ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະມາຊິກ ສະພາສູງ ສະຫະລັດ ຮຽກຮ້ອງ ໃຫ້ລົງຄະແນນສຽງ ເພື່ອປະຕິຮູບ ການ ໃຊ້ປືນ


ພາບຖ່າຍນີ້ໄດ້ມາຈາກ C-SPAN ສະແດງໃຫ້ເຫັນສະມາຊິກສະພາສູງທ່ານ Chris Murphy ຍຶດເວທີໃຫ້ຄຳປາໄສ ຂອງສະມາຊິກສະພາ ໃນລັດຖະສະພາ ທີ່ນະຄອນຫຼວງ ວໍຊິງຕັນ. ບ່ອນທີ່ທ່ານໄດ້ຮຽກຮ້ອງໃຫ້ມີການລົງຄະແນນສຽງ ກ່ຽວກັບ ມາດຕະການຄວບຄຸມປືນ. 15 ມິຖຸນາ, 2016.
ພາບຖ່າຍນີ້ໄດ້ມາຈາກ C-SPAN ສະແດງໃຫ້ເຫັນສະມາຊິກສະພາສູງທ່ານ Chris Murphy ຍຶດເວທີໃຫ້ຄຳປາໄສ ຂອງສະມາຊິກສະພາ ໃນລັດຖະສະພາ ທີ່ນະຄອນຫຼວງ ວໍຊິງຕັນ. ບ່ອນທີ່ທ່ານໄດ້ຮຽກຮ້ອງໃຫ້ມີການລົງຄະແນນສຽງ ກ່ຽວກັບ ມາດຕະການຄວບຄຸມປືນ. 15 ມິຖຸນາ, 2016.

ຫຼັງຈາກ​ເປັນເວລາດົນກວ່າ 3 ປີໃນການກ່າວຄຳປາໄສຕ່າງໆ ​ເພື່ອຂໍຮ້ອງໃຫ້ ສະພາ​ເອົາ​ມາດຕະການປາບປາມການອາລະວາດກໍ່ຄວາມຮຸນແຮງດ້ວຍປືນໃນ ອາເມຣິກາ, ສະມາ ຊິກສະພາພັກເດໂມແຄຣັດ ​ໃນ​ສະພາ​ສູງຂອງສະຫະລັດ ທ່ານ Chris Murphy ໄດ້ເອົາ ການປະຕິ ບັດການທີ່ຮຸນແຮງຂຶ້ນກວ່າເກົ່າ.

ທ່ານ Murphy ໄດ້ກ່າວໃນວັນພຸດວານນີ້ ໃນການເລີ່ມຕົ້ນຂອງສິ່ງທີ່ໄດ້ກາຍ ມາເປັນ ຄວາມພະຍາຍາມສຳລັບການກ່າວປາໄສດົນເກືອບ 15 ຊົ່ວໂມງວ່າ “ຂ້າພະເຈົ້າມີຄວາມ ເສຍໃຈຫຼາຍ, ຂ້າພະເຈົ້າພໍກັບມັນແລ້ວ.” ໃນຕອນເຊົ້າ ຂອງວັນພະຫັດມື້ນີ້, ທ່ານໄດ້ ຮຽກຮ້ອງໃຫ້ເພື່ອນຮ່ວມງານຂອງທ່ານຖາມ ຕົນເອງໃນສິ່ງທີ່ພວກເຂົາເຈົ້າສາມາດເຫັນ ໄດ້ເພື່ອຮັບປະກັນວ່າປະເທດ ນີ້ຈະບໍ່ມີການຍິງຄົນຕາຍຈຳນວນຫຼາຍອີກ.

