ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ກຸ່ມແນວໂຮມ ນິຍົມສະຫະພາບຢູໂຣບ ຂອງ ເຊີເບຍ ຊະນະ ການເລືອກຕັ້ງຂັ້ນຕົ້ນຢ່າງໃຫຍ່


ນາຍົກລັດຖະມົນຕີ ເຊີເບຍ ແລະ ຜູ້ນຳພັກກ້າວໜ້ານິຍົມ ທ່ານ Aleksandar Vucic ຄອຍຖ້າຢູ່ໜ່ວຍເລືອກຕັ້ງ ໃນນະຄອນຫຼວງ Belgrade ຂອງ Serbia,ເມື່ອວັນອາທິດ ທີ 24 ເມສາ 2016.
ນາຍົກລັດຖະມົນຕີ ເຊີເບຍ ແລະ ຜູ້ນຳພັກກ້າວໜ້ານິຍົມ ທ່ານ Aleksandar Vucic ຄອຍຖ້າຢູ່ໜ່ວຍເລືອກຕັ້ງ ໃນນະຄອນຫຼວງ Belgrade ຂອງ Serbia,ເມື່ອວັນອາທິດ ທີ 24 ເມສາ 2016.

ການນັບຄະແນນສຽງ ເບື້ອງຕົ້ນ ໃນປະເທດເຊີເບຍ ສະແດງວ່າ ພັກກຸ່ມແນວໂຮມ ທີ່ ສະໜັບສະໜູນ ສະຫະພາບຢູໂຣບ ນຳພາໂດຍ ນາຍົກລັດຖະມົນຕີ Aleksandar Vucic ກວດລ້າງເອົາໄຊຊະນະໄດ້ຢ່າງຖ້ວມລົ້ນ ໃນການເລືອກຕັ້ງທົ່ວໄປ ເມື່ອວັນອາທິດວານນີ້.

ບັນດາຜູ້ຕິດຕາມການເລືອກຕັ້ງ ລາຍງານວ່າ ພັກກ້າວໜ້ານິຍົມ ຂອງທ່ານ Vucic ໄດ້ຮັບ ຄະແນນສຽງ ເກືອບ 53 ເປີເຊັນ ແລະພັກສັງຄົມນິຍົມ ທີ່ເປັນພັນທະມິດ ຊຶ່ງໄດ້ປົກຄອງ ຮ່ວມກັນ ໃນກຸ່ມແນວໂຮມ ເປັນເວລາ 4 ປີຜ່ານມາ ກໍໄດ້ຮັບ 13 ເປີເຊັນຕື່ມອີກ.

ສ່ວນພວກຫົວຊາດນິຍົມຈັດ ພັກນິຍົມການປ່ຽນແປງ ທີ່ສະໜັບສະໜູນ ຣັດເຊຍ ຂອງ ທ່ານ Vojislav Seslj ຜູ້ທີ່ຫາກໍຖືກພົ້ນຂໍ້ຫາ ກໍ່ອາຊະຍາກຳສົງຄາມ ຢູ່ທີ່ສານສາກົນ ໃນນະຄອນ Hague ແມ່ນໄດ້ຕາມຫຼັງມາເປັນອັນດັບທີ 3 ດ້ວຍຄະແນນສຽງ 7 ເປີເຊັນ. ຈຳນວນຜູ້ມີສິດລົງຄະແນນສຽງ ທີ່ອອກມາໃຊ້ສິດຂອງເຂົາເຈົ້າ ແມ່ນໄດ້ຄະແນນ ຕາມ ກຳນົດ 53 ເປີເຊັນ.

ທ່ານ Vojislav Seselj, ກາງ, ນັກການເມືອງຫົວຊາດນິຍົມຈັດ ຊາວເຊີເບຍ, ໂອ້ລົມກັບພວກສະມາຊິກ ຂອງສື່ມວນຊົນ ກ່ອນຈະລົງຄະແນນສຽງ ຢູ່ທີ່ໜ່ວຍເລືອກຕັ້ງ ໃນນະຄອນຫຼວງ Belgrade ຂອງ Serbia, ເມື່ອວັນອາທິດ ທີ 24 ເມສາ 2016.
ທ່ານ Vojislav Seselj, ກາງ, ນັກການເມືອງຫົວຊາດນິຍົມຈັດ ຊາວເຊີເບຍ, ໂອ້ລົມກັບພວກສະມາຊິກ ຂອງສື່ມວນຊົນ ກ່ອນຈະລົງຄະແນນສຽງ ຢູ່ທີ່ໜ່ວຍເລືອກຕັ້ງ ໃນນະຄອນຫຼວງ Belgrade ຂອງ Serbia, ເມື່ອວັນອາທິດ ທີ 24 ເມສາ 2016.

ທ່ານ Vucic ໄດ້ຈັດການເລືອກຕັ້ງຂຶ້ນ ສອງປີກ່ອນກຳນົດ ເພື່ອຊອກຫາອຳນາດໃໝ່ ທີ່ ຈະອອກກົດໝາຍ ທີ່ເຮັດໃຫ້ ເສດຖະກິດເຂັ້ມງວດ ແລະ ໃຫ້ມີການປະຕິຮູບ ການເມືອງ ຊຶ່ງເປັນການຮຽກຮ້ອງໃຫ້ເຮັດໂດຍ ສະຫະພາບຢູໂຣບ ຊຶ່ງເປັນຜູ້ຄຸ້ມຄອງ ເພື່ອແລກປ່ຽນ ເອົາການດຳເນີນງານ ເປັນສະມາຊິກຂອງສະຫະພາບຢູໂຣບ ໃຫ້ເດີນໜ້າຕໍ່ໄປ.

ພວກວິຈານ ທ່ານ Vucic ໄດ້ກ່າວຫາ ທ່ານວ່າ ເປັນຜູ້ທີ່ຮຽກຮ້ອງ ໃຫ້ມີການລົງຄະແນນ ສຽງດຽວນີ້ ເພື່ອທີ່ຈະຫຼີກລ່ຽງ ຄວາມບໍ່ພໍອົກພໍໃຈ ຂອງມະຫາຊົນ ຊຶ່ງຫຼາຍຄົນ ຄາດວ່າ ຈະເກີດຂຶ້ນ ໃນເວລາການປະຕິຮູບດັ່ງກ່າວ ຈະສົ່ງຜົນກະທົບຢ່າງເຕັມສ່ວນ ຕໍ່ຊີວິດປະ ຈຳວັນ ຂອງປະຊາຊົນ ຈຳນວນ 7 ລ້ານ 1 ແສນຄົນ ໃນປະເທດ ຢູ່ເຂດ Balkan ນີ້.

ໃນສອງສາມສັບປະດາ ເມື່ອບໍ່ດົນມານີ້ ທ່ານ Seslj ຜູ້ຕໍ່ຕ້ານ ສະຫະພາບຢູໂຣບ ໄດ້ ຖືກປ່ອຍໂຕ ໂດຍສານສະຫະປະຊາຊາດ ເມື່ອເດືອນແລ້ວນີ້ ຊຶ່ງໄດ້ອະທິບາຍວ່າ ການ ລົງຄະແນນສຽງ ໃນວັນອາທິດວານນີ້ ເປັນການລົງປະຊາມະຕິ ທີ່ບໍ່ເປັນທາງການ ທີ່ວ່າ ເຊີເບຍ ຈະເຂົ້າຮ່ວມ ກັບ “ສັດຕູ” ຫຼືບໍ່.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Serbia Elections
please wait
Embed

No media source currently available

0:00 0:02:10 0:00

XS
SM
MD
LG