ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ຊາວມຸສລິມ ນິກາຍຊີໄອ ບໍ່ພໍໃຈ ກັບ ການປະຫານຊີວິດ ນັກສອນສາສະໜາ ໂດຍທາງການຊາອຸດີ

Saudi Executions Fallout
please wait

No media source currently available

0:00 0:01:26 0:00

ເຊີນຊົມ ວີດີໂອ ລາຍງານນີ້

ຜູ້ນຳສູງສຸດຂອງອີຣ່ານ ກ່າວວ່າ ຊາອຸດີ ອາຣາເບຍ ຈະປະ
ເຊີນໜ້າກັບ “ການລ້າງແຄ້ນສັກສິດ” ຍ້ອນການປະຫານຊີວິດ
​Sheikh Nimr al-Nimr ນັກ​ສອນ​ສາສະໜາ​ອິສລາມ​ນິກາຍ
​ຊີ​ໄອທີ່​ມີ​ຊື່ສຽງ ຜູ້ທີ່ຕຳນິຕິຕຽນ ການປົກຄອງ​ຂອງຄອບຄົວກະ
ສັດຊາອຸດີ ອາຣາເບຍ.

ທ່ານ Ayatollah Ali Khamenei ໄດ້ກ່າວໃນວັນອາທິດມື້ນີ້
ວ່າ “ເລືອດຂອງວິລະຊົນ ທີ່ໄດ້ລັ່ງໄຫລ ດ້ວຍຄວາມບໍ່ຍຸດຕິ
ທຳນີ້ ຈະມີຜົນສະທ້ອນ ຢ່າງວ່ອງໄວ.”
ຜູ້ນຳສູງສຸດອິຣ່ານ
ໄດ້ກ່າວອີກວ່າ ທ່ານ Nimr “ບໍ່ໄດ້ຊຸກຍູ້ປະຊາຊົນໃຫ້ຕໍ່ສູ້ດ້ວຍ
ອາວຸດ ຫຼື ສົມຮູ້ຮ່ວມຄິດວາງແຜນ ຢ່າງຫລັບໆເລີຍ ແຕ່ສິ່ງ
ດຽວທີ່ທ່ານໄດ້ເຮັດ ກໍແມ່ນການປະນາມ ຢ່າງເປີດເຜີຍ ທີ່ເກີດຂຶ້ນມາຈາກ ຄວາມ
ກະຕືລືລົ້ນທາງສາສະໜາ.”

ຊາຍຄົນໜຶ່ງຮ້ອງໂຮ ຄຳຂວັນຕໍ່ຕ້ານ ຊາອຸດີ ອາຣາເບຍ ໃນຂະນະ ທີ່ລາວເຂົ້າຮ່ວມການເດີນຂະບວນປະທ້ວງ ຕໍ່ຕ້ານການປະຫານຊີວິດ ນັກສອນສາສະໜາອິສລາມ ນິກາຍຊີໄອ ຂອງຊາອຸດີ ທ່ານ Nimr al-Nimr ໂດຍທາງການ Saudi, ໃນຄຸ້ມ Sanabis ຢູ່ທາງພາກຕາເວັນຕົກ ຂອງເມືອງ Manama, ຂອງບຫ໌ເຣນ, ວັນທີ 2 ມັງກອນ 2016.

ກອງທະຫານປະຕິວັດຂອງອີຣ່ານ ໄດ້ກ່າວໃນຖະແຫລງການສະບັບວັນອາທິດມື້ນີ້ ວ່າ
ການເສຍຊີວິດຂອງທ່ານ Nimr ຈະນຳໄປສູ່ການ “ໂຄ່ນລົ້ມ” ຣາຊາທິປະໄຕຂອງຊາອຸດີ
ອາຣາເບຍ. ກອງທະຫານນັ້ນ ໄດ້ອະທິບາຍວ່າ ການປະຫານຊີວິດທ່ານ Nimr ນັ້ນ ເປັນ
ການ “ກະທຳຂອງຄວາມໂຫດຮ້າຍປ່າເຖື່ອນ ໃນຍຸກສະໄໝກາງ.”

