ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜູ້ນຳຂັ້ນສູງ ອາລກາອີດາ ຖືກສັງຫານ ໃນ ການປະທະກັນ ຢູ່ ເຢເມນ


ພວກເດັກນ້ອຍ ພາກັນເບິ່ງລົດ ທີ່ຖືກທຳລາຍ ລະຫວ່າງການ ຖະຫລົ່ມ ຂອງຕຳຫລວດ ຕໍ່ພວກຫົວຮຸນແຮງ al-Qaida.
ພວກເດັກນ້ອຍ ພາກັນເບິ່ງລົດ ທີ່ຖືກທຳລາຍ ລະຫວ່າງການ ຖະຫລົ່ມ ຂອງຕຳຫລວດ ຕໍ່ພວກຫົວຮຸນແຮງ al-Qaida.

ພວກ​ນັກ​ລົບ​ສະໜັບສະໜູນ​ລັດຖະບານ​ໃນ​ເຢ​ເມນ ລາຍ​ງານ​
ວ່າ ​ເຂົາ​ເຈົ້າ​ໄດ້​ສັງຫານຜູ້ນຳ​ຂັ້ນ​ສູງຂອງ​ກຸ່ມ al-Qaida ຄົນ​ໜຶ່ງ
ພ້ອມ​ດ້ວຍ​ຢ່າງ​ໜ້ອຍ​ພວກ​ຫົວຮຸນ​ແຮງອີກສອງ​ຄົນ.

ທ້າວ Ali Abed al-Rab bin Talab ທີ່​ຮູ້​ກັນ​ດີໃນ​ຊື່ Abu
Anwar ໄດ້​ເປັນ​ຫົວໜ້າສານທີ່ຕັ້ງ​ຂື້ນ​ມາ​ໂດຍກຸ່ມ al-Qaida
​ໃນ​ແຂວງ​ Hadramawt ຊຶ່ງ​ເປັນ ​ແຂວງໃຫຍ່​ທີ່​ສຸດ​ໃນ​ເຢ​ເມນ
ທີ່​ກຸ່ມຫົວ​ຮຸນ​ແຮງ​ໄດ້​ຄວບຄຸມ​ເປັນ​ສ່ວນ​ໃຫຍ່ນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ເຢ​ເມນ ກ່າວ​ວ່າ ຂະ​ບວນລົດ ທ້າວ Abu
Anwar ​ໄດ້​ມຸ້ງ​ໜ້າ​ສູ່ນະຄອນ Aden ເມືອງທ່າໃນ​ພາກ​ໃຕ້ຂອງ​
ເຢ​ເມນ.

​ພວກ​ຫົວ​ຮຸນ​ແຮງທີ່​ພົວພັນ​ກັບກຸ່ມ Al-Qaida ​ແລະ​ລັດ​ອິສລາມ ​ໄດ້​ສວຍ​ໃຊ້​ຄວາມ​ວຸ້ນ
ວາຍ​ໃນສົງຄາມ​ກາງ​ເມືອງ​ຢູ່​ເຢ​ເມນ​ເພື່ອ​ຂະຫຍາຍ​ອິດ​ທິພົນ​ຂອງ​ຕົນ ເຂົ້າ​ໄປ​ສູ່​ເມືອງ​ທ່າ
ຍຸດ​ທະ​ສາດດັ່ງກ່າວ ບ່ອນ​ທີ່ການ​ໂຈມ​ຕີ​ຂອງ​ພວກ​ຫົວ​ຮຸນ​ຕໍ່ ​ພວກ​ສະ​ໜັບສະ​ໜູນລັດ
ຖະບານ ​ໄດ້ເພີ້ມທະວີຂື້ນ​ໃນ​ໄລຍະ​ບໍ່​ເທົ່າ​ໃດ​ເດືອນ​ທີ່​ຜ່ານ​ມ​ານີ້.

ກຸ່ມ Al-Qaida ​ສາຂາ​ເຢ​ເມນ ໄດ້​ຖືກ​ພິຈາລະ​ນາໂດຍວໍ​ຊິງ​ຕັນ ວ່າ​ເປັນ​ສາຂາ​ຂອງ​ຕາ​
ໜ່າງກໍ່​ການ​ຮ້າຍ ທີ່ເປັນ​ອັນຕະລາຍ​ທີ່​ສຸດ.

ວິ​ກິດ​ການ​ໃນ​ເຢ​ເມນ ​ໄດ້​ລະ​ເບີດ​ຂື້ນ​ໃນ​ປີ 2014 ​ເວລາ​ພວກ​ກະບົດ Houthi ​ໄດ້​ຍຶດ​ເອົາ
​ນະຄອນຫລວງ Sana’a ຊຶ່ງບັງ​ຄັບ​ໃຫ້ລັດຖະບານປະທານາທິບໍດີ Abdu Rabu
Mansour Hadi ຕ້ອງ​ໄດ້ຫລົບໜີ​ໄປ​ຍັງ​ນະຄອນ Aden ເປັນ ບ່ອນ​ທຳ​ອິດ ແລະ​ຫລັງ
​ຈາກ​ນັ້ນ ກໍ​ໄປລີ້​ໄພ​ຢູ່ຊາ​ອຸ​ດີ ອາຣາ​ເບຍ ​ເວລາ​ພວກ​ກະ ບົດ​ເຂົ້າ​ຄວບ​ຄຸມ​ເມື​ອງທ່າ
​ດັ່ງກ່າວ.

ກຳລັງເຢ​ເມນ ທີ່ສະໜັບສະໜູນ​ໂດຍການ​ໂຈມ​ຕີ​ທາງ​ອາກາດ ພາຍ​ໃຕ້​ການ​ນຳ ພາ​ຂອງ
ຊາ​ອຸ​ດີ ນັບ​ແຕ່​ນັ້ນມາ ​ໄດ້ເຂົ້າຍຶດ​ເອົາເມືອງ​ທ່າ Aden ຄື​ນມາ ​ແຕ່​ວ່າ ນະຄອນຫລວງ
Yemen ຍັງຕົກ​ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ​ຂອງ​ພວກ​ກະບົດ.

XS
SM
MD
LG