຫ້​ແກ່ພັກ​ປະຊາທິປະ​ໄຕ​ຂອງຍີ່ປຸ່ນ ທີ່​ເປັນກາງ​ອຽງ​ຊ້າຍນັ້ນ.

ທ່ານ Abe ​ໄດ້​ນໍາພາພັກ​ເສລີ​ປະຊາທິປັດ​ໄປ​ສູ່​ໄຊຊະນະດ້ວຍ​ນະ​ໂຍບາຍ​ການ​ເງິນ​ທີ່​ງ່າຍໆ ​ແລະ​ເພີ້​ມການ​ໃຊ້​ຈ່າຍ​ສຳລັບວຽກດ້ານ​ໂຍທາ​ທິການ​ເພື່ອຟື້ນ​ຟູ​ເສດຖະກິດ​ຍີ່​ປຸ່ນ ຊຶ່ງ​ໃນຄັ້ງນຶ່ງ​ເຄີຍ​ເຂັ້ມ​ແຂງ​ມາ​ແລ້ວ​. ນອກ​ນັ້ນ ທ່ານ​ຍັງ​ໃຫ້​ຄໍາ​ໝັ້ນສັນຍາ ທີ່​ຈະ​ເອົາທ່າ​ທີ​ຢ່າງ​ແຂງ​ຂັນ​ຕໍ່ຈີນ ກ່ຽວ​ກັບ​ການຜິດຖຽງ​ເລື່ອງ​ເຂດ​ນໍ້າ​ແດນ​ດິນ​ຢູ່ໃນ​ມະຫາ​ສະມຸດ​ປາຊິ​ຟິກ.

ທ່ານ Abe ທີ່​ເຂົ້າຮັບ​ໜ້າ​ທີ່​ແທນ ທ່ານ Yushiko Noda ​ເປັນ​ນາຍົກ​ຍີ່​ປຸ່ນຄົນ​ທີ 7 ​ໃນ​ຮອບ 6 ປີ. ທ່ານເອງ ເຄີຍ​ເຂົ້າ​ຮັບ​ຕໍາ​ແໜ່​ງ​ເປັນ​ນາ ຍົກ​ລັດຖະມົນຕີ​ຍີ່ປຸ່ນ​ ມາ​ກ່ອນ​ແ​ລ້ວ ​ໃນ​ປີ 2006 ​ແຕ່​ວ່າ​ໄດ້​ລາ​ອອກ ຫລັງ​ຈາກເຂົ້າຮັບ​ໜ້າ​ທີ່ປີ​ນຶ່ງ ​ໂດຍ​ອ້າງ​ເຫດຜົນດ້ານ​ສຸຂະພາບ.

ກ່ຽວຂ້ອງກັນ

XS
SM
MD
LG