ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

17 ຄົນເສຍຊີວິດ ໃນການວາງ ລະເບີດລົດ ໂຈມຕີ ຢູ່ທົ່ວອີຣັກ


ມີການວາງລະເບີດລົດ ສາມຄັນຕິດຕໍ່ກັນ ທີ່ເມືອງ Taji ທາງທິດເໜືອຂອງເມືອງຫລວງ Baghdad, ວັນທີ 30 ກັນຍາ 2012.
ມີການວາງລະເບີດລົດ ສາມຄັນຕິດຕໍ່ກັນ ທີ່ເມືອງ Taji ທາງທິດເໜືອຂອງເມືອງຫລວງ Baghdad, ວັນທີ 30 ກັນຍາ 2012.
ບັນດາເຈົ້າໜ້າທີ່ໃນອີຣັກ ກ່າວວ່າ ຄື້ນຟອງຂອງການໂຈມຕີ
ດ້ວຍລະເບີດ ໄດ້ປະທະຫລາຍໆເຂດຂອງປະເທດໃນວັນ
ອາທິດມື້ນີ້ ໂດຍໄດ້ສັງຫານຢ່າງໜ້ອຍ 17 ຄົນ ແລະເຮັດໃຫ້
ບາດເຈັບອີກ ຫລາຍສິບຄົນ.


ການໂຈມຕີທີ່ຮ້າຍແຮງທີ່ສຸດ ແມ່ນການວາງລະເບີດໃສ່ລົດ
ສາມຄັນຕິດຕໍ່ກັນ ທີ່ເມືອງ Taji ທາງທິດເໜືອຂອງເມືອງ
ຫລວງ Baghdad ຊຶ່ງເຈົ້າໜ້າທີ່ກ່າວວ່າ ມີ 8 ຄົນເສຍຊີວິດ
ແລະຫລາຍກວ່າ 20 ຄົນ ໄດ້ຮັບບາດເຈັບ.

ແລະທີ່ເມືອງ Kut ທາງກໍ້າໃຕ້ຂອງ Baghdad ຜູ້ວາງລະ
ເບີດສະລະຊີບຄົນນຶ່ງ ໄດ້ສັງຫານເຈົ້າໜ້າທີ່ຕໍາຫລວດ
ຢ່າງໜ້ອຍ 3 ຄົນ ແລະອີກຫລາຍຄົນໄດ້ຮັບບາດເຈັບ.

ແລະຢູ່ໃນເມືອງ Balad Ruz ທາງກໍ້າຕາເວັນອອກສຽງເໜືອຂອງເມືອງຫລວງ ລະເບີດ
ລົດຄັນນຶ່ງໄດ້ສັງຫານ ເຈົ້າໜ້າທີ່ຕໍາຫລວດສອງຄົນ. ແລະມີອີກຫລາຍໆເມືອງ ຖືກໂຈມ
ຕີເຊ່ນກັນ.

ຍັງບໍ່ທັນມີກຸ່ມໃດອອກມາອ້າງເອົາຄວາມຮັບຜິດຊອບໃນທັນທີນີ້ເທື່ອ ສໍາລັບການໂຈມຕີ
ດ້ວຍລະເບີດທີ່ຮ້າຍແຮງ ໃນວັນອາທິດມື້ນີ້.
XS
SM
MD
LG