ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ້າວ Kenneth Bae ຖືກໂທດ ອອກແຮງງານໜັກ 15 ​ປີ ຢູ່ ເກົາຫຼີເໜືອ (ວີດີໂອ)


ຜູ້ໂດຍສານ ຢືນເບິ່ງໂທລະພາບທ້ອງຖິ່ນ ໃນກຸງໂຊລ ເກົາຫຼີໃຕ້ ທີ່ລາຍງານກ່ຽວກັບ ທ້າວ Kenneth Bae.
ຜູ້ໂດຍສານ ຢືນເບິ່ງໂທລະພາບທ້ອງຖິ່ນ ໃນກຸງໂຊລ ເກົາຫຼີໃຕ້ ທີ່ລາຍງານກ່ຽວກັບ ທ້າວ Kenneth Bae.
ທ້າວ Kenneth Bae ນັກ​ທ່ອງ​ທ່ຽວຊາວ​ອະ​ເມຣິກັນ​ເຊື້ອສາຍ
​ເກົາຫຼີໄດ້ຖືກ​ຕັດສິນ​ໂທດ ໃຫ້​ໃຊ້​ແຮງ​ງານ​ໜັກ​ເປັນ​ເວລາ 15 ​ປີ
ຢູ່​ໃນ​ເກົາຫຼີ​ເໜືອ ​ໃນ​ສິ່ງ​ທີ່​ບັນດາ​ນັກວິ​ເຄາະ​ອະທິບາຍ​ວ່າ​
ເປັນ​ແຜນການ​ທີ່​ຄຸ້ນ​ເຄີຍ​ມາ​ແລ້ວ ຊຶ່ງໝາຍ​ເຖິງ​ເພື່ອ​ເອົາ​ຊະນະ
ການ​ຍິນ​ຍອມ​ຈາກ​ວໍ​ຊິງ​ຕັນ ​ແລະຊຸກຍູ້​ຄວາມ​ໄວ້​ວາງ​ໃຈ​ພາຍ​
ໃນ​ປະ​ເທດຂອງ​ພຽງ​ຢາງ.

ມີ​ຊາວ​ອະ​ເມ​ຣິກັນ​ຖືກ​ກັກ​ຂັງ​ຢ່າງ​ໜ້ອຍຫົກຄົນ ນັບ​ຕັ້ງ​ແຕ່​ປີ
2009​ ​ເປັນຕົ້ນ​ມາຢູ່​ໃນ​ເກົາຫຼີ​ເໜືອ​ຊຶ່ງ​ເປັນ​ປະ​ເທດ​ທີ່ຢູ່ໂດ​ດດ່ຽວ
​ທີ່​ມີ​ຊື່​ສຽງ​ໃນ​ທາງ​ບໍ່​ດີ​ນັ້ນ.ທີ່​ຜ່ານ​ມາ​ກໍ​ມີບາງ​ຄົນ​ທີ່​ຖືກ​ຕັດສິນ​ໂທດ​
ໜັກໜ່ວງ​ໃນ​ທໍານອງ​ດຽວ​ກັນ ​ໃຫ້​ໃຊ້​ແຮງ​ງານໜັກ​ແຕ່​ທັງ​ໝົດ
​ກໍ​ໄດ້​ຖືກ​ປ່ອຍ​ຕົວ​ໃນ​ທີ່​ສຸດ. ​ໃນ​ກໍລະນີ​ໂດຍ​ສ່ວນ​ໃຫຍ່​ແລ້ວການ​ປ່ອຍ​ຕົວ​ຂອງ​ພວກ​ເຂົາ​
ເຈົ້າເຄີຍໄດ້​ມີ​ຂຶ້ນຫຼັງຈາກການ​ໄປ​ຢ້ຽມຢາມເກົາຫຼີ​ເໜືອ ທີ່​ຮູ້​ກັນຢ່າງ​ກວ້າງຂວາງ​ໂດຍ
​ອະດີດ​ເຈົ້າໜ້າ​ທີ່​ຂັ້ນ​ສູງ​ຂອງ​ສະຫະລັດ.

