ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສານໂລກ ສັ່ງໃຫ້ ດຳເນີນຄະດີ ອະດີດ ຜູ້ນຳຂອງ Chad


ທະນາຍຄວາມຂອງທ່ານ Hissene Habre ອະດີດຜູ້ນຳທີ່ຖືກໂຄ່ນລົ້ມຂອງ Chad ປະກອບດ້ວຍທ່ານ Francois Serres (ຊ້າຍ) ຊຶ່ງເປັນຄົນຝຣັ່ງ ແລະທ່ານ El Hadj Diouf (ຂວາ) ຊຶ່ງເປັນຄົນເຊເນກາລ.
ທະນາຍຄວາມຂອງທ່ານ Hissene Habre ອະດີດຜູ້ນຳທີ່ຖືກໂຄ່ນລົ້ມຂອງ Chad ປະກອບດ້ວຍທ່ານ Francois Serres (ຊ້າຍ) ຊຶ່ງເປັນຄົນຝຣັ່ງ ແລະທ່ານ El Hadj Diouf (ຂວາ) ຊຶ່ງເປັນຄົນເຊເນກາລ.

ສານ​ສູງ​ສຸດຂອງ​ອົງການສະຫະ​ປະຊາ​ຊາດໄດ້​ສັ່ງ​ໃຫ້ ​Senegal ດຳ​ເນີນ​ຄະດີອ​ະດີດປະທາ
ນາທິບໍດີ​ຂອງ Chad ທ່ານ Hissene Habre ​ໃນ​ຂໍ້​ຫາ​ຂ້າ​ລ້າງ​ເຊື້ອຊາດ​ເຜົ່າ​ພັນ ຫລື​ບໍ່​ດັ່ງ​
ນັ້ນກໍ​ໃຫ້​ສົ່ງ​ຕົວ​ຜູ້ກ່ຽວ​ໃຫ້​ສະຫະ​ປະຊາ​ຊາດ ​ໂດຍປາດສະ​ຈາກ​ການ​ຊັກ​ຊ້າ​ໃດໆ.

ສານ​ໂລກ ທີ່​ນະຄອນ Hague ​ໄດ້​ອອກຄຳ​ຕັດສິນ​ ໃນ​ວັນ​ສຸກວານ​ນີ້​ນີ້ ​ເພື່ອເປັນ​ການ​ສະ
ໜອງຕອບ ຕໍ່​ການ​ຮ້ອງ​ຂໍ​ຂອງ Belgium ທີ່​ຢາກ​ຟ້ອງ​ຮ້ອງທ່ານ Habre ​ໃນ​ຂໍ້​ຫາ​ກໍ່​ໂທດ​
ກຳ​ຕ້ານມະນຸດຊາດ.

ຄະນະ​ກໍາມະການຄົ້ນຄວ້າ​ຫາ​ຄວາມ​ຈິງ​ຂອງ Chad ກ່າວ​ວ່າ ທ່ານ Habre ​ເປັນ​ຜູ້​ຮັບຜິດ​
ຊອບຕໍ່ ການ​ທໍລະ​ມານແລະ​ການ​ເສຍຊີວິດ​ຂອງ​ປະຊາຊົນ​ຢ່າງ​ໜ້ອຍ 40,000 ຄົນ​ຍ້ອນ​ມີ
​ຈຸດປະສົງ​ທາງ​ດ້ານ​ການ​ເມືອງ. ຄະນະ​ກໍາມະການດັ່ງກ່າວ ເວົ້າວ່າ ການ​ກ່າວ​ຫາ​ກ່ຽວ​ກັບ​
ການ​ລ່ວງ​ລະ​ເມີດ​ທີ່​ວ່າ​ນີ້ ມີຂື້ນໃນ​ລະຍະ 8 ​ປີ ລະຫວ່າງກາ​ນປົກຄອງ​ຂອງ​ທ່າ​ນທີ່ເລີ້​ມຂຶ້ນ
​ໃນ​ປີ 1982.

ທ່ານ Habre ​ໄດ້ເຂົ້າ​ໄປອາ​ໄສ​ຢູ່ໃນປະ​ເ​ທດ Senegal ນັບ​ຕັ້ງ​ແຕ່​ໄດ້ທ່ານ​ໄດ້​ຖືກ​ໂຄນ​ລົ້ມ​
ໂດຍ​ທ່ານ Idriss Deby ປະທານາທິບໍດີ​ຄົນ​ປັດຈຸບັນ​ຂອງ Chad.

XS
SM
MD
LG