ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ນະຄອນໂຊລ ເນັ້ນໃຫ້ເຫັນ ເຖິງຜົນດີຕ່າງໆ ຈາກການລົງທຶນ ດ້ານສະພາບແວດລ້ອມ (ວີດີໂອ ພາສາລາວ)


Seoul Highlights Environmental Investments at Climate Change Conference
please wait

No media source currently available

0:00 0:02:34 0:00

نمایش هنر معاصر در موزه هنر‌های زیبا در شهر لایپزیگ آلمان.

ໃນ​ອາທິດ​ນີ້ ​ນະຄອນຫລວງ​ຂອງເກົາຫຼີ​ໃຕ້ ຈະ​ເປີດ​ໂຕ​ ຄວາມ
​ພະຍາຍາມຫຼາຍໆດ້ານຂອງ​ຕົນ ​ທີ່​ຈະ​ຫລຸດຜ່ອນມົນ​ລະ​ພິດ​
ໃນ​ອາກາດລົງ ຢ່າງ​ຫລວງຫລາຍ ​ເພີ້​ມສະມັດຖະພາບ ​ທາງ​
ດ້ານພະລັງງານ​ ​ແລະ ປັບປຸງ​ສະພາບແວດ​ລ້ອມ​ ໃນເຂດ
ຕົວ​ເມືອງ. ຢູ່​ທີ່​ກອງ​ປະຊຸມ ​ກ່ຽວກັບການ​ປ່ຽນ​ແປງຂອງ​ດິນ​ຟ້າ
​ອາກາດຄັ້ງ​ສຳຄັນ ຜູ້​ສື່​ຂ່າວ​ວີ​ໂອ​ເອ Brian Padden ​ໄດ້​ໂອ້​ລົມ
​ກັບ​ເຈົ້າຄອງ​ນະຄອນຫຼວງ​ໂຊ​ລ ກ່ຽວ​ກັບ​ຜົນ​ທີ່​ໄດ້​ຮັບ ຈາກ​
ການ​ລົງທຶນ​ຕ່າງໆ​ ໃນ​ດ້ານເຕັກ​ໂນ​ໂລ​ຈີ​ ທີ່​ສະອາດ ​ແລະ ​ໃນ
​ວິທີ​ທີ່​ທ່ານ​ກຳລັງເຮັດວຽກ ຮ່ວມກັບ​ເມືອງ​ໃກ້​ຄຽງຕ່າງ​ໆ​ ​ເພື່ອ
ປ້ອງກັນບໍ່ ໃຫ້ຂີ້​ຝຸ່ນ​ພິດ ​ພັດຂ້າມເຂດແດນ​ມາ. ​ໄຊ​ຈະ​ເລີ​ນສຸກ
ຈະ​ນຳເອົາ​ລາຍ​ລະ​ອຽດກ່ຽວ​ກັບ​ເລື່ອງ​ນີ້ ມາສະ​ເໜີ​ທ່ານ​ໃນ
​ອັນ​ດັບ​ຕໍ່​ໄປ.

ໂຮງງານ Mapo Resource Recovery ຢູ່​ໃນ​ນະຄອນຫຼວງ​ໂຊ​ລ ທີ່ຫັນປ່ຽນ​ຂີ້​ເຫຍື້ອ
​750 ​ໂຕນ​ຕໍ່​ມື້ ​ໃຫ້​ກາຍ​ເປັນ​ພະລັງ​ໄຟຟ້າ ​ ທີ່ທຽບເທົ່າກັບການຜະລິດນ້ຳມັນ 41,000 ຖັງ​
ຕໍ່​ປີ ແລະ ​ໃຊ້​ລະບົບ​ຂອງເຄື່ອງ​ຕອງ​ອາກາດຕ່າງໆ ​ເພື່ອ​ຕອງ​ເອົາ​ສ່ວນ​ໃຫຍ່ ຂອງແກັສ
ຄາບ​ອນ ທີ່​ອອກ​ມາ​ຈາກ​ຂັ້ນຕອນ ໃນການ​ເຜົາ​ຂີ້​ເຫຍື້ອ.

ອັນ​ນັ້ນ​ເປັນ​ພຽງ​ສ່ວນ​ໜຶ່ງ​ ຂອງ​ໂຄງການ​ຕ່າງໆ ທີ່​ໂຊ​ລ ​ໄດ້​ນຳ​ມາ​ເປີດ​ໂຕ​ໃຫ້​ເຫັນ ​ຂະນະ​ທີ່​
ຕົນ​ໄດ້​ເປັນ​ເຈົ້າພາບຈັດ ກອງ​ປະຊຸມກ່ຽວ​ກັບ​ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ ທີ່​ໃຫຍ່
​ທີ່​ສຸດ​ຂອງ​ໂລກ ໃນເດືອນແລ້ວນີ້ ຊຶ່ງ​ເພັ່ງ​ເລັງ​ໃສ່​ລັດຖະບານ​ ຂອງ​ເຂດເທດສະບານ​ຕ່າງໆ.

