ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຕະຫຼາດ​ຮຸ້ນ ຊຽງໄຮ້ ຟື້ນໂຕຄືນ ຫຼັງຈາກ ເກີດການປັ່ນປ່ວນ ໜຶ່ງມື້


ບັນດານັກລົງທຶນຈີນ ກຳລັງສັງເກດເບິ່ງ ລາຄາຮຸ້ນ ຂະນະທີ່ຕະຫລາດ ກຳລັງຂື້ນລົງ.
ບັນດານັກລົງທຶນຈີນ ກຳລັງສັງເກດເບິ່ງ ລາຄາຮຸ້ນ ຂະນະທີ່ຕະຫລາດ ກຳລັງຂື້ນລົງ.

ຕະຫລາດ​ຮຸ້ນ​ຢູ່​ຈີນ ​ໄດ້​ຂື້ນ​ໆລົງ​ໆ ​ແຕ່ກໍມີລາຄາສູງຂຶ້ນ​ເລັກ​
ນ້ອຍ​ ໃນຕອນປິດ ຕະຫລາດ​ວັນ​ພຸດ​ມື້​ນີ້ ​ໃນ​ຂະນະ​ທີ່​ບັນດາ​
ຜູ້ລົງທຶນ ພາກັນຫວາດຫວັ່ນ​ຢ້ານ​ກົວ​ ​ວ່າ ​ລັດຖະບານ​ຈະສືບ
ຕໍ່​ ໃນຄວາມ​ພະຍາຍາມ ​ເພື່ອເຮັດ​ໃຫ້​ຕະຫລາດຮຸ້ນ ມີ ຄວາມ
ທຸ່ນທ່ຽງຫລືບໍ່.

ຕະຫລາດຮຸ້ນທີ່ນະຄອນ Shanghai ຕົກລາຄາ​ເຖິງ​ຫ້າ​ເປີ
​ເຊັນ ​ໃນການຊື້ຂາຍ ​ຕອນເຊົ້າ​ມື້ນີ້ ກ່ອນ​ຈະມີລາຄາສູງຂື້ນ​
1​.6 ​ເປີ​ເຊັນ ໃນຕອນອັດຕະຫລາດ.

ຮຸ້ນທີ່ນະຄອນ Shanghai ມີຄ່າຕົກຫຼາຍກວ່າ 6 ​ເປີ​ເຊັນ​ໃນ
​ວັນ​ອັງຄານ​ວານນີ້. ​ມັນ​ເປັນການຕົກລາຄາ​ທີ່ໃຫຍ່ສຸດ​ພຽງໃນ​ມື້ດຽວ ນັບ​ແຕ່​ທ້າຍ​ເດືອນ
​ກໍລະ​ກົດເປັນ ຕົ້ນມາ ​ເວລາ​ມີການ​ຂາຍຮຸ້ນ​ອອກ​ຢ່າງ​ໃຫຍ່​ຫລວງ ທີ່​ໄດ້​ເຮັດ​ໃຫ້​ປັກ​ກິ່ງຕ້ອງ​ໄດ້ ​ເອົາມາດຕະການຊຸກ​ຍູ້ຕະຫລາດ​ໃຫ້ທຸ່ນທ່ຽງເປັນການຊົ່ວຄາວ.

Chinese Markets Suffer Biggest Decline in 3 Weeks
please wait

No media source currently available

0:00 0:02:05 0:00

ຢູ່​ແຫ່ງ​ອຶ່ນໆ​ໃນ​ເອ​ເຊຍ ຮຸ້ນແມ່ນປະສົມປະສານມີທັງຂຶ້ນແລະລົງ. ຕະຫລາດ​ ຮຸ້ນ Tokyo
ໄດ້ຕົກລາຄາປະມານ 1.6 ​ເປີ​ເຊັນ ຫລັງ​ຈາກ​ລັດຖະບານ​ໄດ້​ລາຍ​ງານ​ກ່ຽວກັບການສົ່ງ
​ສິນຄ້າ​ອອກ ທີ່​ບໍ່ຄ່ອຍແຈ່ມໃສ. ຮຸ້ນຍັງ​ໄດ້​ຕົກລາຄາຢູ່ Hong Kong ​ແລະ Soul ແຕ່​ໄດ້​ມີ
ລາຄາສູງຂຶ້ນ​ທີ່ນະ​ຄອນ Sydney.

ບັນດາ​ນັກ​ລົງທຶນ​ຫລາ​ຍຄົນ ຍັງ​ມີຄວາມຢ້ານ​ກົວວ່າ ຈີນອາດ​ຈະ​ຢຸດເຊົາການ ເອົາມາດ
ຕະການສະໜັບສະໜຸນຕະຫລາດ ​ແລະນອກນັ້ນ​ຍັງ​ມີ​ຄວາມ​ຢ້ານ​ກົວ​ວ່າ ປັກ​ກິ່ງອາດ​ຈະ
​ຫລຸດ​ຄ່າຂອງ​ເງິນຢວນລົງ.

Asia Markets
please wait
Embed

No media source currently available

0:00 0:01:03 0:00

XS
SM
MD
LG