ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ນັກເທັນນິສ ອາເມຣິກັນ ນາງ Serena Williams ຊະນະ ການ​ແຂ່ງ​ຂັນ US Open ຄັ້ງທີ 3 ລຽນຕິດ

ນາງ Serena Williams ຈາກສະຫະລັດ (ຂວາ) ແລະ ນາງ Caroline Wozniacki ຈາກເດັນມາກ ລົມກັນໃນຂະນະທີ່ ພວກເຂົາເຈົ້າກຳລັງຖືຂັນລາງວັນ ຫຼັງຈາກການແຂ່ງຂັນ U.S. Open ປະຈຳປີ 2014 ຮອບຊິງຊະນະເລີດ ຍິງດ່ຽວ ໃນວັນທີ 7 ກັນຍາ 2014 ຢູ່ລັດ New York.

ນາງ Serina Williams ຊາວ​ອາ​ເມ​ຣິກັນ ​ໄດ້​ຮັບ​ໄຊຊະນະ
​ເປັນ​ຄັ້ງທີ 3 ລຽນຕິດ ​ໃນ​ການ​ແ​ຂ່ງຂັນກິລາ​ເທັນ​ນິສ
US Open ​ເພດ​ຍິງ​ຮອບ​ຊິງ​ຊະນະ​ເລີດ.

​ໃນ​ການ​ແຂ່ງ​ຂັນ​ທີ່​ເໜືອກ​ວ່າ​ຄູ່ແຂ່ງ​ ເມື່ອຕອນ​ຄ່ຳຂອງ
ວັນ​ອາທິດ​ວານ​ນີ້ ຢູ່​ນະຄອນ Flushing Meadows ລັດ
New York ນັ້ນ ນາງ Williams ໄວ 32 ປີ ໄດ້ເອົາຊະ​ນະ
ຄູ່​ແຂ່ງ ທີ່​ເປັນ​ເພື່ອນ​ດີຂອງ​ນາງເອງ ຄື ນາງ Caroline
Wozniacki ​ໄວ 24 ປີ ຈາກ ​ເດັນ​ມາກ 2 ເສັດລຽນຕິດ
ຄື 6 ຕໍ່ 3 ​ແລະ 6 ຕໍ່ 3.

ນາງ Serena Williams ຖືຂັນຊະນະເລີດ ຄຽງຂ້າງນັກເທັນນິສຍອດຍຢຽມ ນາງ Martina Navratilova (ຊ້າຍ) ແລະ ນາງ Chris Evert ຫຼັງຈາກການແຂ່ງຂັນ U.S. Open ປະຈຳປີ 2014 ຮອບຊິງຊະນະເລີດ ຍິງດ່ຽວ ໃນວັນທີ 7 ກັນຍາ 2014 ຢູ່ລັດ New York.

ໄຊຊະນະ​ຂອງ​ນາງ​ໃນ​ຄັ້ງນີ້ ນາງ Williams ຕິດ​ອັນ​ດັບ​ຄື​ກັນ
​ກັບ ນັກ​ເທັນ​ນິສຊາວ​ອາ​ເມຣິກັນ ນາງ Chris Evert ແລະ
ນາງ Martina Navratilova ທີ່ໄດ້​ຮັບ​ໄຊຊະນະ 18 ຄັ້ງ ໃນ​
ອາຊີ​ບຂອງ​ການ​ແຂ່ງຂັນລາຍການ​ໃຫຍ່ໆ ຫຼື Grand Slam
ນັ້ນ ຊຶ່ງ​ໄດ້​ເປັນອັນ​ດັບ ທີ 4 ຂອງ​ບັນຊີລາຍຊື່​ຜູ້ດີ​ເດັ່ນ.
6 ຄັ້ງຂອງ​ໄຊຊະນະ​ເລີດ​ນັ້ນ ​ແມ່ນ​ຢູ່​ໃນ US Open ຊຶ່ງ​ ນາງ
Williams ​ໄດ້​ໄຊຊະນະຄັ້ງທຳ​ອິດ​ຂອງ Grand Slam ​ເມື່ອປີ
1999 ມີ​ອາຍຸ​ໄດ້ 17 ປີ.

XS
SM
MD
LG