ເບິ່ງວີດີໂອ ລາຍງານນີ້ ເປັນພາສາລາວ:

ເທັກໂນໂລຈີ ຂຽວ ຂອງເກົາຫລີໃຕ້
please wait

No media source currently available

0:00 0:03:16 0:00

ທ່ານ Park Won Soon ​ເຈົ້າຄອງ​ນະຄອນຫຼວງ​ໂຊ​ລ ກ່າວ​ວ່າ​ ພວກການ​ລົງທຶນ ທີ່​ເປັນ
​ມິດ​ຕໍ່​ສິ່ງແວດ​ລ້ອມ ​ແມ່ນ​ດີ​ສຳ​ຫລັບ ສະພາບ​ແວດ​ລ້ອມ ​ເສດຖະກິດ ​ແລະ 10 ລ້ານ​ຄົນ​
ທີ່​ອາ​ໄສ​ຢູ່​ໃນ​ນະຄອນດັ່ງກ່າວ.

ທ່ານ Park Won Soon ​ເວົ້າວ່າ “ຂ້າພະ​ເຈົ້າ ຄິດ​ວ່າ ມັນ​ນຳ​ມາ​ຊຶ່ງ​ສິນນ້ຳ​ໃຈຫຼາຍໆ
ຢ່າງ ທີ່​ໄດ້​ຊ່ອຍ​ເຫຼືອພວກ​ເຮົາ ​ໃຫ້​ຟື້ນ​ຟູ​ສຸຂະພາບ​ຂອງ​ພວກ​ເຮົາ ​ແລະ​ ປັບປຸງ​ຄຸນ​
ນະພາ​ບຊີວິດ​ການ​ເປັນ​ຢູ່​ອີກ​ດ້ວຍ. ອັນ​ນີ້ ມັນ​ກໍ​ຍັງ​ໃຊ້​ເປັນ​ພື້ນຖານ​ ຫຼັກປັດຊ​ະຍາ
ຂອງ​ນະ​ໂຍບາຍ​ພວກ​ເຮົາ.”

ເມື່ອທົດ​ສະວັດ​ໜຶ່ງ​ຜ່ານ​ມາ ​ໂຄງການແມ່ນ້ຳ Cheonggye ໄດ້ຟື້ນຟູ ສາຍ​ນ້ຳທີ່​ໄຫລຜ່ານ
​ໂຕເມືອງ ​ເຮັດ​ໃຫ້​ກາຍເປັນ​ສະຖານ​ທີ່ທ່ອງ​ທ່ຽວ ​ທັງ​ຍັງ​ເປັນ​ສະຖານ​ທີ່​ ເພື່ອ​ຫລຸດຜ່ອນ
​ຄວາມ​ຮ້ອນ​ລົງ​ໜ້ອຍ​ໜຶ່ງ​ ໃນລະດູຮ້ອນ.

ອາຄານເທດສະບານແບບຍຸກ​ໃໝ່ ທີ່​ປິດ​ລ້ອມ​ດ້ວຍ​ແກ້ວ ທີ່​ພວກ​ນັກ​ວິຈານກ່າວ​ວ່າ ​ເບິ່ງ
​ຄື​ກັບ ຄື້ນຟອງຊູ​ນາ​ມິນັ້ນ ມີ​ພວກ​ຕົ້ນ​ໄມ້​ລຽນ​ເປັນ​ແຖວ​ຕາມ​ຝາຂອງ​ອາຄານ ​ເພື່ອ​ຜະລິດ
ອອກ​ຊີ​ເຈັນ. ສ່ວນ​ຢູ່​ເທິງ​ເພ​ດານ ​ກໍມີພວກ​ແຜ່ນ​ເກັບ​ແສງ​ອາທິດ ທີ່​ຜະລິດພະລັງງານ
ໃຊ້ຄືນໃໝ່ໄດ້.

​ແລະ​ສູນ​ຊັບພະຍາກອນ​ໂຊ​ລ ຫຼື Seoul Resource Center ສະໜອງ​ວຽກ​ເຮັດ​ງານ​ທຳ
ຫລຸດ​ສະຖານ​ທີ່​ ຝັງ​ຂີ້​ເຫຍື້ອ​ຂອງ​ເມືອງລົງ ​ແລະ ຊົດ​ເຊີຍ​ຄືນ​ເງິ​ນ​ໃຊ້​ຈ່າຍ​ ໃນການປະຕິບັດ​ງານ ດ້ວຍ​ການ​ຂາຍ​ສິ້ນ​ສ່ວນຕ່າງໆ​ ທີ່​ເກັບ​ມາ​ຈາກ​ເຄື່ອງອີ​ເລັກ​ໂທ​ນິກ ທີ່​ເສຍຫາຍ​ແລ້ວ.

