ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ບັນດາ ສະມາຊິກ ສະພາສູງ ກັບຄືນສູ່ ການຕໍ່ສູ້ກັນ ເລື້ອງຕຳແໜ່ງ ໃນສານສູງສຸດ

ຜູ້ພິພາກສາ ທ່ານ Merrick Garland, ຜູ້ປະທານາທິບໍດີ ບາຣັກ ໂອບາມາເລືອກ ເພື່ອເຂົ້າຮັບຕຳແໜ່ງແທນທີ່ຂອງ ຜູ້ພິພາກສາ Antonin Scalia ທີ່ໄດ້ເສຍຊີວິດໄປ ໃນສານສູງສຸດ.
ຜູ້ພິພາກສາ ທ່ານ Merrick Garland, ຜູ້ປະທານາທິບໍດີ ບາຣັກ ໂອບາມາເລືອກ ເພື່ອເຂົ້າຮັບຕຳແໜ່ງແທນທີ່ຂອງ ຜູ້ພິພາກສາ Antonin Scalia ທີ່ໄດ້ເສຍຊີວິດໄປ ໃນສານສູງສຸດ.

ການໂຕ້ຖຽງກັນໄປມາຂອງສອງພັກການເມືອງ ກ່ຽວກັບ ຕຳແໜ່ງຫວ່າງໃນສານສູງສຸດ ຂອງ ສະຫະລັດ ຈະຄອບງຳລັດຖະສະພາ ສະຫະລັດ ເມື່ອສະພາສູງກັບຄືນສູ່ການເຮັດ ວຽກ ໃນວັນຈັນມື້ນີ້ ຫຼັງຈາກໄປຢຸດພັກໄດ້ 2 ອາທິດ.

ເຖິງແມ່ນວ່າລັດຖະສະພາ Capitol Hill ໄດ້ຖືກປິດກໍຕາມ ແຕ່ໄຟຂອງສົງຄາມແນວຄິດກໍ ຍັງດຸເດືອດສົມຄວນຢູ່.

ສະມາຊິກສະພາສູງສາມທ່ານໄດ້ເດີນທາງມານະຄອນຫຼວງ ວໍຊິງຕັນ ເພື່ອພົບປະກັບຜູ້ທີ່ ປະທານາທິ ບໍດີ ບາຣັກ ໂອບາມາສະເໜີຊື່ເຂົ້າຮັບຕຳແໜ່ງໃນສານສູງສຸດ ທ່ານ Merrick Garland. ທ່ານ Mark Kirk ແມ່ນຜູ້ທຳອິດ ແລະ ມາຮອດນີ້ເປັນພຽງສະມາຊິກ ພັກຣີພັບບລີກັນຄົນດຽວທີ່ໄດ້ນັ່ງກັບທະນາຍຄວາມສານອຸທອນລັດຖະບານກາງຄົນດັ່ງ ກ່າວ.

ທ່ານ Kirk ຜູ້ທີ່ກຳລັງຫາສຽງເພື່ອຖືກເລືອກຕັ້ງຄືນ ໃນພັກທີ່ອຽງໄປຝ່າຍ ເດໂມແຄຣັດ ຂອງລັດ Illinois ໄດ້ກ່າວວ່າ “ໃນຂະນະທີ່ທ່ານປະທານາທິບໍດີສະເໜີໃຫ້ພິຈາລະນາ ຜູ້ພິພາກສາ Garland, ພວກເຮົາຄວນໃຫ້ຄຳແນະນຳ ແລະ ຍິນຍອມຮັບເອົາເພິ່ນ. ພວກເຮົາຕ້ອງການເຫດຜົນອັນສົມຄວນ, ຄວາມເປັນຜູ້ໃຫຍ່, ການພິຈາລະນາທີ່ມີ ແນວຄິດເປີດໃໝ່ ກ່ຽວກັບຂັ້ນຕອນການພິຈາລະນາຂອງລັດຖະທຳມະນູນ.”

ໃນເມື່ອສະມາຊິກພັກຣີພັບບລີກັນຄົນອື່ນໆຫຼາຍກວ່າສິບຄົນກ່າວວ່າ ພວກເຂົາເຈົ້າຍິນດີ ທີ່ຈະພົບປະກັບທ່ານ Garland, ມີພຽງສອງຄົນທີ່ຮຽກຮ້ອງໃຫ້ສະພາສູງພິຈາລະນາ ກ່ຽວ ກັບສະເໜີຊື່ນີ້. ຄົນທີ 3 ທ່ານ Jerry Moran ໄດ້ຮຽກຮ້ອງໃຫ້ມີການພິຈາລະນາ, ແລ້ວຕໍ່ ມາອີກ 2 ມື້ ກໍໄດ້ກັບປີ້ນຄຳເວົ້າຂອງຕົນເອງ.

ຢ່າງໃດກໍດີ ພ້ອມດຽວກັນນີ້ ພັກເດໂມແຄຣັດ ກໍແມ່ນຍັງພ້ອມພຽງຮຽງໜ້າກັນ ສະໜັບສະໜູນ ທ່ານ Garland​ ຢູ່.

ສະມາຊິກສະພາສູງ ທ່ານ Mark Kirk ສັງກັດພັກຣີພັບບລີກັນລັດ Illinois ພົບປະກັບຜູ້ຖືກສະເໜີຊື່ເຂົ້າ ຮັບຕຳແໜ່ງໃນສານສູງສຸດຂອງປະທານາທິບໍດີ ທ່ານ ບາຣັກ ໂອບາມາ ທ່ານ Merrick Garland (ຊ້າຍ) ທີ່ລັດຖະສະພາ Capitol Hill ໃນນະຄອນຫຼວງ ວໍຊິງຕັນ. 29 ມີນາ 2016.

Senators Rejoin Supreme Court Battle After Recess
please wait

No media source currently available

0:00 0:02:12 0:00

XS
SM
MD
LG