ທ່ານ Murphy ໄດ້ກ່າວວ່າ ມັນມີຂໍ້ຕົກລົງສະບັບໜຶ່ງ ເພື່ອເລີ່ມຕົ້ນກົດໝາຍ ຫ້າມພວກທີ່ ມີ​ຊື່ຢູ່ໃນບັນຊີຕິດຕາມການກໍ່ການຮ້າຍ ຂອງ ອົງການ FBI ຈາກການຊື້ປືນ ແລະ ກົດ ໝາຍອີກອັນໜຶ່ງ ເພື່ອຂະ ຫຍາຍການກວດກາ ປະຫວັດສຳລັບການຊື້ປືນ.

ສາມວັນຫຼັງຈາກການໂຈມຕີ nightclub ຂອງພວກກະເທີຍ ທີ່ເມືອງ Orlando ລັດ Florida, ທ່ານ Murphy ໄດ້ສັນຍາທີ່ຈະສືບຕໍ່ການຖະ​ແຫຼງຈົນກວ່າພັກ ເດໂມແຄຣັດ ແລະ ພັກຣີພັບບລີກັນ ຈະຕົກລົງກັນໄດ້ເພື່ອປະຕິບັດການ ກ່ຽວກັບ ການຄວບຄຸມຄວາມ ຮຸນແຮງຈາກປືນ.

ທ່ານ Murphy ໄດ້ກ່າວວ່າ ຄວາມລົ້ມແຫຼວ ຂອງ​ທາງ​ສະພາ ທີ່ຈະເຮັດທຸກ ຢ່າງ, ບໍ່ມີສິ່ງ ໃດເລີຍ, ໃນການຮັບມືກັບການຂ້າຄົນທີ່ໄດ້ສືບຕໍ່ມາຈົນເຖິງ ປະຈຸບັນນີ້ ມັນບໍ່ມີແຕ່ຄວາມ ເຈັບປວດເທົ່ານັ້ນ, ແຕ່ມັນເຫຼືອເກີນຄວາມ ເຈັບປວດແລ້ວ. ຂ້າພະເຈົ້າພໍແລ້ວກັບການຂ້າ ຄົນບໍລິສຸດທີ່ກຳລັງມີຢູ່ນີ້, ຂ້າພະເຈົ້າພໍແລ້ວກ່ຽວກັບການບໍ່ເຮັດຫຍັງຈັກເທື່ອ ຂອງທາງ​ສະພານີ້.

ທ່ານໄດ້ກ່າວເພີ່ມເຕີມວ່າ “ຂ້າພະເຈົ້າໄດ້ກຽມພ້ອມທີ່ຈະຢືນຢູ່ຈຸດກ່າວຄຳປາ ໄສນີ້, ດົນ ເທົ່າທີ່ຈະດົນໄດ້.”

ຄວາມພະຍາຍາມຂອງທ່ານໄດ້ດຶງດູດຈຸດສົນໃຈຂອງຄົນຜູ້ທີ່ໃຊ້ Twitter ໃນ ສະຫະລັດ, ເຊິ່ງມັນເປັນຫົວຂໍ້ທີ່ໄດ້ຮັບຄວາມນິຍົມສູງສຸດໃນ​ເວລາຂ້າມຄືນ.

ສະມາຊິກສະພາຜູ້ທີ່ກິລິຍາອ່ອນໂຍນ, ການເວົ້າແບບນິ້ມນວນ ໄດ້ເຂົ້າຮ່ວມ ໃນສະພາ ໜຶ່ງເດືອນລັງຈາກມືປືນຄົນດຽວ ໄດ້ຂ້າເດັກນ້ອຍ 20 ຄົນທີ່ໂຮງ ຮຽນປະຖົມ Sandy Hook ໃນລັດ Connecticut ທີ່ເປັນບ້ານຂອງທ່ານໃນ ເດືອນທັນວາ 2012. ທ່ານ Murphy ໄດ້ເປັນຜູ້ສະໜັບສະໜູນການຄວບຄຸມ ປືນຢ່າງຕໍ່ເນື່ອງຂອງສະພານັບຕັ້ງແຕ່ ນັ້ນມາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

US Senate Gun Control
please wait
Embed

No media source currently available

0:00 0:02:18 0:00

XS
SM
MD
LG