​ເຈົ້າຄອງ​ນະຄອນ Park ກ່າວ​ວ່າ ​ໂຊ​ລ ​ແມ່ນ​ກຳລັງ​ດຳ​ເນີນງານ ​ເພື່ອ​ສົ່ງ​ອອກ ຄວາມຊ່ຽວ
ຊານ​ຂອງ​ຕົນ ​ແລະ ​ເຕັກ​ໂນ​ໂລ​ຈີ​ຕ່າງໆ ​ໄປ​ຍັງ​ປະ​ເທດ​ອື່ນໆ ທີ່​ພວມ​ປະ​ເຊີນ​ໜ້າ​ກັບບັນຫາ​ ສະພາບ​ແວດ​ລ້ອມນັ້ນ.

ທ່ານ Park ​ເວົ້າ​ວ່າ “ພວກ​ເຮົາ​ໄດ້​ພັດທະນາຄວາມ​ຊຳນານ ແລະເຕັກນິກ ​ໃນຫຼາຍໆ​
ດ້ານ ທີ່ຜ່ານ​ຂັ້ນຕອນ ຂອງ​ການ​ແກ້​ໄຂ​ບັນຫາ​ຕ່າງໆນັ້ນ. ຂ້າ​ພະ​ເຈົ້າ ຄິດ​ວ່າ​ ມັນມີ​
ຄວາມ​ສຳຄັນ​ທີ່​ສຸດ ທີ່ຈະ​ແບ່ງປັນເຕັກ​ໂນ​ໂລ​ຈີ​ເຫຼົ່ານີ້ ໃຫ້​ບັນດາ​ປະ​ເທດອື່ນໆ ​ໃນ​
ທົ່ວ​ໂລກ ​ໄດ້​ນຳ​ໃຊ້​ຮ່ວມ​ກັນ.”

​ເຖິງແມ່ນ​ວ່າ ​ໄດ້​ມີ​ການ​ຫລຸດຜ່ອນ ມົນ​ລະ​ພິດ​ໃນ​ທ້ອງ​ຖິ່ນ​ກໍ​ຕາມ ແຕ່ມົນລະພິດ​ທີ່​ປົນ​ກັບ
ຝຸ່ນ​ທະ​ເລ​ຊາຍ ​ແລະ ​ໝອກຄວັນ​ຈາກໂຮງ​ຈັກ​ໂຮງງານ ມັກ​ຈະມີຜົນກະທົບ ຕໍ່ນະຄອນ
ຫຼວງໂຊ​ລ​ ເວລາມີລົມ​ພັດ​ເຂົ້າມາ​ ຈາກ​ປະ​ເທດ​ຈີນ.

​ເຈົ້າຄອງ​ນະຄອນຫຼວງ​ໂຊ​ລ ກ່າ​ວວ່າ ທ່ານ​ໄດ້​ຕິດ​ຕໍ່​ໄປ​ຍັງ 13 ​ເມືອງ​ຢູ່​ໃນ​ປະ​ເທດ​ຈີນ ​ແລະ
ມົງ​ໂກ​ເລຍ ເພື່ອຊ່ອຍເຫຼືອພວກເຂົາເຈົ້າ ຫລຸດຜ່ອນມົນລະພິດລົງ ແລະ ການ​ເຊາະເຈື່ອນ
​ຢູ່​ໃນ​ຂົງ​ເຂດ​ດັ່ງກ່າວ.

ທ່ານ Park ​ເວົ້າ​ວ່າ “ຖ້າ​ຫາກ​ສິ່ງ​ດັ່ງກ່າວ​ເຫຼົ່ານັ້ນ ຄືບ​ໜ້າ​ຕໍ່​ໄປ ຂ້າພະ​ເຈົ້າຄິດ​ວ່າ
ຈະມີການກະກຽມ ​ໃນຫຼາຍໆ​ດ້ານ ​ເພື່ອແກ້​ໄຂ​ບັນຫາການເຊາະ​ເຈື່ອນ ​ແລະ
ພາວະ​ໂລກ​ຮ້ອນ ​ໂດຍ​ຄວາມ​ພະຍາຍາມ​ຂອງ​ນານາ​ຊາດ ອັນ​ພ້ອມພຽງ​ກັນ.”

ມີຫຼາຍໆເມືອງ​ຄື​ກັນ​ກັບ​ໂຊ​ລ ທີ່​ສາມາດ​ເຮັດ​ໄດ້ ​ເພື່ອ​ຈຳກັດ​ຜົນ​ກະທົບ​ຂອງ​ ການປ່ຽນແປງ​
ຂອງ​ດິນ​ຟ້າ​ອາກາດ ​ແຕ່​ເຈົ້າຄອງນະຄອນ​ໂຊ​ລ ກ່າວ​ວ່າ ບໍ່​ມີ​ເມືອງ​ໃດ ສາມາດເຮັດ​ດ້ວຍ
​ຕົນ​ເອງ​ໄດ້ຕາມລຳພັງ ​ໃນ​ໂລກ​ທີ່​ເ​ຊື່​ອມຕໍ່​ພົວພັນກັນ​ນີ້.

XS
SM
MD
LG