ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

17 ຄົນ ເສຍຊີວິດ ຍ້ອນເຫດລະເບີດ ຢູ່ ປາກິສຖານ (ສະໄລດ໌/ວີດີໂອ)


ຜູ້ຊາຍສອງຄົນ ພາກັນຊ່ອຍ ຜູ້ໄດ້ຮັບບາດເຈັບ
ຜູ້ຊາຍສອງຄົນ ພາກັນຊ່ອຍ ຜູ້ໄດ້ຮັບບາດເຈັບ
ບັນດາ​ເຈົ້າ​ໜ້າ​ທີ່​ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອຂອງ​ປາ​ກິ​ສຖານ
ກ່າວ​ວ່າ ລະ​ເບີດ​ລູກ​ນຶ່ງໄດ້​ແຕກ​ຂຶ້ນໃນ​ລົດ​ບັສ ​ທີ່ກຳລັງ​ບັນທຸກ​
ພະນັກງານ​ລັດຖະບານ ​ເຮັດ​ໃຫ້​ພວກ​ພະນັກງານ​ໃນ​ລົດເສຍ​ຊີ
ວິດ​ໄປ 17 ຄົນ ​ແລະ​ບາດ​ເຈັບ​ຕື່ມ​ອີກ 42 ຄົນ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ​ລະ​ເບີດ​ໄດ້​ແຕກ​ຂຶ້ນ​ໃນ​ວັນ​ສຸກ​ມື້​ນີ້​ໃນ​
ເມືອງ Peshawar ​ເມືອງໃຫຍ່​ສຸດຂອງ​ແຂວງ Khyber Pakh-
tunkhwa.

ໃນ​ເວລາ​ນີ້ ຍັງ​ບໍ່​ທັນ​ມີ​ກຸ່ມໃດ ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ ໃນ
​ການວາງ​ລະ​ເບີດ​ຄັ້ງ​ນີ້​ເທື່ອ ​ແຕ່​ພວກ​ຫົວຮຸນ​ແຮງ​ ທີ່​ກຳລັງ​ທຳ​
ການ​ຕໍ່ສູ້​ກັບ​ລັດຖະບານ​ໃນ​ຂົງ​ເຂດ ມັກ​ແນ​ເປົ້າ​ໝາຍ​ໃສ່​ພວກ
ທະຫານ​ ບັນດາ​ເຈົ້າ​ໜ້າ​ທີ່ ແລະ​ສັນຍະລັກ​ຂອງ​ລັດ​ເລື້ອຍໆ.

ລັດ​ບັສຄັນ​ນີ້​ ກຳລັງ​ບັນທຸກພວກ​ເຈົ້າ​ໜ້າ​ທີ່​ລັດຖະບານ ໄປ​ຍັງ
​ເມືອງ Charsadda ຫລັງ​ຈາກ​ເຂົາ​ເຈົ້າ​ເລີກ​ການ​ແລ້ວ.



​ເມືອງ Peshawar ຕັ້ງ​ຢູ່​ໃກ້ໆ​ກັບ​ເຂດ​ຊົນ​ເຜົ່າທີ່​ບ້ານ​ເມືອງ​ບໍ່​ມີ​ຂື່​ມີ​ແປຂອງ​ປາ​ກິ​ສຖານ ​ຕິດ​ກັບຊາຍ​ແດນ​ຂອງ​ອັຟກາ​ນິສຖານ ຊຶ່ງ​ເປັນ​ບ່ອນ​ລີ້​ຊ່ອນ​ຂອງພວກ​ຫົວ​ຮຸນ​ແຮງ​ທີ່​ພົວພັນ​ກັບ​ກຸ່ມ​ຕາ​ລີ​ບັນ ​ແລະ​ກຸ່ມຫົວ​ຮຸນ​ແຮງ​ຕ່າງໆ​ທີ່​ເປັນ​ເຄືອ​ຂ່າຍ​ຂອງ al-Qaida ນັ້ນ.

pakistan
please wait
Embed

No media source currently available

0:00 0:00:40 0:00
XS
SM
MD
LG