ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ບາດເຈັບຫຼາຍຄົນ ໃນເຫດ ແກວ່ງລະເບີດມື ໃສ່ວັດແຫ່ງນຶ່ງ ໃນເຄັນຢາ


ຕໍາຫຼວດເຄັນຢາ ຍາມຮັກສາການຢູ່ບໍລິເວນບ່ອນເກີດເຫດ
ຕໍາຫຼວດເຄັນຢາ ຍາມຮັກສາການຢູ່ບໍລິເວນບ່ອນເກີດເຫດ
ບັນດາ​ເຈົ້າໜ້າ​ທີ່​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ​ເຄັນ​ຢາກ່າວ​ວ່າ ມີການ ​ແກວ່ງລະ​ເບີດ​ມືລູກ​ນຶ່ງ​ ​ໂຈມ​ຕີ​ວັດ​ແຫ່ງ​ນຶ່ງ​ໃນ​ວັນ​ອາທິດ​ມື້​ນີ້ ​ທີ່ໄດ້​ເຮັດໃຫ້ ມີຜູ້ບາດ​ເຈັບ​ຢ່າງ​ໜ້ອຍ​ແປດ​ຄົນ ບາງ​ຄົນ​ມີ​ອາ​ການ​ສາຫັດ.

​ມີ​ລາຍ​ງານ​ວ່າ ເຈົ້າອາວາດ​ວັນ Utawala Interdenominational ທີ່​ເມືອງ Garrissa ກໍ​ຮວມຢູ່​ໃນ​ພວກ​ທີ່​ໄດ້​ຮັບບາດ​ເຈັບ ພ້ອມ​ດ້ວຍ​ຕໍາຫຼວດ ອີກຫຼາຍຄົນ. ການ​ໂຈມ​ຕີ​ໄດ້​ເກີດ​ຂຶ້ນທີ່​ວັດ​ແຫ່ງ​ນຶ່ງ ຢູ່ພາຍ​ໃນ​ບໍລິ​ເວນ​ໂຮງ ການ​ຕໍາຫຼວດ.

​ຍັງ​ບໍ່​ມີ​ຜູ້​ໃດ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໂດຍ​ທັນທີ​ຂອງ​ການ​ໂຈມ​ຕີຄັ້ງ​ນີ້.

ພວກຫົວ​ຕໍ່ສູ້ ​ແມ່ນ​ໄດ້​ແນ​ເປົ້າໝາຍ​ໃສ່​ຊາວ​ເຄັນ​ຢາ​ ມາຕັ້ງ​ແຕ່​ກອງທັບ​ຂອງເຄັນ​ຢາ ​ໄດ້​ຖືກ​ສົ່ງ​ໄປ​ຊ່ວຍ​ປະ​ເທດ​ໂຊ​ມາ​ເລຍ​ເພື່ອ​ຕໍ່ສູ້​ກັບກຸ່ມ​ກະບົດ al-Shabab ທີ່​ເຊື່ອມ​ໂຍງ​ກັບ​ກຸ່ມ​ອາ​ລຄາ​ອີ​ດາ. ການ​ໂຈມ​ຕີ​ສອງ​ບັ້ນ​ທີ່​ເມືອງ Garissa ​ໃນ​ເດືອນ​ກໍລະກົດ​ຜ່ານ​ມາ ​ໄດ້​ສັງຫານ ​ເກືອບ 20 ຄົນ.

ຂະ​ນະ​ນີ້ພວກ​ເຈົ້າໜ້າ​ທີ່​ ກໍາລັງ​ທໍາ​ການ​ສືບສວນ​ສອບ​ສວນ ວ່າ​ພວກ​ທີ່​ໂຈມ​ຕີ​ວັດ​ເມື່ອວັນ​ອາທິດ​ມື້​ນີ້ ​ມີ​ການເຊື່ອມ​ໂຍງ​ກັນ​ກຸ່ມ​ຫົວ​ຮຸນ​ແຮງ​ໂຊ​ມາ​ເລຍ ຫຼືບໍ່.
XS
SM
MD
LG