ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

18 ຄົນ ເສຍຊີວິດ ຍ້ອນແຕກຕື່ນ ຢຽບກັນຕາຍ ທີ່ໂຮງມວຍ ໃນອິນໂດເນເຊຍ (ວີດິໂອ)


ຢ່າ​ງໜ້ອຍ 17 ຄົນ​​ເສຍ​ຊີວິດ ​ຢູ່​​ບ່ອນ​ຕີມວຍ​ແຫ່ງ​ນຶ່ງ ທີ່ ອິນໂດເນເຊຍ
ຢ່າ​ງໜ້ອຍ 17 ຄົນ​​ເສຍ​ຊີວິດ ​ຢູ່​​ບ່ອນ​ຕີມວຍ​ແຫ່ງ​ນຶ່ງ ທີ່ ອິນໂດເນເຊຍ
ຕໍາຫລວດໃນ​ພາກ​ຕາ​ເວັນ​ອອກ​ຂອງອິນ​ໂດ​ເນ​ເຊຍ ກ່າວ​ວ່າ
ຢ່າ​ງໜ້ອຍ 18 ຄົນເສຍ​ຊີວິດ ​ຢູ່ບ່ອນ​ຕີມວຍ​ແຫ່ງ​ນຶ່ງ ​ເວລາພວກ
​ສະໜັບສະໜຸນ​ນັກ​ມວຍ​ທີ່ປາ ໄຊ​ນັ້ນ ​ເລີ້ມ​ພາກັນ​ອາ​ລະວາ​ດ.

ບັນດາ​ເຈົ້າ​ໜ້າ​ທີ່ຢູ່​ໃນ​ເມືອງ Nabire ກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ມີ​
ຜູ້​ຄົນ ປະມານ 1,500 ຄົນ​ ​ພາກັນ​ເບິ່ງ​ການ​ແຂ່ງຂັນ​ແຊມ​ປ້ຽນ
ມວຍທ້ອງ​ຖິ່ນ ຢູ່ສະໜາມກິ​ລາ Kota Lama ​ເວລາພວກ​ສະ
ໜັບສະໜຸນ​ນັກ​ມວຍ​ທີ່​ປາ​ໄຊ​ນັ້ນ ພາກັນຍົກ​ຕັ່ງ​ແກ​ວ່ງ​ໃສ່​ກັນ
ຍ້ອນ​ໃຈ​ຮ້າຍນໍາຜົນ​ຂອງ​ການ​ແຂ່ງຂັນ. ​

ຕໍາຫລວດ​ກ່າວ​ວ່າ ​ພວກ​ຜູ້​ຄົນ​ພາກັນ​ແລ່ນອອກ​ໄປ​ຫາ​ ປະຕູ​
ທາງອອກບ່ອນ​ດຽວ ຂອງ​ສອງ​ບ່ອນທີ່​ເປີດ​ໄວ້ ​ເພາະ​ຢ້ານ​ວ່າ
ຄວາມ​ຮຸນ​ແຮງ​ຈະ​ຄວບ​ຄຸມ​ບໍ່​ໄດ້ ​ແລະ​ໃນ​ການ​ແຕກຕຶ່ນຍູ້ກັນ
​ແລ່ນ​ໜີ​ນັ້ນ ​ຫລາຍ​ສິບ​ຄົນ​ລົ້ມ​ລົງ​ແລະໄດ້​ຖືກ​ຢຽບ. ປະມານ
40 ຄົນໄດ້​ຮັບ​ບາດ​ເຈັບໃນ​ເຫດ​ວຸ້ນວາຍ​ດັ່ງກ່າວ.

Indinesia
please wait
Embed

No media source currently available

0:00 0:00:39 0:00

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 28 ມີນາ 2024

XS
SM
MD
LG