ການປະຫານຊີວິດທ່ານ Nimr ໄດ້ກໍ່ໃຫ້ເກີດຄວາມບໍ່ພໍໃຈຫຼາຍ ຈາກນາໆຊາດ ແລະ
ເພີ້ມທະວີຄວາມເຄັ່ງຕຶງທາງດ້ານການທູດ ໃນຂົງເຂດດັ່ງກ່າວ ດ້ວຍການຄາດກັນວ່າ
ຈະເກີດຄວາມວຸ້ນວາຍຂຶ້ນໃນ ເຂດຕ່າງໆ ທີ່ມີຊາວຊີໄອອາໄສເປັນສ່ວນໃຫຍ່.

ໜ່ວຍດັບເພີງຊີດນ້ຳໃສ່ໄຟ ທີ່ຖືກວາງເພີງໃສ່ ສະຖານທູດ ຊາອຸດີ ອາຣາເບຍ ຢູ່ໃນນະຄອນຫຼວງເຕຫະຣ່ານ ໃນລະຫວ່າງການເດີນຂະບວນປະທ້ວງຕໍ່ຕ້ານການປະຫານຊີວິດ ​Sheikh Nimr al-Nimr ນັກ​ສອນ​ສາສະໜາ​ອິສລາມ​ນິກາຍ ​ຊີ​ໄອທີ່​ມີ​ຊື່ສຽງ ໂດຍທາງການຊາອຸດີ, ວັນທີ 2 ມັງກອນ 2016.

ທ່ານ Nimr ເປັນຜູ້ໜຶ່ງທີ່ລວມຢູ່ໃນ ຈຳນວນ 47 ຄົນ ທີ່ໄດ້ຖືກປະຫານຊີວິດ ເມື່ອວັນ
ເສົາວານນີ້ ຊຶ່ງທ່ານເປັນນັກສອນສາສາໜາມຸສລິມນິກາຍຊີໄອ ຜູ້ເປັນທີ່ເຄົາລົບນັບຖື
ຢ່າງກວ້າງຂວາງ ໄດ້ຖືກຕັດສິນວ່າມີຄວາມຜິດເມື່ອປີ 2014 ໃນຂໍ້ຫາ ປຸກລະດົມ ແລະ
ຂໍ້ກ່າວຫາອື່ນອີກ ແລະ ໄດ້ຖືກຕັດສິນລົງໂທດປະຫານຊີວິດ. ທ່ານເປັນຄົນໜຶ່ງທີ່ກ້າປາກ
ຕຳນິຕິຕຽນການປົກຄອງ ໂດຍຄອບຄົວກະສັດ al-Saud ຂອງຣາຊະອະນາຈັກ ແລະ
ເປັນຜູ້ນຳທີ່ສຳຄັນຄົນໜຶ່ງ ຂອງຊາວຊີໄອ ທີ່ໄດ້ທຳການປະທ້ວງ ໃນຊາອຸດີ ອາຣາເບຍ
ເມື່ອປີ 2011.

ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານ Ban Ki-moon ໄດ້ກ່າວວ່າ ທ່ານມີ
ຄວາມຮູ້ສຶກ “ຕົກໃຈຢ່າງເລີກເຊິ່ງ” ສຳລັບການປະຫານຊີວິດ ທ່ານ Nimr ພ້ອມດ້ວຍ
46 ຄົນນຳອີກ ແລະໄດ້ຮຽກຮ້ອງໃຫ້ “ຢູ່ໃນຄວາມສະງົບ ແລະຍັບຍັ້ງການມີປະຕິກິລິຍາ
ຕອບໂຕ້”
ຕໍ່ການປະຫານຊີວິດນັ້ນ.

ຊາວບາຫ໌ເຣນ ຖືປ້າຍປະທ້ວງ ທີ່ອ່ານວ່າ "ພວກເຮົາຈະບໍ່ຍອມກົມຫົວລົງ! #alNimr," ໃນລະຫວ່າງ ການເດີນຂະບວນປະທ້ວງ ຕໍ່ຕ້ານການປະຫານຊີວິດ ​Sheikh Nimr al-Nimr ນັກ​ສອນ​ສາສະໜາ​ອິສລາມ​ນິກາຍ ​ຊີ​ໄອ ໂດຍທາງການຊາອຸດີ, ໃນເມືອງ Daih ຂອງບາຫ໌ເຣນ, ວັນທີ 2 ມັງກອນ 2016.

XS
SM
MD
LG