ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເຊີເບຍ ຈັດພິທີ ສົ່ງສະການ ແກ່ເຈົ້າຊີວິດ Peter II (ວີດິໂອ)


ພະໂກດຂອງ King Petar II Karadjordjevic ແລະມະເຫສີຂອງພະອົງ, ພະລາຊີນີ Aleksandra, ພະມານດາຂອງພະອົງ, ພະລາຊີນີ Maria ແລະ ພະອານຸຊາຂອງພະອົງ, ອົງຊາຍ Andrej ດອຍໄວ້ ຢູ່ໃນ ວິຫານ St. George ໃນເມືອງ Oplenac, ຊຶ່ງຕັ້ງຢູ່ຫ່າງຈາກ ນະຄອນຫລວງ Belgrade ໄປທາງທິດໃຕ້ 71 ກິໂລແມັດ
ພະໂກດຂອງ King Petar II Karadjordjevic ແລະມະເຫສີຂອງພະອົງ, ພະລາຊີນີ Aleksandra, ພະມານດາຂອງພະອົງ, ພະລາຊີນີ Maria ແລະ ພະອານຸຊາຂອງພະອົງ, ອົງຊາຍ Andrej ດອຍໄວ້ ຢູ່ໃນ ວິຫານ St. George ໃນເມືອງ Oplenac, ຊຶ່ງຕັ້ງຢູ່ຫ່າງຈາກ ນະຄອນຫລວງ Belgrade ໄປທາງທິດໃຕ້ 71 ກິໂລແມັດ
ເຊີເບຍໄດ້ຈັດພິທີສົ່ງສະການແກ່ເຈົ້າຊີວິດ Peter II ຊຶ່ງ
ເປັນລາຊາອົງສຸດທ້າຍຂອງ Yugoslavia ທີ່ໄດ້ຊົງຫລົບໜີ
ອອກຈາກປະເທດໄປໃນປາງສົງຄາມໂລກຄັ້ງທີ 2 ແລະກໍ
ໄດ້ສິ້ນພະຊົນ ຢູ່ໃນສະຫະລັດ ໃນປີ 1970.

ຊາກສົບຂອງອະດີດເຈົ້າຊີວິດອົງດັ່ງກ່າວ ພ້ອມກັບຂອງພະ
ມະເຫສີ, ພະມານດາ, ແລະພະອານຸຊາຂອງພະອົງໄດ້ຖືກ
ນໍາ​ໄປຝັງຢູ່ໃນສຸສານຂອງຄອບຄົວພະອົງ ຢູ່ໃນວິຫານ St.
George ໃນເມືອງ Oplenac ໃນພາກ​ກາງຂອງເຊີເບຍ.
ພິທີດັ່ງກ່າວ ໄດ້ຖ່າຍທອດສົດອອກທາງໂທລະພາບ ໃນວັນອາທິດວານນີ້.

ໄດ້ມີພວກເຈົ້າໜ້າທີ່ຂັ້ນສູງຂອງປະເທດເຂົ້າຮ່ວມພິທີສົ່ງສະການດັ່ງກ່າວ. ທາງ​ການ​
ເຊີ​ເບຍໄດ້​ໃຫ້​ຄວາມ​ເຫັນ​ກ່ຽວ​ກັບພິທີດັ່ງກ່າວວ່າ ເປັນການກະທໍາຂອງການ​ສ້າງຄວາມ ຖືກຕ້ອງປອງດອງ ແລະສາມັກຄີກັນ.

ອະດີດພະລາຊາອົງດັ່ງກ່າວ ບໍ່ເຄີຍໄດ້ກັບຄືນໄປຍັງ Yugoslavia ເລີຍ ເພາະວ່າ ພວກຄອມມີວນິສໄດ້ກໍາອໍານາດ​ໃນປະເທດ ໃນຕອນທ້າຍສົງຄາມ​ໂລກ ແລະ​ໄດ້ລົບ
ລ້າງ ລະບອບລາຊາທິປະໄຕ.

ພະອົງສະຫວັນນະຄົດເມື່ອອາຍຸ 47 ປີ ແລະໄດ້ຖືກຝັງຢູ່ໃນ​ວັດນິກາຍ Orthodox ຂອງຊາວເຊີເບຍ ຢູ່ເມືອງ Libertyville ​ໃນລັດອີລິນອຍ ຊຶ່ງເປັນພະມະຫາກະສັດ ຂອງຢູໂຣບ ອົງດຽວເທົ່ານັ້ນ ທີ່ສົບຖືກຝັງໄວ້ ໃນດິນຂອງສະຫະລັດ.

ເບິ່ງວີດິໂອທີ່ກ່ຽວຂ້ອງກັບຂ່າວນີ້:

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 28 ມີນາ 2024

XS
SM
MD
LG