ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ກຸງໂຊລ ຕິຕຽນ ການຍິງ ລູກສອນໄຟ ຂອງເກົາຫຼີເໜືອ ວ່າເປັນການເກາະຜິດ (ວີດີໂອ)


ທ່ານ Kim Min-seok ໂຄສົກກະຊວງປ້ອງກັນປະເທດເກົາຫຼີໃຕ້ ຖະແຫລງຕໍ່ ກອງປະຊຸມນັກຂ່າວ.
ທ່ານ Kim Min-seok ໂຄສົກກະຊວງປ້ອງກັນປະເທດເກົາຫຼີໃຕ້ ຖະແຫລງຕໍ່ ກອງປະຊຸມນັກຂ່າວ.
ເກົາຫຼີ​ໃຕ້​ຕິຕຽນ​ເກົາຫຼີ​ເໜືອ ​ໃນ​ອັນ​ທີ່​ເອີ້ນ​ວ່າ “ ຄວາມ​ປະພຶດ
​ແບບ​ເກາະ​ຜິດ” ຫຼັງ​ຈາກກຸງ​ພຽງ​ຢາງ ​ໄດ້​ຍິງ​ ຈະ​ຫຼວດ​ໄລຍະ
ໃກ້ 25 ລູກ ລົງ​ໃສ່​ທະ​ເລ.

ກຸງ​ໂຊລ ກ່າວ​ວ່າ ລູກ​ຈະ​ຫຼວດດັ່ງກ່າວ​ໄດ້​ຍິງ​ຂຶ້ນ​ໃນ​ວັນ​ອາທິດ​
ວານ​ນີ້ ຈາກ​ຝັ່ງ​ຕາ​ເວັນ ອອກ​ຂອງ​ເກົາຫຼີ​ເໜືອ ແລະໄດ້ຕົກລົງ
​ໃນ​ທະ​ເລ​ຍີ່ປຸ່ນ ​ໄກ​ຈາກ​ຝັ່ງ​ໄປ​ປະມານ 70 ຫຼັກ​ກິໂລ​ແມັດ.

​ໂຄ​ສົກ​ກະຊວງ​ປ້ອງ​ກັນ​ປະ​ເທດ​ເກົາຫລີ​ໃຕ້ Kim Min-seok
ກ່າວ​ໃນ​ວັນ​ຈັນ​ມື້​ນີ້​ ວ່າການ​ຍິງຈະ​ຫຼວດທີ່​ວ່າ​ນີ້ ​ເບິ່ງ​ຄື​ວ່າເປັນ
​ການ​ຕອບ​ໂຕ້​ຕໍ່​ການ​ຊ້ອມ​ລົບ​ຮ່ວມ ລະຫວ່າງ​ສະຫະລັດ​ແລະ​ເກົາຫຼີ​ໃຕ້ ​ທີ່​ພວມ​ດຳ​ເນີນ​
ໄປ​ຢູ່​ໃນ​ເວລາ​ນີ້.

ທາງ​ຝ່າຍ​ສະຫະລັດ​ນັ້ນ ທ່ານ​ນາງ Jen Psaki ​ໂຄສົກກະຊວງ​ການ​ຕ່າງປະ​ເທດ​
ສະຫະລັດ ກໍ​ໄດ້​ຮຽກຮ້ອງ​ໃຫ້ເກົາຫຼີ​ເໜືອ “ຢັບຢັ້ງ​ຈາກ​ການ​ເຄື່ອນ​ໄຫວ​ແບບ​ເກາະ
ຜິດ ທີ່​ສ້າງ​ຄວາມ​ເຄັ່ງ​ຕຶງເພີ້​ມຂຶ້ນ​ນັ້ນ.”

ການ​ຊ້ອມ​ລົບ​ຮ່ວມ​ລະຫວ່າງ​ເກົາຫຼີ​ໃຕ້​ແລະ​ສະຫະລັດ ທີ່​ເອີ້ນ​ວ່າ Foal Eagle ​ໄດ້​
ເລີ້ມ​ຂຶ້ນ​ ຕັ້ງ​ແຕ່​ເດືອນ​ກຸມພາ​ຜ່ານ​ມາ ​ແລະ​ຈະ​ດຳ​ເນີນ​ໄປ​ຈົນ​ຮອດ​ກາງ​ເດືອນ​ເມສາ​
ຕໍ່ໜ້າ​ນີ້.

ກຸງ​ພຽງ​ຢາງ​ໄດ້​ປະນາມ​ມາ​ເປັນ​ປະຈຳ ຕໍ່​ການ​ຊ້ອມ​ລົບ​ດັ່ງກ່າວ ​ໂດຍ​ກ່າວ​ຫາ​ວ່າ ​ເປັນ​
ການເຝິກຊ້ອມເພື່ອ​ຮຸກ​ຮານຕົນ ​ໃນ​ຂະນະ​ທີ່ລັດຖະບານ​ກຸງ​ໂຊລແລະ​ກຸງ​ວໍ​ຊິງ​ຕັນກ່າວ​
ວ່າ ​ເປັນ​ການປ້ອງ​ກັນ​ໂດຍ​ສະ​ເພາະ.

NOKOR MISSILES SOTVO
please wait
Embed

No media source currently available

0:00 0:00:55 0:00
XS
SM
MD
LG