ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອີງຕາມ ສະຫະລັດ ຜູ້ນຳອາວຸໂສ ຂອງ ກຸ່ມລັດອິສລາມ ຖືກຂ້າຕາຍ ໃນຊີເຣຍ


ແຜນທີ່ ສະແດງໃຫ້ເຫັນ ເຂື່ອນ Tabqa ໃນຊີເຣຍ.
ແຜນທີ່ ສະແດງໃຫ້ເຫັນ ເຂື່ອນ Tabqa ໃນຊີເຣຍ.

ບັນດາເຈົ້າໜ້າທີ່ ສະຫະລັດ ກ່າວວ່າ ຜູ້ນຳຄົນສຳຄັນ ຂອງກຸ່ມລັດອິສລາມ ຢູ່ທີ່ເມືອງ Raqqa ທີ່ຕົນປະກາດວ່າເປັນນະຄອນຫຼວງອິສລາມ ຂອງຊີເຣຍ ໄດ້ຖືກສັງຫານ ໂດຍການໂຈມຕີທາງອາກາດ ຂອງກອງກຳລັງແນວໂຮມ ໃນສັບປະດານີ້ ໂດຍເປັນ ການຢັ້ງຢືນ ຂອງລາຍງານ ກ່ອນໜ້ານີ້.

ຖະແຫລງການສະບັບ ວັນພະຫັດ ຂອງກຸ່ມແນວໂຮມ ທີ່ນຳພາໂດຍສະຫະລັດ ໄດ້
ກ່າວວ່າ ທ້າວ Abu Jandal al-Kuwaiti ໄດ້ຖືກຂ້າຕາຍ ໃນການໂຈມຕີ ຢູ່ໃກ້ໆ ກັບເຂື່ອນ Tabqa ເມື່ອວັນຈັນຜ່ານມາ. ຖະແຫລງການນີ້ ຍັງໄດ້ກ່າວອີກວ່າ ກ່ອນ
ໜ້ານີ້ ລາວໄດ້ເປັນສະມາຊິກ ຄະນະກຳມະການຮັບຜິດຊອບດ້ານສົງຄາມ ຂອງກຸ່ມລັດອິສລາມ.

ຖະແຫລງການ ຍັງໄດ້ກ່າວຕື່ມວ່າ “ທ້າວ Abu Jandal ໄດ້ກ່ຽວຂ້ອງກັບການນຳ
ໃຊ້ ລົດລະເບີດສະຫຼະຊີບ ເຄື່ອງວັດຖຸລະເບີດທີ່ປະດິດຂຶ້ນມາເອງ ຫຼື IED ແລະ ອາວຸດເຄມີ ເປັນຕົ້ນ ຕໍ່ກຸ່ມກຳລັງປະຊາທິປະໄຕຂອງຊີເຣຍ ຫຼື SDF. ຍ້ອນວ່າ ຜູ້ກ່ຽວໄດ້ ພົວພັນກັບ ການວາງແຜນໂຈມຕີ ກໍ່ການຮ້າຍທັງຫຼາຍ ຂອງກຸ່ມລັດ
ອິສລາມ ແລະ ເປັນສະມາຊິກ ຂອງສະພາທີ່ຮັບຜິດຊອບດ້ານສົງຄາມ, ການຕາຍ ຂອງລາວ ຈະລົດຄວາມອາດສາມາດ ໃນການປົກປ້ອງເມືອງ Raqqa ແລະ ໃນການລິເລີ້ມປະຕິບັດການໂຈມຕີຕໍ່ປະເທດຕາເວັນຕົກ ຢູ່ນອກປະເທດ.”

ກຸ່ມແນວໂຮມ ໄດ້ກ່າວວ່າ ລາວຍັງໄດ້ເຂົ້າຮ່ວມ ໃນການບຸກຍຶດຄືນ ເມືອງ Palmyra ກ່ອນທີ່ລາວຈະຖືກສົ່ງໄປ ເມືອງ Tabqa ໂດຍມີພາລະກິດ​ ເສີມສ້າງ ການປ້ອງກັນ ຂອງກຸ່ມລັດອິສລາມ ຕໍ່ການໂຈມຕີຂອງກອງກຳລັງປະຊາທິປະໄຕຂອງຊີເຣຍ ຫຼື SDF.

ກຸ່ມສິ້ງຊອມສິດທິມະນຸດ ຂອງຊີເຣຍ ທີ່ມີຫ້ອງການຕັ້ງຢູ່ໃນອັງກິດ ຊຶ່ງໄດ້ຕິດຕາມ ກວດກາສົງຄາມ ໄດ້ລາຍງານໃນວັນອັງຄານຜ່ານມານີ້ວ່າ ທ້າວ al-Kuwaiti ໄດ້ເປັນ ເປົ້າໝາຍ ການໂຈມຕີທາງອາກາດຂອງກຸ່ມແນວໂຮມທີ່ນຳພາໂດຍສະຫະລັດ ແລະ ພວກທີ່ສະໜັບສະໜູນ ກຸ່ມລັດອິສລາມ ກໍໄດ້ນຳເອົາເລື່ອງນີ້ ລົງເຜີຍແຜ່ທາງສື່ສັງຄົມ
ວ່າ ລາວໄດ້ເສຍຊີວິດແລ້ວ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG