ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກຫົວຮຸນແຮງ Al-Shabab ຍຶດເມືອງໃນ ໂຊມາລີ


ທະຫານ ອູການດາ ທີ່ຖານທັບອາກາດໃນເມືອງ Entebbe ພາກັນແບກໂລງສົບທີ່ບັນຈຸກະດູກຂອງທະຫານ ອູການດາ ທີ່ຖືກຂ້າຕາຍໃນ ໂຊມາລີ ໃນວັນທີ 3 ກັນຍາ 2015.
ທະຫານ ອູການດາ ທີ່ຖານທັບອາກາດໃນເມືອງ Entebbe ພາກັນແບກໂລງສົບທີ່ບັນຈຸກະດູກຂອງທະຫານ ອູການດາ ທີ່ຖືກຂ້າຕາຍໃນ ໂຊມາລີ ໃນວັນທີ 3 ກັນຍາ 2015.

​ເຈົ້າໜ້າ​ທີ່ ​ໂຊ​ມາລີ ກ່າວ​ວ່າ ພວກ​ຫົວ​ຮຸນ​ແຮງ al-Shabab ​ໄດ້​ຍຶດ​ເອົາ​ສອງ​ເມືອງໃນ​ພາກໃຕ້​ຂອງ ປະ​ເທດ ​ໂຊມ​າລີ​ ​ໃນ​ວັນ​ເສົາ​ວານ​ນີ້​ຈາກ​ທະຫານ​ສະຫະພາບ ອາ​ຟຣິກາ ທີ່​ໄດ້​ຖອຍ​ທັບ​ອອກ​ໄປ, ພຽງ​ບໍ່​ເທົ່າ​ໃດ​ມື້​ຫຼັງຈາກ​ການ​ໂຈມ​ຕີ​ຮ້າຍ​ແຮງ​ຂອງ​ພວກ​ຫົວ​ຮຸນ​ແຮງ​ຢູ່​ຖານ​ທັບ ທະຫານສະຫະພາບ ອາ​ຟຣິກາ ​ໃນ​ບໍ​ລິ​ເວນ​ດຽວ​ກັນ​ເຮັດ​ໃຫ້​ທະຫານ Uganda ຫຼາຍ​ສິບ​ຄົນ​ເສຍ​ຊີວິດ.

ຮອງ​ຜູ້​ປົກຄອງລັດ​ພື້ນ​ທີ່​ລຸ່ມ Shabelle ທ່ານ Abdifitah Haji Abdulle, ​ໄດ້​ກ່າວ​ຕໍ່​ວີ​ໂອ​ເອ ​ໂຊມ​າລີ ວ່າ ກອງທັບ​ຈາກ​ສະຫະພາບ ອາ​ຟຣິກາ ປະຈຳ ​ໂຊ​ມາລີ ​ໄດ້​ຖອນ​ໂຕ​ອອກ​ຈາກ​ຖານ​ທັບ​ຫຼັກທີ່​ເມືອງ El Salindi, 60 ກິິ​ໂລ​ແມັດ ຢູ່​ພາກ​ໃຕ້​ຂອງ​ນະ​ຄອນ​ຫຼວງ Mogadishu. ທ່ານ​ຍັງ​ໄດ້​ກ່າວ​ວ່າ ກອງ​ທະຫານ AMISOM ​ໄດ້​ຖອນໂຕ​ຖອນ​ໃນ​ວັນ​ສຸກ​ທີ່​ຜ່ານ​ມາ​ຈາກ​ເມືອງ Kunturwarey.

​ເຈົ້າ​ໜ້າ​ທີ່​ໃນ​ທ້ອງ​ຖິ່ນ​ໄດ້​ກ່າວ​ວ່າ ລາວ​ໄດ້​ຖືກ​ແຈ້ງ​ໃຫ້​ຮູ້​ໂດຍ​ທະຫານ AMISOM ວ່າ​ພວກ​ຫົວ​ຮຸນ​ແຮງ​ໃຫ້​ເຂົ້າໄປໃນ​ເມືອງ​ສອງ​ສາມ​ຊົ່ວ​ໂມງ​ຫຼັງ​ຈາກ​ທະຫານ​ປ້ອງ​ກັນ​ຄວາມ​ສະຫງົບ​ໄດ້​ອອກ​ໄປ. ລາວ​ໄດ້​ກ່າວ​ວ່າ ປະຊາຊົນ​ບາງ​ຄົນ​ໄດ້​ເລີ່​ມ​ຫຼົບໜີ​ໄປ, ​ໃນ​ເວລາ​ອະທິບາຍວ່າ ຄົນ​ອື່ນໆ​ໄດ້​ພາກັນ​ຕົກ​ໃຈ ​ແລະ ​ຢ້ານ​ວ່າ​ພວກ​ຫົວ​ຮຸນ​ແຮງ​ຈະ​ຂ້າ​ປະຊາຊົນຖິ້ມ.

XS
SM
MD
LG