ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທະຫານບ້ານ ນິກາຍ Shi'ite ເຂົ້າຮ່ວມ ຕໍ່ສູ້ຍາດເອົາເມືອງ Mosul ຄືນມາ


New Families Flee IS Battle, as Iraq and Kurdish Forces Push Towards Mosul
please wait

No media source currently available

0:00 0:00:45 0:00

ກອງກຳລັງ ອີຣັກ ໄດ້ເຄື່ອນເຂົ້າໄປໃນເມືອງນຶ່ງທາງພາກໃຕ້ຂອງ Mosul ໃນວັນເສົາ ວານນີ້ ໃນຂະນະທີ່ທະຫານບ້ານ ອີຣັກ ນິກາຍ Shii’te ຄົນນຶ່ງໄດ້ເຂົ້າຮ່ວມໃນການໂຈມ ຕີໂດຍການເປີດແນວໜ້າໃໝ່ໄປທາງພາກຕາເວັນຕົກ.

ທະຫານ ອີຣັກ ກຳລັງຫຍັບໃກ້ເຂົ້າເມືອງ Mosul ຈາກພາກໃຕ້ ເຂົ້າໄປໃນເມືອງ Shura ຫຼັງຈາກໄດ້ມີການໂຈມຕີທາງອາກາດ ແລະ ການລະດົມຍິງດ້ວຍປືນໃຫຍ່ບາງຄັ້ງບາງ ຄາວທີ່ນຳໜ້າໂດຍ ສະຫະລັດ ໃສ່ຈຸດທີ່ຕັ້ງຂອງພວກຫົວຮຸນແຮງຢູ່ພາຍໃນເມືອງນັ້ນ.

ຜູ້ບັນຊາການກຳລັງຕ່າງໆກ່າວວ່າ ພວກນັກຮົບສ່ວນໃຫຍ່ຂອງພວກລັດອິສລາມ ໄດ້ ຖອນຕົວອອກໄປໃນຕົ້ນຂອງສັບປະດານີ້, ໂດຍໃຊ້ພວກພົນລະເຮືອນເປັນມະນຸດກຳບັງ, ແຕ່ ວ່າການໂຈມຕີທາງອາກາດຂອງ ສະຫະລັດ ໄດ້ທຳລາຍການບັງຄັບໃຫ້ຫຼົບໜີນັ້ນ, ຈຶ່ງສາ ມາດຊ່ວຍເຫຼືອພວກພົນລະເຮືອນບາງຄົນຫຼົບໜີອອກມາໄດ້.

ທະຫານ ອີຣັກ ແລະ ກອງກຳລັງຊາວເຄີດທີ່ຮູ້ກັນວ່າ Peshmerga, ແມ່ນກຳລັງເຄື່ອນ ເຂົ້າເມືອງ Mosul ຈາກພາກໃຕ້, ຕາເວັນອອກ ແລະ ພາກເໜືອ, ສາມາດຍຶດເອົາໝູ່ບ້ານ ຫຼາຍແຫ່ງ ແລະ ທຳລາຍກັບດັກລະເບີດຕ່າງໆຂອງພວກລັດອິສລາມ.

ເມືອງ Tal Afar ປະມານ 70 ກິໂລແມັດ ທາງພາກຕາເວັນຕົກຂອງເມືອງ Mosul, ອີຣັກ.
ເມືອງ Tal Afar ປະມານ 70 ກິໂລແມັດ ທາງພາກຕາເວັນຕົກຂອງເມືອງ Mosul, ອີຣັກ.


ໃນພາກຕາເວັນຕົກຂອງເມືອງ, ທະຫານບ້ານນິກາຍ Shi’ite ທີ່ໄດ້ຮັບການໜູນຫຼັງຈາກ ອີຣ່ານ ເຊິ່ງຖືກມາດຕະການລົງໂທດຂອງລັດຖະບານ ອີຣັກ, ໄດ້ເປີດການໂຈມຕີເພັ່ງເລັງ ໃສ່ການຂັບໄລ່ພວກ IS ອອກຈາກເມືອງ Tal Afar ເພື່ອພະຍາຍາມທີ່ຈະຮັກສາເຂດຊາຍ ແດນພາກຕາເວັນຕົກຕິດກັບ ຊີເຣຍ ເອົາໄວ້ ເຊິ່ງນັ້ນມັນອາດສາມາດຕັດການລຳລຽງອາ ວຸດທີ່ສຳຄັນຈຳນວນຫຼາຍໃນເສັ້ນທາງຫຼາຍແຫ່ງລະຫວ່າງ ເມືອງ Mosul ກັບ ເມືອງ Raqqa ຂອງ ຊີເຣຍ, ເຊິ່ງເປັນຖານທີ່ໝັ້ນຂອງພວກລັດອິສລາມ. ທັງນີ້ອາດສ້າງຄວາມ ເປັນຫ່ວງຂຶ້ນມາວ່າ ພວກທະຫານບ້ານ ອາດເຮັດໃຫ້ມີຄວາມເຄັ່ງຕຶງຂຶ້ນໃນເມືອງທີ່ມີ ຊາວ ຊຸນນີ ອາໄສຢູ່ເປັນສ່ວນຫຼາຍ ແຕ່ບັນດາຜູ້ບັນຊາການໄດ້ກ່າວວ່າ ພວກເຂົາຈະບໍ່ ເຂົ້າໄປໃນເມືອງດ້ວຍຕົນເອງ.

ອີງຕາມການລາຍງານທີ່ຖືກອ້າງໂດຍ UN ແລ້ວແມ່ນວ່າ, ພວກ IS ໄດ້ບັງຄັບໃຫ້ພວກ ພົນລະເຮືອນເຂົ້າໄປໃນເມືອງ Mosul. ລາຍງານດັ່ງກ່າວເວົ້າວ່າ ໃນສອງມື້ທຳອິດຂອງ ສັບປະດານີ້, ພວກນັກຮົບ IS ໄດ້ຂ້າຄົນຫຼາຍກວ່າ 250 ຄົນ ຜູ້ທີ່ຄັດຄ້ານ ຫຼື ຜູ້ທີ່ເຄີຍເປັນ ສະມາຊິກຂອງກອງກຳລັງຮັກສາຄວາມປອດໄພຂອງ ອີຣັກມາກ່ອນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG