ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ໂຊລ ປະຕິຍານວ່າ ຈະແກ້ແຄ້ນ ເກົາຫຼີເໜືອ ທີ່ຫ້າງລະເບີດ ຝັງດິນ


ທະຫານເກົາຫຼີເໜືອ ຢືນຍາມບ້ານສະຫງົບເສິກແຫ່ງ Panmunjom ທີ່ເຂດປອດທະຫານ DMZ ເຊິ່ງແບ່ງແຍກ ສອງປະເທດເກົາຫຼີ ອອກຈາກກັນ.
ທະຫານເກົາຫຼີເໜືອ ຢືນຍາມບ້ານສະຫງົບເສິກແຫ່ງ Panmunjom ທີ່ເຂດປອດທະຫານ DMZ ເຊິ່ງແບ່ງແຍກ ສອງປະເທດເກົາຫຼີ ອອກຈາກກັນ.

ວັນ​ຈັນ​ມື້​ນີ້ນະຄອນຫຼວງ ​ໂຊ​ລ ​ໄດ້​ກ່າວ​ຫາ​ທະຫານ​ ​ເກົາຫຼີ​ເໜືອ ວ່າໄດ້​ຂ້າມ​ຊາຍ​ແດນເຂົ້າ ມາ​ໃນເຂດ​ປອດ​ທະຫານ​ ຫຼື DMZ ທາງຟາກ​ ​ເກົາຫຼີ​ໃຕ້ ຢ່າງ​ຜິດ​ກົດໝາຍ ​ແລະ ວາ​ງລະ​ເບີ​ດ ຝັງ​ດິນ​ໂດຍ​ເຈດ​ຕະນາ ເຮັດ​ໃຫ້​ທະຫານ​ສອງ​ຄົນ​ໄດ້​ຮັບ​ບາດ​ເຈັບໃນ​ວັນ​ທີ 4 ​ສິງຫາ​ທີ່​ຜ່ານ​ມາ.

ວັນອັງ​ຄານ​ສັບປະດາ​ແລ້ວ​ນີ້ ​ລະ​ເບີດຝັງ​ດິນ​ສາມ​ລູກ​ໄດ້ແຕກ​ຂຶ້ນ​ຢູ່ເຂດ​ປອດ​ທະ​ຫານໃນ​ຟາ​ກຂອງ​ ​ເກົາຫຼີ​ໃຕ້ ບ່ອນ​ທີ່​ທະຫານ ​ເກົາຫຼີໃຕ້ 8 ​ຄົນ​ຍ່າງ​ກວດ​ລາດຕະ​ເວນຢູ່. ຂາ​ທັງສອງ​ຂ້າງຂອງ ທະຫານ​ຄົນ​ໜຶ່ງ​ໄດ້​ຂາດ​ອອກ ​ຍ້ອນລະ​ເບີດ​ດັ່ງກ່າວ, ​ສ່ວນ​ຄົນທີ​ສອງ​ໄດ້ເສຍ​ຂາ​ຂ້າງ​ໜຶ່ງ.

ພົນ​ຕີ Ku Hong-mo ພ້ອມ​ດ້ວຍເສນາ​ທິການ​ທະ​ຫານບົກ​ຮ່ວມ​ຂອງ ​ເກົາຫຼີ​ໃຕ້ ​ໄດ້​ກ່າວ​ປະນາມ ນະຄອນຫຼວງ Pyongyang ​ແລະ ​ໄດ້​ປະຕິຍານ​ ວ່າ​ຈະ​ແກ້​ແຄ້ນ.

“ພວກ​ເຮົາ​ກ່າວ​ປະນາ​ມຕໍ່​ພຶດຕິ​ກຳ​ຂີ້​ຂາດ​ຕາຂາວ​ນີ້​ຢ່າງ​ແຮງ ​ເຊິ່ງ​ເປັນ​ການລະ​ເມີດ​ຂໍ້​ຕົກລົງ​ຢຸດ​ຍິງ ​ແລະ ຂໍ້​ຕົກລົງບໍ່​ຮຸກ​ຮານ​ກັນ ລະຫວ່າງ ​ເກົາຫຼີໃຕ້ ​ກັບ ເກົາຫຼີ​ເໜືອ ​ແລະ ​ເປັນ​ການ​ຄາ​ດຄິດ​ບໍ່​ເຖິງ​ສຳ​ລັບ​ເລື້ອງ​ທຳ​ມະ​ດາ​ຂອງ​ການ​ທະຫານ​.”

​ເຂດ​ປອດ​ທະຫານ ​ເຊິ່ງ​ໄດ້​ຖືກ​ສ້າງ​ຕັ້ງ​ຂຶ້ນ​ຫຼັງ​ຈາກ​ການ​ສິ້ນ​ສຸດສົງຄາມ ​ເກົາຫຼີ ​ໃນ​ປີ 1953 ​ແມ່ນ​ມີ​ລວງ​ກວ້າງ 4 ກິໂລ​ແມັດ ​ເປັນ​ເຂດ​ກີດກັ້ນຍາວ​ຕາມ​ເຂດ​ຊາຍ​ແດນ ລະຫວ່າງ ​ເກົາຫຼີ​ໃຕ້ ​ແລະ ​ເໜືອ. ມີ​ລະ​ເບີດ​ຝັງ​ດິນ​ຫຼາຍ​ກວ່າ 1 ລ້ານ​ລູກ​ເຊື່ອ​ວ່າ​ໄດ້​ຖືກ​ຝັງ​ຢູ່​ຕາມ​ເຂດປອດ​ທະຫານ, ​ເຊິ່ງຖືວ່າ ​ເປັນ​ເຂດ​ຊາຍ​ແດນ​ໜຶ່ງ​ທີ່​ໄດ້​ມີ​ກຳລັງ​ທະຫານ​ຫຼາຍ​ທີ່​ສຸດ​ໃນ​ໂລກ.

ນະຄອນຫຼວງ ​ໂຊ​ລ ​ໄດ້​ຕັດ​ການ​ຊ່ວຍ​ເຫຼືອ​ດ້ານ​ເສດຖະກິດ​ສ່ວນໃຫຍ່ແກ່ ​ເກົາຫຼີ​ເໜືອ ​ແລະ ​ໄດ້​ວາງ​ມາດ​ຕະການ​ລົງ​ໂທ​ດ​ໃນ​ປີ 2​01​0 ຫຼັງ​ຈາກ​ພວກ​ເຂົາ​ໄດ້​ຫຼົ້ມ​ເຮືອ​ຂອງທະຫານ ​ນາ​ວິ​ກະ​ໂຍທິນ​ຂອງ ​ເກົາຫຼີ​ໃຕ້ ທີ່ເຮັດ​ໃຫ້​ທະຫານ 46 ຄົນ​ເສຍຊີວິດ. ​ໂຊ​ລ ​ໄດ້​ກ່າວໂທ​ດ​ໃສ່ ​ພຽງ​ຢາງ​ສຳ​ລັບ​ການ​ໂຈມ​ຕີດັ່ງກ່າວ​ແຕ່ ​ເກົາຫຼີ​ເໜືອ ​ໄດ້​ປະຕິ​ເສດ​ວ່າບໍ່​ໄດ້ມີ​ສ່ວນ​ໃດ​ໆ​ໃນ​ເລື້ອງ​ນີ້.

Koreas Landmines
please wait
Embed

No media source currently available

0:00 0:01:26 0:00

XS
SM
MD
LG