ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ນັກໂດດຈ້ອງ ອາວຸໂສ ລາວ-ອາເມຣິກັນ ບົວພາ ສີສົມພອນ


ທ່ານບົວພາ ສີສົມພອນ ກໍາລັງມ່ວນຊື່ນ ກັບການ​ລ່ອງລອຍ ຢ່າງມີ​ອິດ​ສະ​ຫຼະ ຢູ່ເທິງ​ອາກາດ.
ທ່ານບົວພາ ສີສົມພອນ ກໍາລັງມ່ວນຊື່ນ ກັບການ​ລ່ອງລອຍ ຢ່າງມີ​ອິດ​ສະ​ຫຼະ ຢູ່ເທິງ​ອາກາດ.
ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ໃນປະຊາຄົມຊາວລາວ ອາເມ
ຣິກັນ ກໍມີຫລາຍຄົນທີ່ມັກໂດດຈ້ອງ ຄືອະດີດປະທານາທິບໍດີ
George H Bush ເຖິງແມ່ນວ່າ ມີອາຍຸແກ່ແລ້ວກໍຕາມ. ບັດນີ້
ຂ້າພະເຈົ້າ ຂໍ​ແນະ​ນໍາ​ໃຫ້ທ່ານ ​ຮູ້ຈັກ​ກັບ ທ່ານບົວ​ພາ ສີ​ສົມ​
ພ​ອນ ອະ​ດີດຈ່າ​ເອກ ທະ​ຫານ​ໂດດ​ຈ້ອງ ກອງ​ພັນ​ຣາບ​ອາ​
ກາດ ແຫ່ງ​ອະດີດພະ​ລາ​ຊະ​ອາ​ນາ​ຈັກ​ລາວ. ທ່ານ​ເຄີຍ​ເປັນ
ຊ່າງ​ແປງ​ລົດໃຫ້​ແກ່ບໍລິສັດ Cadillac ​ແຕ່ປັດ​ຈຸ​ບັນ​ນີ້ເປັນປະ
ທານ ສະມາຄົມ ອາວຸໂສ ລາວ-ອາເມຣິກັນ ທີ່ເຂດ ນະຄອນ
ຫລວງ ວໍຊິງຕັນ ດີ.ຊີ. ເຖິງ​ແມ່ນ​ວ່າ ທ່ານ​ບົວ​ພາ ມີ​ອາ​ຍຸ​ໄດ້
80 ປີກໍ​ຕາມ ແຕ່​ວ່າໂຕ​ເລກ​ດັ່ງກ່າວກໍ​ບໍ່​ໄດ້ກີດກັ້ນການ​ໂດດ
ຈ້ອງ ​ທີ່ທ່ານມັກຢ່າງເປັນ​ຊີ​ວິດ​ຈິດ​ໃຈ​ຕະຫລອດມານັ້ນ.
ອະດີດ ຈ່າເອກ ບົວພາ ສີສົມພອນ
ອະດີດ ຈ່າເອກ ບົວພາ ສີສົມພອນ

ທ່ານ​ບົວ​ພາ ກໍຄືກັນກັບມະນຸດຫລາຍໆທີ່​ເກີດມາ ມີຄວາມໄຝ່ຝັນ
ຢາກບິນ ​ແລະ ເຫາະເຫີນເດີ​ນ​ອາ​ກາດ ຄື​ກັນ​ກັບ​ນົກ ຢູ່​ໃນ​ທ້ອງ​
ຟ້າອັນ​ກວ້າງ​ໃຫ​ຍ່ ເລື່ອນລອຍ​ຊົມ​ທຳ​ມະ​ຊາດ ອັນສວຍງາມຂອງ
​ໂລກ​ມະ​ນຸດ ຢ່າງ​ເປັນອິດ​ສະ​ລະ​ເສ​ຣີ.

ນັບ​ຕັ້ງ​ແຕ່ມະນຸດ​ເກີດມາ​ແຕ່​ສະ​ໄໝ​ດຶກ​ດໍາ​ບັນ ​ເຂົາ​ເຈົ້າຕ່າງ​ກໍ​ມີ
ມະ​ໂນ​ພາບ ຢາກມີ​ເວດ​ມົນກົນ​ຄາຖາພິ​ເສດ ສາມາດເຫະ​ເຫີ​ນ
​ເດີນ​ອາກາດ​ໄດ້​ ແລະ​ໃນ​ທີ່​ສຸດ​ມະ​ໂນ​ພາບ​ດັ່ງກ່າວ​ ໄດ້​ຖືກຂີດ​
ຂຽນ​ໄວ້ຢູ່​ໃນບັນທຶກ​ຂອງ ທ່ານ Leonardo da Vinci ລະຫວ່າງ
ປີ 1452-1519 ທ່ານ​ເປັນ​ບຸກ​ຄົນ​ສໍ​າ​ຄັນ ມີ​ພອນ​ສະ​ຫວັນ ມີຊື່​ສຽງ
ໃນ​ປະ​ວັດ​ສາດໂລກ. ທ່ານ​ເປັນ​ນັກ​ແຕ້ມ ​ນັກ​ດົນ​ຕີ ນັກ​ວິ​ທະ​ຍາ​ສາດ ນັກ​ປະ​ດິດ​ຄິດ​ສ້າງ
ເຄຶ່ອງຈັກ​ທີ່​ບິນ​ໄດ້ເຮືອ​ດຳ​ນ້ຳ ແມ່ນ​ແຕ່ເຮືອ​ບິນ​ເຮ​ລິ​ຄອບ​ເຕີ.

