ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຮຸ້ນຍັງສືບຕໍ່ ຕົກລາຄາ ຢູ່ຈີນ ຂະນະທີ່ ແຫ່ງອື່ນໆໃນເອເຊຍ ມີລາຄາດີຂຶ້ນ


ນັກລົງທຶນຄົນໜຶ່ງເ ບິ່ງຈໍໄຟຟ້າ ສະແດງຂໍ້ມູນຕະຫຼາດຫຼັກຊັບ ທີ່ຫ້ອງການນາຍໜ້າ ໃນນະຄອນຫຼວງປັກກິ່ງ ປະເທດ ຈີນ. 7 ກໍລະກົດ 2015.
ນັກລົງທຶນຄົນໜຶ່ງເ ບິ່ງຈໍໄຟຟ້າ ສະແດງຂໍ້ມູນຕະຫຼາດຫຼັກຊັບ ທີ່ຫ້ອງການນາຍໜ້າ ໃນນະຄອນຫຼວງປັກກິ່ງ ປະເທດ ຈີນ. 7 ກໍລະກົດ 2015.

ຕະຫຼາດ​ຫຼັກ​ຊັບ ​ຈີນ ຍັງສືບຕໍ່ຫຼຸ​ດລາຄາລົງຢ່າງ​ຕໍ່​ເນື່ອງ​ເປັນສາມ ອາທິດ​ຕິດ​ຕໍ່​ກັນ​ໃນ​ວັນ​ອັງຄານ​ມື້​ນີ້ ໃນຂະນະທີ່ສ່ວນໃຫຍ່ຂອງ ຕະຫຼາດ​ຫຼັກ​ຊັບໃນເອ​ເຊຍ​ອື່ນໆ​ ​ແມ່ນ​ກຳລັງຟື້ນ​ໂຕ​ກ່ອນ​ການ​ປະຊຸມ​ທີ່​ສຳຄັນ ​ກ່ຽວກັບ​ ວິ​ກິດ​ການ​ດ້ານ​ການ​ເງິນຂອງ ກຣິສ.

ດັດ​ຊະ​ນີຕະຫຼາດ​ຫຼັກ​ຊັບ Shanghai ​ໄດ້​ຫຼຸດ​ລົງ 3.​2 ​ເປີ​ເຊັນ​ໃນ​ຕອນ​ທ່ຽງມື້ນີ້, ຊຶ່ງໄດ້ຕ່າວປີ້ນການມີລາຄາສູງຂຶ້ນ​ໜຶ່ງ​ມື້ກ່ອນ​ໜ້າ​ນັ້ນ, ​ໃນ​ເມື່ອດັດ​ຊະ​ນີຕະຫຼາດ​ຫຼັກ​ຊັບ Shenzhen ​ກໍໄດ້​ຫຼຸດ​ລົງ 5.6 ​ເປີ​ເຊັນ.

ການ​ຫຼຸດ​ລົງ​ດັ່ງກ່າວ​ໄດ້​ພາໃຫ້ມີ​ຄຳ​ຖາມໃໝ່​ກ່ຽວ​ກັບຄວາມ​ສາມາດ ຂອງ ​ປັກ​ກິ່ງ ທີ່​ຈະ​ຍັບຢັ້ງການ​ຕົກລາຄາ​ຢ່າງ​ແຮງ​ຂອງ​ຕະຫຼາດ​ຫຼັກ​ຊັບ, ​ເຊິ່ງ​ໄດ້​ກວາດ​ລ້າງ​ປະມານ 3 ພັນຕື້​ໂດ​ລາ ​ໃນ​ມູນ​ຄ່າ​ຂອງ​ຕະຫຼາດ​ຫຼັກ​ຊັບ.

​ເມື່ອ​ບໍ່ດົນ​ມາ​ນີ້​ລັດຖະບານ​ໄດ້​ປະກາດ ການ​ເຄື່ອນ​ໄຫວ​ຫຼາຍ​ຄັ້ງ​ເພື່ອ​ເຮັດ​ໃຫ້​ບັນດາ​ນັກ​ລົງ​ທຶນໝັ້ນໃຈ​ຂຶ້ນ​ຕື່ມ, ລວມທັງ​ການ​ປ່ອຍ​ເງິ​ນຫຼາຍ​ພັນ​ລ້ານ​ໂດ​ລາ​ເຂົ້າ​ໃນ​ຕະຫຼາດ​ຫຼັກ​ຊັບ ​ແລະ ລະງັບ​ການສະເໜີຂາຍ ຮຸ້ນ​ໃນ​ເບື້ອງ​ຕົ້ນໃຫ້ປະຊາຊົນ.

ສ່ວນຢູ່ບ່ອນ​ອື່ນ​ໃນ ​ເອ​ເຊຍ, ຕະຫຼາດ​ຫຼັກ​ຊັບ​ສ່ວນ​ຫຼາຍໄດ້​ຟື້ນໂຕ​ຄືນ​ໃນ​ວັນ​ອັງຄານ​ມື້​ນີ້, ​ຄືທີ່ ​ໂຕ​ກຽວ, ຊິດ​ນີ, ຮົງ​ກົງ, ​ໄດ້​ຫວັນ ​ແລະ Wellington ຕ່າງກໍມີລາຄາດີຂຶ້ນ.

ບັນດາ​ນັກ​ລົງທຶນ​ແມ່ນ​ພາກັນຈັບ​ຕາ​ເບິ່ງ​ຢ່າງ​ໃກ້ຊິດ ​ໃນ​ກອງ​ປະ​ຊຸມ​ສຸກ​ເສີນ​ຂອງ​ບັນດາ​ຜູ້ນຳ​ເຂດ​ໃຊ້ສະກຸນ​ເງິນ ຢູ​ໂຣ​ ວັນ​ອັງຄານ​ມື້​ນີ້, ​ເຊິ່ງ ປະ​ເທດກຣິສ ທີ່​ມີ​ບັນຫາ​ດ້ານ​ການ​ເງິນ ຄາດ​ວ່າ​ຈະຍື່ນ​ຂໍ້​ສະ​ເໜີ​ໃໝ່ ໂດຍ​ແນ​ເປົ້າໃສ່​ກາ​ນຮັບຮອງ​ເອົາ ​ຂໍ້​ຕົກລົງ​ການ​ຊ່ວຍ​ກອບ​ກູ້ເສດຖະກິດ​ສາກົນ.

ຄວາມບໍ່ສາມາດ​ທີ່​ຈະ​ບັນລຸ​ຂໍ້​ຕົກລົງ​ໃນ​ໄວໆ​ນີ້ ອາດ​ໝາຍ​ເຖິງ​ວ່າການ​ຜິດ​ນັດໃນການ​ຊຳລະ​ໜີ້​ເພີ່ມ​ເຕີມຂອງ ກຣິສ, ຊຶ່ງຈະ​ເຮັດ​ໃຫ້​ພວກ​ເຂົາ​ຕ້ອງໄດ້ອອກ​ຈາກ​ການ​ເປັນ​ສະ​ມາ​ຊິກ​ ສະຫະ​ພາບ ຢູ​ໂຣບ ​ແລະ ຢຸດ​ເຊົາ​ໃຊ້​ສະກຸນ​ເງິນ​ ຢູ​ໂຣ.

XS
SM
MD
LG