ທ່ານ Greg Scarlatoiu ຜູ້​ອໍານວຍ​ການ​ບໍລິຫານຂອງກໍ​າມະ​ການ​ເພື່ອ​ສິດທິ​ມະນຸດ​
ໃນ​ເກົາຫຼີ​ເໜືອ ທີ່​ມີ​ສໍານັກງານ​ຢູ່​ວໍ​ຊິງ​ຕັນ ​ເວົ້າ​ວ່າ ​ພຽງ​ຢາງ​ມີ​ຈຸດປະສົງ​ຢູ່​ໃນ​ໃຈ​ຢ່າງ​ແຈ້ງ
​ຂາວຢູ່​ແລ້ວ ​ແລະທ່ານ​ເວົ້າ​ອີກ​ວ່າ: “ມັນ​ແຈ້ງ​ຂາວ​ທີ່​ສຸດ​ຕໍ່​ຂ້າພະ​ເຈົ້າວ່າ ​ເຈດ​ຕະນາ​
ຂອງ​ລັດຖະບານ​ເກົາຫຼີ​ເໜືອ​ນັ້ນ ກໍ​ຄື​ຈະ​ໃຊ້​ທ້າວ Kenneth Bae ​ເປັນ​ຕົວ​ຕໍ່​
ຮອງ ​ແລະຊັກ​ຊວນ ​ໃຫ້ອະດີດເຈົ້າໜ້າ​ທີ່​ຂັ້ນ​ສູງຫຼື​ໃນ​ປັດຈຸບັນ​ຂອງ​ລັດຖະບານ​
ສະຫະລັດ​ໄປ​ຢ້ຽມຢາມ​ເກົາຫຼີ​ເໜືອ.”


ທ່ານ Scarlatoiu ​ເວົ້າ​ວ່າ ບັນດາ​ຜູ້​ນໍາ​ເກົາ​ຫຼີ​ເໜືອ​ກໍ​ກໍາລັງ​ພະຍາຍາມ​ສ້າງ​ພາບ​ພົດ​
ຂອງ​ຕົນ​ໃຫ້​ດີ​ຂຶ້ນຢູ່ ​ໂດຍ​ເວົ້າວ່າ:

“​ແບບຢ່າງ​ດັ່ງກ່າວ​ນີ້ ບໍ່​ໄດ້​ຖືກ​ຊົມ​ໃຊ້​ພຽງ​ແຕ່​ເພື່ອ​ພະຍາຍາມ​ສ້າງຄວາມ​ພົວ
ພັນ​ຄືນ​ໃໝ່ ​ແລະ​ເລີ່​ມການ​ໂອ້​ລົມ​ສົນທະນາ​ຢ່າງ​ໃດ​ຢ່າງ​ນຶ່ງ​ກັບສະຫະລັດ
ຄືນ​ໃໝ່​ເທົ່າ​ນັ້ນ ​ແຕ່​ໂດຍ​ສະ​ເພາະ​ແລ້ວ​ ກໍ​ແມ່ນ​ເພື່ອ​ຊຸກຍູ້​ຄວາມ​ໄວ້​ວາງ​ໃຈ
ຂອງ​ການ​ນໍາພາ​ຢູ່​ພາຍ​ໃນ​ປະ​ເທ​ດ​ເອງ.”


ນັ້ນ​ແມ່ນ​ແບບຢ່າງທີ່​ໄດ້​ເຫັນ​ກັນ​ໃນ​ປີ 2009 ​ເວລາ​ທ່ານ ບິ​ລ ຄຼິນຕັນ ອະດີດ​ປະທານາ
ທິບໍດີ​ສະຫະລັດ ​ໄດ້​ຮັບປະກັນ​ການ​ປ່ອຍ​ຕົວ​ຂອງ​ນັກ ຂ່າວ​ຊາວ​ອະ​ເມຣິກັນ​ສອງ​ຄົນ​ທີ່​
ຖືກ​ຕັດສິນ​ໂທດໃຫ້ໃຊ້​ແຮງ​ງານ​ໜັກ​ເປັນ​ ​ເວລາ 12 ປີ ​ໃນ​ຂໍ້​ຫາ​ທີ່ພຽງ​ຢາງ​ເວົ້າ​ວ່າ
ນັກ​ຂ່າວ​ສອງ​ຄົນ​ດັ່ງກ່າວ​ເຂົ້າ ​ເມືອງ​ຜິດ​ກົດໝາຍ.
NOKOR AMERICANS DETAINED
please wait

No media source currently available

0:00 0:00:52 0:00
XS
SM
MD
LG