ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ປະທານາທິບໍດີໃໝ່ ຂອງເຊເນການ ສາບານໂຕ ເຂົ້າຮັບຕໍາແໜ່ງ (ເບິ່ງສະໄລດ໌ກັບວີດີໂອ)


ທ່ານ Macky Sall ປະທານາທິບໍດີໃໝ່ ຂອງເຊເນການ.
ວັນທີ 3 ເມສາ 2012.
ທ່ານ Macky Sall ປະທານາທິບໍດີໃໝ່ ຂອງເຊເນການ. ວັນທີ 3 ເມສາ 2012.

ທ່ານ Macky Sall ປະທານາທິບໍດີ​ຄົນໃໝ່​ຂອງ​ເຊ​ເນ​ການ​ໄດ້​ສາບານ ​ໂຕເຂົ້າ​ຮັບ​ຕໍາ​ແໜ່​ງ​ແລ້ວ​ແລະ​ເສັດ​ສິ້ນ​ການ​ໂອນ​ອໍານາດ​ຢ່າງ​ງຽບສະຫງົບ​ໃນ​ປະ​ເທດທີ່​ຕັ້ງຢູ່​ໃນ​ທະວີບອາ​ຟຣິກາ​ຕາ​ເວັນ​ຕົກ​ແຫ່ງ​ນີ້.

ທ່ານ Sall ​ໄດ້​ສາບານ​ເຂົ້າ​ຮັບ​ຕໍາ​ແໜ່​ງ​ໃນ​ວັນ​ຈັນ​ວານ​ນີ້ ຊ້ອງ​ໜ້າ ແຂກ​ຜູ້​ມີ​ກຽດ​ຫຼາຍ​ພັນ​ຄົນ ​ຢູ່​ໃນ​ຜາມ​ຜ້າ​ຕັ້ງ​ແຫ່ງ​ນຶ່ງ​ທີ່​ປະດັບ​ປະດາ​ດ້ວຍທຸງຊາດ​ສີ​ແດງ ​ເຫຼືອງ​ແລະ​ຂຽວຂອງ​ເຊ​ເນ​ການ​ນັ້ນ.

ໃນ​ຖ້ອຍ​ຖະ​ແຫຼ​ງທີ່​ສັ້ນໆ ທ່ານ Sall ​ໄດ້​ໃຫ້​ຄໍາ​ໝັ້ນ​ສັນຍາ​ທີ່​ຈະ​ຍົກສູງ​ລັດຖະທໍາ​ມະນູນ​ແລະ​ຕົວ​ບົດ​ກົດ​ໝາຍແລະ​ປົກ​ປ້ອງ​ເຂດ​ນໍ້າ​ແດນດິນ​ອັນ​ຄົບ​ຖ້ວນ​ແລະ​ເອກະລາດ​ຂອງ​ເຊ​ເນ​ການ.

ຜູ້​ນໍາ​ຄົນ​ໃໝ່ ​ໄດ້​ຊະນະ​ອະດີດ​ປະທານາທິບໍດີ Abdoulaye Wade ​ໃນ​ການ​ເລືອກ​ຕັ້ງ​ຮອບ​ຊີ້​ຂາດ​ໃນ​ວັນ​ທີ 25 ມີນາຜ່ານ​ມາ ​ໂດຍ​ໄດ້​ຮັບ​ຄະ​ແນນ​ສຽງ​ປະມານ 65 ​ເປີ​ເຊັນ​ຂອງ​ຈໍານວນບັດ​ຄະ​ແນນ​ສຽງ​ທັງ​ໝົດ.

ທ່ານ Wade ​ໄວ 85 ປີ​ເຮັດ​ໃຫ້​ປະຊາຊົນ​ເຊ​ເນ​ການຫຼາຍ​ຄົນ​ເກີດ​ໂມ​ໂຫ​ໂທ​ໂສນໍາ​ການ​ຕັດສິນ​ໃຈ​ຂອງ​ທ່ານ​ທີ່​ພະຍາຍາມ​ຊອກ​ຫາ​ຊ່ອງ​ທາງ ​ເພື່ອໃຫ້​ໄດ້​ເປັນ​ປະທານາທິບໍດີສະ​ໄໝ​ທີ 3 ​ເຖິງ​ແມ່ນ​ກົດໝາຍ​ລັດຖະທໍາ​ມະນູນ​ບົ່ງ​ໄວ້​ ໃຫ້ດໍາ​ລົງ​ຕໍາ​ແໜ່​ງ​ໄດ້​ພຽງ​ແຕ່ 2 ສະ​ໄໝ​ເທົ່ານັ້ນ​ກໍ​ຕາມ. ຄວາມ​ວຸ້ນວາຍທີ່​ເກີດ​ຂຶ້ນ​ໃນ​ລະຫວ່າງ​ການ​ໂຄສະນາ​ຫາ​ສຽງ​ເລືອກ​ຕັ້ງ ​ໄດ້​ເຮັດ​ໃຫ້​ປະຊາຊົນ​ເສຍ​ຊີວິດໄປ 6 ຄົນ.

ການ​ຍິນ​ຍອມ​ຂອງ​ທ່ານ Wade ​ຊຶ່ງ​ມີ​ຂຶ້ນຫຼັງ​ຈາກ​ໄດ້​ຮັບ​ການ​ປາ​ໄຊ​ໃນ​ການ​ເລືອກ​ຕັ້ງ​ຮອບ​ຊີ້​ຂາດ​ນັ້ນ​ໄດ້​ເຮັດ​ໃຫ້​ຊື່​ສຽງ​ຂອງ​ປະ​ເທດ​ແຂງ​ແຮງ​ຂຶ້ນ​ໃນ​ຖານະ​ທີ່​ເຄີຍ​ເປັນ​ປະ​ເທດ​ປະຊາທິປະ​ໄຕ​ທີ່​ທຸ່ນ​ທ່ຽງມາ​ນັ້ນ. ການ​ຂາດສະຖຽນ​ລະ​ພາບ​ ຍັງ​ຄົງ​ເປັນ​ບັນຫາ​ຢູ່​ໃນ​ທະວີບອາ​ຟຣິກາ​ຕາ​ເວັນ​ຕົກບ່ອນ​ທີ່ 4 ປະ​ເທດ​ເພື່ອນ​ບ້ານ​ຂອງ​ເຊ​ເນ​ການ​ໄດ້​ປະສົບ​ການ​ກໍ່ລັດຖະປະຫານ ຫຼື​ພາ​ຍະ​ຍາມ​ກໍ່​ລັດຖະປະຫານ​ຂຶ້ນ​ມາ​ຫຼາຍ​ຄັ້ງ​ໃນ​ຮອບ 5 ປີຜ່ານມາ​ນີ້.

ປະທານາທິບໍດີ Sall ​ມີ​ອາຍຸ 50 ປີ ​ແລະ​ແຕ່​ກ່ອນ​ເຄີຍ​ຮັບ​ໃຊ້​ເປັນນາຍົກລັດຖະມົນຕີມາ 3 ປີ​ພາຍ​ໃຕ້​ທ່ານ Wade ນັ້ນ.

XS
SM
MD
LG