ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາຊາ ຄ້າຢາເສບຕິດ ຈາກລັດສານ ຂອງມຽນມາ ຍອມຮັບຜິດ ຕໍ່ສານຈີນ


ທ້າວໜໍ່ຄຳ ອາຍຸ 40 ກວ່າປີ ທີ່ຖືກທາງການລາວຈັບຕົວ ແລະສົ່ງໃຫ້ທາງການຈີນ ດໍາເນີນຄະດີ
ທ້າວໜໍ່ຄຳ ອາຍຸ 40 ກວ່າປີ ທີ່ຖືກທາງການລາວຈັບຕົວ ແລະສົ່ງໃຫ້ທາງການຈີນ ດໍາເນີນຄະດີ
ທ້າວໜໍ່ຄຳ ລາຊາຄ້າຢາເສບຕິດຈາກລັດສານ ພ້ອມດ້ວຍລູກ
ນ້ອງ 5 ຄົນ ໄດ້ຍອມຮັບຜິດຕໍ່ສານຂອງຈີນ ໃນຂໍ້ຫາສັງຫານ
ລູກເຮືອຈີນ 13 ຄົນ ຢູ່ໃນແມ່ນໍ້າຂອງ ໃນເຂດສາມຫລ່ຽມຄໍາ
ເມື່ອເດືອນຕຸລາປີກາຍ. ການດໍາເນີນຄະດີພວກກ່ຽວໄດ້ມີຂຶ້ນ
ໃນວັນພະຫັດແລ້ວນີ້.

ລາຍງານຂ່າວຂອງສື່ມວນຊົນຈີນແຈ້ງວ່າ ໃນການດຳເນີນຄະ
ດີ ທີ່ສິ້ນສຸດລົງກ່ອນໝາຍກຳນົດນຶ່ງມື້ ໃນວັນສຸກແລ້ວນີ້ ທ້າວ
ໜໍ່ຄຳຜູ້ຕ້ອງສົງໄສຄົນສຳຄັນ ໃນການສັງຫານລູກເຮືອຈີນ ທີ່
ທາງການລາວໄດ້ສົ່ງໂຕໃຫ້ແກ່ເຈົ້າໜ້າທີ່ຈີນໃນ ເດືອນພຶດສະ
ພາປີກາຍ ພ້ອມດ້ວຍລູກນ້ອງຂອງລາວທັງ 5 ໄດ້ຍອມຮັບຜິດ
ຕໍ່ສານປະຊາຊົນ ຊັ້ນກາງຂອງຈີນທີ່ນະຄອນຄຸນມິງ ໃນພາກ
ຕາເວັນຕົກສຽງໃຕ້ຂອງຈີນ.

ລາຍງານແຈ້ງວ່າ ທ້າວໜໍ່ຄຳ ອາຍຸ 40 ກວ່າປີ ໄດ້ສະແດງຄວາມສຳນຶກຜິດຕໍ່ພວກເຄາະ ຮ້າຍ ແລະຄອບຄົວເຂົາເຈົ້າ. ນອກນັ້ນແລ້ວ ໃນການດຳເນີນຄະດີດັ່ງກ່າວ ຍັງມີພະຍານ 13 ຄົນຈາກລາວ ແລະໄທ ມາຮ່ວມໃຫ້ການນຳດ້ວຍ.

ໃນມື້ດຽວກັນ ສານຂອງຈີນຍັງໄດ້ຮັບຟັງການເອົາມາດຕະການດ້ານອາຍາກ່ຽວກັບຄະດີນີ້ ຊຶ່ງຄອບຄົວຂອງພວກເຄາະຮ້າຍຢາກໄດ້ເງິນຊົດເຊີຍຫຼາຍສິບລ້ານຢວນ ແຕ່ສານບໍ່ໄດ້ ເປີດເຜີຍໃຫ້ຊາບກ່ຽວກັບໂຕເລກທີ່ຄັກແນ່.

ທ້າວໜໍ່ຄຳ ຊຶ່ງບໍ່ໄດ້ປະຕິເສດຕໍ່ຫຼັກຖານທີ່ນຳສະເໜີໂດຍຄະນະໄອຍະການນັ້ນ ກ່າວວ່າ ລາວຂໍຍົກເວັ້ນໂທດປະຫານຊີວິດ ແລະຍິນດີທີ່ຈະຈ່າຍເງິນຄ່າຊົດເຊີຍ ຊຶ່ງລາວເວົ້າວ່າ ລາວມີເງິນຢູ່ 30 ລ້ານບາດຫຼືປະມານ 6 ລ້ານຢວນ ແລະລູກ ນ້ອງທັງ 5 ຂອງທ້າວໜໍ່ຄຳ ຕ່າງກໍໄດ້ຂໍຮັບໂທດສະຖານເບົາລົງມາ ແລະພວກເຂົາເຈົ້າກໍບໍ່ມີເງິນທີ່ຈະຈ່າຍໃຫ້ແກ່ ຄອບຄົວຂອງພວກເຄາະຮ້າຍ.

ຕຳຫຼວດຈີນທ່ານນຶ່ງທີ່ສັງກັດຢູ່ໃນໜ່ວຍງານພິເສດຄະດີນີ້ ກ່າວວ່າ ຕຳຫຼວດຈີນຈະສືບ ຕໍ່
ຮ່ວມມືກັບຕຳຫຼວດໄທໃນການສືບສວນແລະການລົງໂທດຕໍ່ທະຫານໄທ 9 ຄົນທີ່ພົວພັນ ໃນຄະດີນີ້.

ສານຂອງຈີນຈະປະກາດໃຫ້ຊາບຕາມພາຍຫຼັງກ່ຽວກັບການອອກຄຳຕັດສິນຫຼັງຈາກໄດ້ ທົບທວນເບິ່ງຄະດີນີ້ຢ່າງລະອຽດແລ້ວ.

ນອກນັ້ນ ໃນມື້ດຽວກັນນີ້ລາຍງານຂ່າວຂອງຈີນຍັງແຈ້ງວ່າ ຕຳຫຼວດຈີນ ລາວ ມຽນມາ ແລະ ໄທເລີ້ມທຳການລາດຕະເວນຮອບໃໝ່ຊຶ່ງເປັນຮອບທີ 6 ຢູ່ໃນເຂດສາມຫຼ່ຽມຄຳ ເພື່ອ ໃຫ້ຄວາມຄຸ້ມຄອງແກ່ການເດີນເຮືອຕາມລຳແມ່ນໍ້າຂອງ.

ເຫດຮ້າຍໃນການໂຈມຕີແລະຈີ້ເຮືອຈີນ 2 ລຳໃນປີກາຍນີ້ ໄດ້ມີຜົນກະທົບຢ່າງ ໜັກຕໍ່ ການເດີນເຮືອຕາມລຳນໍ້າຂອງ ຊຶ່ງໃນການລາດຕະເວນຮ່ວມຄັ້ງທຳອິດ ມີ ເຮືອສິນຄ້າຈີນ ແລ່ນຂຶ້ນລ່ອງແຕ່ພຽງ 10 ລຳທໍ່ນັ້ນ ແຕ່ຈຳນວນດັ່ງກ່າວໄດ້ເພີ່ມ ຂຶ້ນເປັນ 59 ລຳ ເວລາ ການລາດຕະເວນຮ່ວມຄັ້ງທີ 5 ເລີ່ມຂຶ້ນ ໃນເດືອນສິງ ຫາຜ່ານມາ.”
XS
SM
MD
LG