ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເຊເນກາລ ປ່ອນບັດເລືອກຕັ້ງ ເອົາປະທານາທິບໍດີ (ເບິ່ງສະໄລດ໌)


ຊາວເຊເນກາລກໍາລັງປ່ອນບັດເລືອກຕັ້ງເອົາປະທານາທິບໍດີ ໃນວັນທີ່ 26 ເດືອນກຸມພານີ້
ຊາວເຊເນກາລກໍາລັງປ່ອນບັດເລືອກຕັ້ງເອົາປະທານາທິບໍດີ ໃນວັນທີ່ 26 ເດືອນກຸມພານີ້

ພວກ​ປະ​ຊາ​ຊົນ​ພາກັນ​ອອກ​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ໃນ​ປະ​ເທດ​ເຊ​ເນ​ກາລ​ໃນວັນ​ອາທິດ​ມື້​ນີ້
ບ່ອນ​ທີ່ການ​ຕັດສິນ​ໃຈລົງ​ສະໝັກສະ​ໄໝ​ທີ່​ສາມ​ທີ່​ເປັນ​ຫົວ​ຂໍ້​ຂັດ​ແຍ້​ງກັນ​ຂອງ​ປະທານາທິ
ບໍດີ Abdoulaye Wade ທີ່ໄດ້​ເກີດ​ການເດີນ​ຂະ​ບວນປະ​ທ້ວງ​ຂັ້ນ​ຮຸນ​ແຮງ​ຫລາຍໆ​ຄັ້ງ​.

ພວກ​ຝ່າຍ​ຄ້ານ​ກ່າວ​ວ່າ ການ​ລົງ​ສະ​ໝັກ​ເລຶອກຕັ້ງ​ປະທານາທິບໍດີ​ສະ​ໄໝ​ທີ່​ສາມ​ຂອງ​ຜູ້​ນໍາ
ອາ​ຍຸ 85 ປີ ນັ້ນ​ແມ່ນ​ບໍ່​ຖືກຕ້ອງ​ຕາມ​ລັດຖະທໍາ​ມະນູນ ລຸນ​ຫລັງ​ຈາກ​ການ​ປະຕິ​ຮູບ​ສະບັບ
ນຶ່ງ​ທີ່​ທ່ານ​ໄດ້​ເຊັນ​ເປັນ​ກົດໝາຍໃນ​ປີ 2001 ທີ່​ກໍານົດ​ໃຫ້​ຕໍາ​ແໜ່​ງປະທານາທິບໍດີ​ບໍ່​ເກີນ​
ສອງ​ສະ​ໄໝ​ນັ້ນ.

ແຕ່​ສານ​ລັດຖະທໍາ​ມະນູນ​ວ່າ​ດ້ວຍ​ການ​ແຕ່ງ​ຕັ້ງ​ຕໍາ​ແໜ່​ງປະທານາທິບໍດີ ​ໄດ້​ຕັດສິນ​ເມື່ອ
ເດືອນ​ຜ່ານ​ມາ​ວ່າ ກົດໝາຍການ​ປະຕິ​ຮູບ​ດັ່ງກ່າວ​ແມ່ນ​ບໍ່ ສາມາດ​ໃຊ້​ກັບ​ທ່ານ​ເວດ​ໄດ້​
ເນຶ່ອງຈາກ​ວ່າ ມັນ​ມີ​ຜົນ​ບັງຄັບ​ໃຊ້​ຫລັງ​ຈາກທ່ານໄດ້​ເຂົ້າຮັບ​ຕໍາ​ແໜ່​ງປະທາ​ນາ​ທິບໍດີ​ແລ້ວ.

ປະທານາທິບໍດີ ​Wade ກໍາລັງ​ພະ​ຍາ​ຍາມ​ຕໍ່​ອາຍຸ​ຕໍາ​ແໜ່​ງປະ​ທາ​ນາ​ທິບໍດີ ​ໃຫ້​ເປັນ 12 ປີ
ຂອງ​ປະ​ເທດ​ຊາດ​ອາ​ຟຣິກາ​ຕາ​ເວັນ​ຕົກ​.

ສະໄລດ໌ກ່ຽວກັບການປະທ້ວງຕໍ່ຕ້ານ ປະທານາທິບໍດີ ​Wade:

ການ​ເລືອກ​ຕັ້ງ​ຕ່າງ​ໆໄດ້ເກີດ​ຂຶ້ນລຸນ​ຫລັງ​ການ​ກໍ່​ການ​ຈະລາຈົນ​ຕາມ​ຖະນົນ ຫົນທາງ​ເປັນ
ເວລາ​ຫລາຍ​ອາທິດ ​ໃນ​ລະຫວ່າງ​ພວກ​ປະ​ທ້ວງໄດ້​ພາກັນ ​ແກວ່ງ​ກ້ອນ​ຫິນ ​ແລະ​ພັງ​ຮົ້ວ
ກັ້ນ​ທີ່​ເກີດ​ປະ​ທະ​ກັບ​ພວກ​ເຈົ້າໜ້າ​ທີ່​ຕໍາຫລວດ ທີ່​ຍິງ​ລະ​ເບີດ​ນໍ້າຕາ ​ແລະ​ລູກປືນ​ຢາງໃສ່.
ຊຶ່ງມີ​ຜູ້​ເສຍຊີວິດ​ຢ່າງ​ໜ້ອຍຫົກ​ຄົນ​ໃ​ນການ​ປະ​ທ້ວງ​ຫລາຍ​ບັ້ນ​ຕໍ່​ຕ້ານ​ລັດຖະບານ​ນັ້ນ.

ປະທານາທິບໍດີ​ເວດ ຈະ​ລົງ​ສະ​ມັກ​ປະທາ​ນາ​ທິບໍດີແຂ່ງ​ກັບ​ຜູ້​ສະໝັກ 13 ຄົນ ​ໂຮມ​ທັງ​
ທ່ານMacky Sall ​ແລະ​ທ່ານ Idrissa ​ສອງ​ນາ​ຍົກລັດຖະມົນຕີ​ທີ່​ດໍາລົງ​ຕໍາ​ແໜ່​ງໃນ​ລັດ
ຖະບານຂອງ​ທ່ານ.

XS
SM
MD
LG