ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເມືອງ Donetsk ທີ່ຄວບຄຸມໂດຍ ພວກຫົວແບ່ງແຍກ ຖືກຍິງຖະລົ່ມ ຢ່າງໜັກ ດ້ວຍປືນໃຫຍ່


ລົດທະຫານຈຳນວນນຶ່ງ ທີ່ບໍ່ຕິດປ້າຍບອກຊື່ ວ່າແມ່ນຂອງໃຜ ແລ່ນຕາມເສັ້ນທາງສາຍນຶ່ງ ຢູ່ນອກເມືອງ Makiivka, 25 ຫຼັກກິໂລແມັດ ຈາກເມືອງ Donetsk ໃນພາກຕາເວັນອອກ ຂອງຢູເຄຣນ, ວັນທີ 8 ພະຈິກ 2014
ລົດທະຫານຈຳນວນນຶ່ງ ທີ່ບໍ່ຕິດປ້າຍບອກຊື່ ວ່າແມ່ນຂອງໃຜ ແລ່ນຕາມເສັ້ນທາງສາຍນຶ່ງ ຢູ່ນອກເມືອງ Makiivka, 25 ຫຼັກກິໂລແມັດ ຈາກເມືອງ Donetsk ໃນພາກຕາເວັນອອກ ຂອງຢູເຄຣນ, ວັນທີ 8 ພະຈິກ 2014

ເມືອງ Donetsk ຊຶ່ງເປັນປ້ອມ​ປາການຫຼືເຂດທີ່ມີການປ້ອງກັນ
ຢ່າງແຂງຂັນ ​ຂອງພວກ​ຫົວ​ແບ່ງ​ແຍກໃນຢູ​ເຄຣນ ​ໄດ້​ຖືກ​ໂຈມ
​ຕີ​ດ້ວຍ​ປືນ​ໃຫຍ່​ຢ່າງ​ໜັກ​ໃນ​ວັນ​ອາທິດ​ມື້​ນີ້ ​ເພີ້​ມຄວາມ​ເຄັ່ງຕຶງ​
ແກ່​ຂໍ້​ຕົກລົງ​ຢຸດ​ຍິງ​ກັນ​ເປັນ​ເວລາ​ສອງ​ເດືອນ ລະຫວ່າງ​ພວກ​
ກຳລັງ​ຂອງ​ລັດຖະບານ​ຢູ​ເຄຣນ ​ແລະ​ພວກ​ຫົວ​ແບ່ງ​ແຍກ​ນິຍົມ
ຣັດ​ເຊຍ.

ພວກ​ຕິດຕາມ​ສະຖານະ​ການ​ຢູ​ໂຣບ​ໃນ​ຢູ​ເຄຣນ ກ່າວ​ວ່າ ພວກ​
ເຂົາ​ເຈົ້າ ມີ​ຄວາມ​ເປັນ​ຫ່ວງ​ກັງວົນ​ຫຼາຍ ຫຼັງ​ຈາກ​ໄດ້​ເຫັນ​ພວກ​
ຂະ​ບວນລົດ ​ທີ່​ບັນທຸກ​ພວກ​ອາວຸດ​ຂະໜາ​ດໜັກ ​ແລະ​ພວກ​ລົດ
​ຖັງ​ເຄື່ອນ​ໄຫວ​ຢູ່​ໃນ​ບັນດາ​ຂົງ​ເຂດ​ພາຍ​ໃຕ້​ການ​ຄວບ​ຄຸມ​ຂອງ​ພວກ​ຫົວ​ແບ່ງ​ແຍກ​ໃນ​ຢູ​ເຄຣນນັ້ນ.

ລັດຖະມົນຕີ​ຕ່າງປະ​ເທດຊະ​ວິສ​ເຊີ​ແລນ ​ແລະ​ປັດຈຸບັນ​ເປັນ​ປະທານ​ຂອງອົງການ​ວ່າ​ດ້ວຍ​ຄວາມ​ປອດ​ໄພ​ແລະ​ການ​ຮ່ວມ​ມື​ຂອງຢູ​ໂຣບ ທ່ານ Karl Erjavi ກ່າວ​ວ່າ ທ່ານ​ມີ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບຄວາ​ມຮຸນ​ແຮງ​ທີ່​ຈະ​ເກີດ​ຂຶ້ນອີກ ​ແລະ​ທ່ານ​ໄດ້​ຮຽກຮ້ອງ​ໄປ​ຍັງ​ທຸກພັກ​ຝ່າຍ​ໃນ​ວັນ​ເສົາ​ວານ​ນີ້ ​ໃຫ້​ທຳ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ພວກ​ຕົນ​ສາມາດເພື່ອ​ເຮັດ​ໃຫ້​ຂໍ້​ຕົກລົງ​ຢຸດ​ຍິງ​ແຂງ​ແຮງ​ຂຶ້ນ ​ແລະ​ໃຫ້​ປະລະ​ການ​ເຄື່ອນ​ໄຫວ​ຕ່າງໆ ທີ່​ສາມາດ​ນຳ​ໄປ​ສູ່​ການ​ເພີ້​ມທະວີ​ຄວາມ ເຄັ່ງຕຶງຄັ້ງໃໝ່ຂຶ້ນ​ໄດ້ນັ້ນ.

ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ກ່າວ​ຢູ່ ທີ່​ປັກ​ກິ່ງ​ໃນວັນ​ເສົາ​ວານ​ນີ້​ວ່າ ສະຫະລັດ​ແລະຣັດ​ເຊຍ ​ໄດ້​ຕົກລົງ​ກັນ​ທີ່ຈະ​ແລກປ່ຽນ​ຂ່າວ​ຂໍ້​ມູນ​ກັນ ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຕ່າງໆ​ໃນ​ຢູ​ເຄຣນ. ​ເມື່ອ​ເວົ້າ​ເຖິງ​ການ​ລົງ​ໂທດ​ຕໍ່ຣັດ​ເຊຍ​ນັ້ນ ທ່ານ Kerry ກ່າວ​ວ່າ ທາງ​ເລືອກ​ຕ່າງໆ​ທີ່​ມົສກູ​ເຮັດ​ໄປ​ກ່ຽວ​ກັບ​ຢູ​ເຄຣນນັ້ນ ຈະ​ຕັດສິນ​ວ່າ​ ແມ່ນຫຍັງຈະ​ເກີດ​ຂຶ້ນ.

US, Russia Discuss Ukraine Tensions
please wait

No media source currently available

0:00 0:01:50 0:00

XS
SM
MD
LG