ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ Mladic ຈະໄປປາກົດ ທີ່ສານເຊີເບຍອີກ


ອະດີດຜູ້ບັນຊາການທະຫານເຊີເບຍໃນບອສເນຍ ນາຍພົນ Radko Mladic ທີ່ຖືກຈັບໃນວັນທີ 26 ພຶດສະພາ ໃນພາກເໜືອເຊີເບຍ.
ອະດີດຜູ້ບັນຊາການທະຫານເຊີເບຍໃນບອສເນຍ ນາຍພົນ Radko Mladic ທີ່ຖືກຈັບໃນວັນທີ 26 ພຶດສະພາ ໃນພາກເໜືອເຊີເບຍ.

ມີກຳນົດວ່າທ່ານ Ratko Mladic ຜູ້ຕ້ອງສົງໄສເປັນຜູ້ກໍ່
ອາດຊະຍາກຳສົງຄາມຊາວເຊີເບຍຈະໄປປາກົດໂຕທີ່ສານ
ໃນນະຄອນຫຼວງ Belgrade ອີກໃນວັນສຸກມື້ນີ້ ເພື່ອຮັບ
ຟັງການພິຈາລະນາກ່ຽວກັບການສົ່ງໂຕຜູ້ກ່ຽວໄປໃຫ້ສານ
ອາດຊະຍາກຳສະຫະປະຊາຊາດຍ້ອນໂທດກຳຕ່າງໆທີ່ໄດ້
ກໍ່ຂຶ້ນໃນລະຫວ່າງສົງຄາມຢູ່ໃນບອສເນຍນັ້ນ.

ອະດີດຜູ້ບັນຊາການທະຫານ ຂອງຊາວເຊີເບຍໃນບອສ
ເນຍທ່ານນີ້ໄດ້ຖືກນຳໂຕຂຶ້ນສານ ໃນວັນພະຫັດວານນີ້
ຫຼັງຈາກຜູ້ກ່ຽວຖືກຈັບ ຢູ່ໃນພາກເໜືອຂອງເຊີເບຍ ລຸນ
ຫຼັງທີ່ໄດ້ທຳການຫຼົບລີ້ມາ ເປັນເວລາ 16 ປີ. ການໄປ
ປາກົດໂຕຢູ່ສານ ຂອງທ່ານ Mladic ໄດ້ຖືກຕັດໃຫ້ສັ້ນ
ລົງຍ້ອນອັນທີ່ທະນາຍຄວາມຂອງທ່ານເວົ້າວ່າ ສຸກຂະ
ພາບທີ່ຊຸດໂຊມ ຂອງທ່ານນັ້ນ. ພວກທ່ານໝໍກຳລັງພິຈາ
ລະນາຢູ່ວ່າທ່ານເໝາະທີ່ຈະຖືກດຳເນີນຄະດີຕໍ່ໄປຫຼືບໍ່.

ສານຂອງອົງການສະຫະປະຊາຊາດ ຮັບຜິດຊອບກ່ຽວກັບໂທດກຳຕ່າງໆທີ່ໄດ້ກໍ່ຂຶ້ນຢູ່ໃນອະ
ດີດປະເທດຢູໂກສະລາເວຍໄດ້ຟ້ອງທ່ານ Mladic ໃນປີ 1995 ກ່ຽວກັບໂທດກຳຕ່າງໆທີ່
ທ່ານໄດ້ກໍ່ຂຶ້ນຫຼືອອກຄຳສັ່ງໃຫ້ກໍ່ຂຶ້ນຕາມທີ່ໄດ້ມີການກ່າວຫາໃນລະຫວ່າງການປິດລ້ອມນະ
ຄອນ Sarajevo ໃນບອສເນຍແລະການສັງຫານພວກຜູ້ຊາຍແລະເດັກນ້ອຍຜູ້ຊາຍມຸສລິມ
ໃນບອສເນຍ 8,000 ຄົນໃກ້ໆເມືອງ Srebrenica.

ສານເຊີເບຍຈະພິຈາລະນາເບິ່ງວ່າເງື່ອນໄຂຕ່າງໆກ່ຽວກັບການສົ່ງໂຕທ່ານ Mladic ໄປໃຫ້
ສານອາດຊະຍາກຳສະຫະປະຊາຊາດ ທີ່ນະຄອນ Hague ນັ້ນຄົບຖ້ວນຫຼືບໍ່. ເຈົ້າໜ້າທີ່ເຊີ
ເບຍເວົ້າວ່າ ຂັ້ນຕອນດັ່ງກ່າວນີ້ຈະໃຊ້ເວລານຶ່ງອາທິດ.

ຣັດເຊຍຊຶ່ງເປັນພັນທະມິດຂອງເຊີເບຍໄດ້ຮຽກຮ້ອງໃຫ້ການດຳເນີນຄະດີເປັນໄປຢ່າງຍຸດຕິ
ທຳແລະບໍ່ລຳອຽງ. ກະຊວງການຕ່າງປະເທດຣັດເຊຍ ກ່າວໃນວັນສຸກມື້ນີ້ວ່າ ການດຳເນີນ
ຄະດີບໍ່ຄວນຈະຖືກນຳໃຊ້ເພື່ອແກ່ຍາວວຽກງານຂອງສານ.

ການຈັບກຸມທ່ານ Mladic ແລະອີກຄົນນຶ່ງທີ່ຍັງຫຼົບລີ້ຢູ່ຄືທ່ານ Goran Hadzic ຊຶ່ງເປັນ
ຊາວເຊີເບຍໃນໂຄຣເອເຊຍ ແມ່ນເງື່ອນໄຂທີ່ສຳຄັນໃນການດຳເນີນຄວາມພະຍາຍາມຂອງ
Belgrade ເພື່ອຂໍສະມັກເຂົ້າເປັນສະມາຊິກຂອງສະຫະພາບຢູໂຣບ.

XS
SM
MD
LG