ຕົກມາເຖິງປີ 1617 ທ່ານ Croatian Faust Vrancic ໄດ້ນໍາເອົາແບບແຜນຂອງ ທ່ານ
Leonardo de Vinci ມາໃຊ້ເປັນເທຶ່ອທໍາອິດ ໂດຍທໍາການໂຕນຈ້ອງຈາກ ຫໍສູງ ຫລື
Venice Tower ທີ່ປະເທດອີຕາລີ. ຕໍ່ມາ ທ່ານ Jean Pierre Blanchard 1753-
1809 ຊາວຝຣັ່ງ ອາດເປັນຜູ້ທໍາອິດ ທີ່ໃຊ້ການໂຈນຕ້ອງໃນເວລາສຸກເສີນ. ໃນປີ 1785
ທ່ານໄດ້ຂີ່ໜ່ວຍບາ​ລູນ ທີ່ໃຊ້ອາກາດຮ້ອນຂື້ນສູ່ອາກາດ ​ໂດຍ​ການ​ທົດ​ລອງໃຊ້ເອົາໂຕ
ໝາໃສ່ໃນກະຕ່າແລ້ວປ່ອຍລົງມາ. ໃນປີ 1797 ທ່ານ Andrew Garnerin ແມ່ນຜູ້ທໍາ
ອິດທີ່ໄດ້ໂດດຈ້ອງລົງມາຈາກການຂີ່ໜ່ວຍບາລູນ ​ໃນຄວາມສູງ 8000 ຟິດ.
ທ້າວພູຂົງ ສີສົມພອນ ກໍາລັງລອຍອາກາດລົງມາ
ທ້າວພູຂົງ ສີສົມພອນ ກໍາລັງລອຍອາກາດລົງມາ

ໃນລະຍະຫລາຍໆຮ້ອຍປີຕໍ່​ມາ ວິວັດທະນາການຜະລິດຄິດ
ສ້າງ ການ​ໂດດຈ້ອງໄດ້ຖືກ ພັດທະນາ ປັບປຸງ​ໃຫ້​ທັນ​ສະ​ໄໝ
ຂື້ນມາ​ເປັນ​ລໍາ​ດັບ​ ດັ່ງທີ່​ເຮົາເຫັນກັນຢູ່​ໃນ​ປັດຈຸບັນນີ້.

ຫລັງ​ຈາກ​ເມືອງ​ລາວ ​ໄດ້​ຮັບ​ເອກ​ກະ​ລາດ​ຈາກ ຝຣັ່ງ​ ​ໃນ​ປີ
1953 ວິຊາ​ໂດດ​ຈ້ອງ​ໄດ້​ຖືກ​ນໍາ​ມາ​ເຜີຍ​ແຜ່​ເຝິກ​ແອບ​ໃຫ້​
ແກ່ ທະຫານຣາບອາ​ກາດ ແຫ່ງພະລາດ​ຊະອານາຈັກ​ລາວ.
​ກອງພັນ ທະຫານຣາບອາກາດ ​ໄດ້​ຕັ້ງ​ຂື້ນ​ມາ ຊຶ່ງ​ມີ​ກອງ​ບັນ
ຊາ​ການ​ຢູ່ SENO ​ແຂວງ​ສະຫວັນ​ນະ​ເຂດ. SENO ແມ່ນ​
ຊື່​ຫຍໍ້​ມາ​ຈາກ ສີ່​ທິດ​ຂອງພາສາຝຣັ່ງ ເປັນ​ບ່ອນ​ຕັ້ງ​ຄ້າຍທະຫານ​ຝຣັ່ງ ຄື Sud ​ທິດ​ໃຕ້
Est ຕາ​ເວັນ​ອອກ Nord ທິດເໜືອ ແລະ Ouest ທິດຕາ​ເວັນຕົກ.

ສັງກັດ​ຢູ່​ໃນ ກອງພັນ​ທະຫານຣາບອາກາດແຫ່ງນີ້​ມີ ທ່ານ​ບົວ​ພາ ສີ​ສົມພ​ອນ ​ເກີດເມຶ່ອ
ປີ 1934 ທີ່​ບ້ານ​ໂພນ​ສູງ ຕາແສງ ​ບ້ານຊອກ ​ເມືອງ​ຄັນທະ​ບູຣີ ​ແຂວງ​ສະ​ຫວັນນະ​ເຂດ.
ທ່ານ​ບົວ​ພາ ​ໄດ້​ເຂົ້າ​ຮັບ​ໃຊ້ກອງທັບ​ ແຫ່ງ​ພະລາຊະ​ອານາຈັກ​ລາວ ປະ​ຈໍາ​ກອງພັນທະ
ຫານ​ຣາບອາກາດ ປີ 1954 ​ແລະ​ໄດ້​ຮັບຊັ້ນຈ່າ​ເອກ ຊຶ່ງ​ເປັນຊັ້ນ ຫລ້າ​ສຸດ. ທ່ານ​ບົວ​ພາ
ໄດ້ເລົ່າຄວາມເປັນມາ ກ່ຽວກັບຊີວິດທະ​ຫານ ​ແລະ​ການ​ໂດດ​ຈ້ອງສູ່​ຟັງວ່າ:
ທ່ານບົວພາ ສີສົມພອນ ຂື້ນເຮືອບິນຕຽມໂດດຈ້ອງ
ທ່ານບົວພາ ສີສົມພອນ ຂື້ນເຮືອບິນຕຽມໂດດຈ້ອງ


ທ່ານບົວ​ພາ ​ໄດ້​ນໍ​າພາ​ຄອບຄົວເຂົ້າມາ​ຕັ້ງ​ຖິ່ນ​ຖານ​ຢູ່ໃນ ສະຫະລັດ
ອາ​ເມຣິກາ ​ໃນ​ປີ 1979 ທີ່​ເມືອງ Baltimore ລັດ Maryland ​ແລະ​
ໄດ້​ປະ​ກອບ​ອາ​ຊີບ​ເປັນ​ຊ່າງ​ແປງ​ລົດ Cadillac ເປັນເວລາ 16 ປີ.
ປັດຈຸບັນ​ນີ້ລູກ​ຊາຍ ​ແລະ​ລູກ​ສາວ​ຂອງ​ທ່ານ​ໄດ້ສ້າງ​ຄອບ​ເປັນ​ຄົວ ​ແລະ​ມີ​ຖານະ​ດີກັນໄປໝົດ
ທຸກ​ຄົນແລ້ວ. ​ເຖິງ​ແມ່ນ​ວ່າ ທ່ານບົວ​ພາ ​ມີ​ອາຍຸ​ໄດ້80 ປີ​ແລ້ວກໍຕາມ ​ແຕ່ວ່າ ຍັງບໍ່ລົດ​ລະ​ໃນ​ຄວາມ​ມັກ​ຮັກ​ການ​ໂດດ​ຈ້ອງ​ ທ່ານ​ບົວ​ພາ ​ໄດ້​ນໍາພາ ລູກຊາຍ ລູກເຂີຍແລະຫລານຊາຍ
ໂດດຈ້ອງຢູ່ເປັນປະຈໍາ ທ່ານໄດ້ກ່າວ​ຕໍ່ວີ​ໂອເອ ​ເພີ້​ມ ອີກ​ວ່າ :​

ທ່ານບົວພາ ສີມພອນ
ທ່ານບົວພາ ສີມພອນ

ລິງໂດຍກົງ

ຊີ​ວີ​ດບັນດາ​ຜູ້​ອາວຸ​ໂສບໍ່​ວ່າ ຍິງ ​ແລະຊາຍ ຢູ່​ໃນ ສະຫະລັດ ອາ​ເມ
ຣິກາ ​ມັກ​ຈະ​ໄດ້​ຍິນ​ຂ່າວເປັນ​ປະ​ຈໍາວ່າ ​ເຂົາ​ເຈົ້າພາກັນ​ໂດ​ດຈ້ອງ
ເພື່ອຄວາມ​ຮູ້ສຶກໃນ​ຄວາມນຸ່ມ​ແໜ້ນ ລະບາຍ​ຄວາມຫງອຍ​ເຫງົາ
ສະຫງົບ​ອາລົມ ແລະ​ເພື່ອຄວາມມ່ວນ​ຊື່ນ. ອະດີດ​ປະທານາທິບໍດີ ສະຫະລັດ ຄົນ​ທີ່ 41
ທ່ານ George H Bush ​ໄດ້​ສະຫລອງ​ວັນເກີດ​ຂອງ​ທ່ານ ​ໂດຍ​ການ​ໂດດ​ຈ້ອງຄົບຮອບ
85 ປີ​ຂອງ​ທ່ານ​ໃນ​ປີ 2009 ​ຈາກ​ຄວາມ​ສູງ 10, 500 ຟິດ ​ເໝືອນດັ່ງ​ທີ່​ທ່ານ​ໄດ້​ເຄີ​ຍໄດ້​
ສະຫລອງວັນ​ເກີດ 75 ​ແລະ 80 ປີ​. ​ທ່ານ​ໄດ້ກ່າວໄວ້​ວ່າ ຈະ​ໂດດ​ຈ້ອງ​ອີກ​ໃນ​ວັນ​ເກີດ 90 ປີຂອງ​ທ່ານ.​ ແຕ່ກໍບໍ່ຮູ້ວ່າ ຈະເປັນໄປໄດ້ຫລືບໍ່ ເພາະເວລານີ້ ສຸຂະພາບຂອງທ່ານ ບໍ່ດີປານໃດ.
XS
SM
MD
LG